ປາຕິຫານມີແທ້! ໝາຈອນຈັດໃນສູນພັກພິງ 598 ໂຕ ຖືກຮັບໄປລ້ຽງໝົດຈົນສູນວ່າງໃນຮອບ 47 ປີ


ນັບວ່າເປັນປາຕິຫານດີໃນໄລຍະເທສະການ Christmas ເມື່ອໝາທຸກໂຕໃນສະຖານສົງເຄາະ ມີຄົນຮັບໄປລ້ຽງຈົນໝົດສູນ ເຮັດໃຫ້ເຈົ້າໜ້າທີ່ທຸກຄົນຕ່າງກໍຍິນດີທີ່ເຫັນຄອກໝາໃນສູນພັກພິງວ່າງໝົດ ນັບເປັນອີກໜຶ່ງຄວາມສຸກທີ່ເກີດຂຶ້ນ ແລະ ປາຕິຫານມີແທ້.

ສະຖານສົງເຄາະສັດ Society for the Prevention of Cruelty to Animal ມີປະຊາຊົນໃຈດີຮັບໝາໄປລ້ຽງເປັນຈຳນວນ 598 ໂຕ ແລະ ຍັງພາໝາຈອນຈັດໄດ້ກັບໄປຫາເຈົ້າຂອງອີກດ້ວຍ ນັບວ່າເປັນເທືຶ່ອທຳອິດໃນຮອບ 50 ປີ ທີ່ບໍ່ມີໝາຈອນຈັດຢູ່ໃນຄອກແມ່ນແຕ່ໂຕດຽວ ເພາະໝາທຸກໂຕໄດ້ໄປຢູ່ກັບເຈົ້າຂອງໃໝ່ຂອງມັນໃນໄລຍະເທສະການແລ້ວ.

ສະມາຄົມປ້ອງກັນການທາລຸນນະກຳສັດແຫ່ງສະຫະລັດອາເມຣິກາ (ASPCA) ອອກມາເປີດເຜີຍວ່າໃນແຕ່ປີຈະມີສັດລ້ຽງຫຼາຍກວ່າ 6,3 ລ້ານໂຕເຂົ້າສູນພັກພິງທົ່ວສະຫະລັດອາເມຣິກາ ໂດຍແບ່ງເປັນໝາ 3,1 ລ້ານໂຕ ແລະ ແມວ 3,2 ລ້ານ ນັ້ນເອງ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/