ປະເທດຕຸຣເຄຍ​ຈະເພີ່ມ​ຄ່າ​ແຮງ​ງານ​ຂັ້ນຕ່ຳ 49% ​ໃນ​ປີໜ້າ ເພື່ອ​​ຊ່ວຍ​ບັນເທົາໃຫ້ແກ່ປະຊາຊົນທີ່ຕ້ອງປະເຊີນກັບບັນຫາ​ເງິນ​ເຟີ້ພາຍໃນປະເທດ


ລັດ​ຖະ​ບານ​ຕຸຣເຄຍ​ໄດ້​ເພີ່ມ​ຄ່າແຮງ​ຂັ້ນ​ຕ່ຳຂຶ້ນສູງ​ອີກ​ເທື່ອ​ໜຶ່ງ. ທ່າມກາງວິກິດການຄ່າໃຊ້ຈ່າຍໃນການດໍາລົງຊີວິດທີ່ຍືດເຍື້ອ, ສົ່ງຜົນໃຫ້ຄວາມພະຍາຍາມທີ່ຈະຄວບຄຸມອັດຕາເງິນເຟີ້ທີ່ຊໍາເຮື້ອໄດ້ກາຍເປັນບັນຫາທີ່ຊັບຊ້ອນຫຼາຍຂຶ້ນ.

ທ່ານ Vedat Ishikhan, ນາຍົກລັດ​ຖະ​ມົນ​ຕີ​ກະຊວງແຮງ​ງານຂອງ​ຕຸຣເຄຍໄດ້ກ່າວໃນວັນພຸດທີ່ຜ່ານມາວ່າ ຈະເພີ່ມຄ່າຈ້າງຂັ້ນຕໍ່າໃນແຕ່ລະເດືອນຈະຢູ່ທີ່ 17,002 lira (578.31 ໂດລາສະຫະລັດ) ໃນປີ 2024, ເຊິ່ງເພີ່ມຂຶ້ນ 49% ເມື່ອທຽບກັບຄ່າຈ້າງທີ່ເພີ່ມຂຶ້ນໃນເດືອນກໍລະກົດ ແລະ ເພີ່ມຂຶ້ນເຖິງ 100% ເມື່ອທຽບກັບຄ່າຈ້າງທີ່ເພີ່ມຂຶ້ນໃນເດືອນມັງກອນ.

 “ພວກ​ເຮົາ​ຍິນ​ດີ​ທີ່​ຈະ​ປະຕິບັດຕາມ​ຄຳ​ໝັ້ນ​ສັນ​ຍາທີ່ໃຫ້ໄວ້​​ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ຄົນ​ງານ​ຂອງ​ພວກ​ເຮົາ​ຖືກ​ກົດ​ດັນ​ຈາກ​ໄພ​ເງິນ​ເຟີ້, ໂດຍໃນຕອນນີ້ມີປະ​ມານ 1 ໃນ 3 ຂອງ 86 ລ້ານ​ຄົນ​ໄດ້​ຮັບ​ຄ່າ​ຈ້າງ​ຂັ້ນ​ຕ່ຳ ແລະ ເງິນເດືອນອື່ນໆເພິ່ມຂຶ້ນຈາກເງິນເດືອນພື້ນຖານຂອງພວກເຂົາ”

ວິ​ກິດ​ການ​ທາງດ້ານການເງິນ​​ໃນ​ທ້າຍ​ປີ 2021 ໄດ້​ຈູດຊະນວນ​ໄພ​ເງິນ​ເຟີ້ທີ່​ຮ້າຍ​ແຮງ​ທີ່​ສຸດຂອງຕຸຣເຄຍ, ກ່ອນທີ່ຈະເພີ່ມຂຶ້ນແຕະລະດັບສູງສຸດໃນຮອບ 24 ປີທີ່  85.51% ໃນເດືອນຕຸລາ ປີ 2022, ແລະໃນປີນີ້ສະກຸນເງິນ lira ຂອງຕຸຣເຄຍຍັງຄົງອ່ອນຄ່າລົງຢ່າງຕໍ່ເນື່ອງ ເຮັດໃຫ້ສູນເສຍມູນຄ່າປະມານ 35% ເມື່ອທຽບກັບເງິນໂດລາໃນປີນີ້. ນອກຈາກນີ້ ຄ່າໃຊ້ຈ່າຍສິ່ງຂອງຕ່າງໆໃນຄົວເຮືອນຍັງເພິ່ມສູງຂຶ້ນ ສົ່ງຜົນໃຫ້ປະຊາຊົນຕ້ອງປະສົບກັບບັນຫາຢ່າງໃຫຍ່ຫຼວງ

ຢ່າງໃດກໍຕາມ, ນະໂຍບາຍການເພິ່ມຄ່າແຮງງານທີ່ສູງຂຶ້ນມີບົດບາດອັນໃຫຍ່ຫຼວງໃນການແກ້ໄຂອັດຕາເງິນເຟີ້, ອັດຕາເງິນເຟີ້ໄດ້ປັບຕົວຂຶ້ນເລັກນ້ອຍທີ່ 62% ໃນເດືອນພະຈິກເຊິ່ງເປັນລະດັບສູງສຸດໃນປີນີ້ ເຊິ່ງເປັນລະດັບສູງສຸດໃນປີນີ້ ແຕ່ຕໍ່າກວ່າທີ່ຄາດໄວ້ເລັກນ້ອຍ. ນີ້​ເປັນ​ສັນຍານ​ວ່າ​ຮອບ​ວຽນ​ການ​ເພີ່ມ​ອັດຕາ​ດອກ​ເບ້ຍ​ຢ່າງ​ຮຸນ​ແຮງ​ຂອງ​ຕຸຣເຄຍ​ອາດ​ຈະ​ມີ​ຄວາມ​ຕ້ອງການ​ຫຼຸດລົງແລ້ວ.

ທີ່ມາ:

ft

ryt9

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/