ໂຄງການສຳປະທານຢູ່ລາວທັງໝົດ 192 ໂຄງການ ມີມູນຄ່າການລົງທຶນຫຼາຍກວ່າ 4 ຕື້ໂດລາສະຫະລັດ


ປີ 2023 ກະຊວງແຜນການ ແລະ ການລົງທຶນ ໄດ້ຄົ້ນຄວ້າພິຈາລະນາໂຄງການການລົງທຶນກິດຈະການບັນຊີຄວບຄຸມ ແລະ ໂຄງການສຳປະທານທັງໝົດ 192 ໂຄງການ ມີມູນຄ່າການລົງທຶນຫຼາຍກວ່າ 4 ຕື້ໂດລາສະຫະລັດຖ້າທຽບໃສ່ປີຜ່ານມາ ເພີ່ມຂຶ້ນປະມານ 170%.

ຜ່ານການຈັດຕັ້ງປະຕິບັດໃນວຽກງານແຜນການ ແລະ ການລົງທຶນ ໃນປີ 2023 ສາມາດເຫັນໄດ້ຜົນສຳເລັດຫຼາຍດ້ານຄື: ໄດ້ຄົ້ນຄວ້າພິຈາລະນາໂຄງການ ການລົງທຶນໃນກິດຈະການບັນຊີຄວບຄຸມ ແລະ ໂຄງການສຳປະທານມີທັງໝົດ 192 ໂຄງການ (ໃນນີ້ໂຄງການສຳປະທານ 88 ໂຄງການ) ມີມູນຄ່າການລົງທຶນຫຼາຍກວ່າ 4 ຕື້ໂດລາສະຫະລັດ, ຖ້າທຽບໃສ່ການລົງທຶນໃນປີ 2022 ທີ່ມູນຄ່າການລົງທຶນ 2,3 ຕື້ໂດລາສະຫະລັດ ເຫັນວ່າເພີ່ມຂຶ້ນ ປະມານ 170%. ໃນນີ້ ມີຂະແໜງບໍ່ແຮ່ 74 ໂຄງການ, ຂະແໜງໄຟຟ້າ 19 ໂຄງການ, ຂະແໜງກະສິກຳ 11 ໂຄງການ, ຂະແໜງທົ່ວໄປ 80 ໂຄງການ, ໄດ້ຄົ້ນຄວ້ານະໂຍບາຍການລົງທຶນຢູ່ຂັ້ນສູນກາງ ແລະ ໄດ້ອະນຸມັດແຜນນຳເຂົ້າ (Master List) ໃຫ້ແກ່ວິສາຫະກິດ ຈຳນວນ 136 ບໍລິສັດ ແລະ ແຜນເພີ່ມຕື່ມ ຈຳນວນ 34 ບໍລິສັດ ລວມມູນຄ່າການອະນຸມັດທັງໝົດ 4,9 ຕື້ໂດລາສະຫະລັດ.

ສ່ວນການພັດທະນາເຂດເສດຖະກິດພິເສດ ໃນປີ 2023 ສາມາດດຶງດູດການລົງທຶນຈາກພາຍໃນ ແລະ ຕ່າງປະເທດໄດ້ທັງໝົດ 178 ບໍລິສັດ ກວມເອົາຂະແໜງອຸດສາຫະກຳ 18 ບໍລິສັດ, ການຄ້າ 30 ບໍລິສັດ, ບໍລິການ 127 ບໍລິສັດ ແລະ ກະສິກຳ 3 ບໍລິສັດ ໂດຍມີທຶນທັງໝົດ 520 ລ້ານກວ່າໂດລາສະຫະລັດ ແລະ ທຶນຈົດທະບຽນ 178 ລ້ານກວ່າໂດລາສະຫະລັດ. ນອກຈາກບໍລິສັດທີ່ເຂົ້າມາລົງທຶນແລ້ວ ຍັງມີບັນດາຫ້າງຮ້ານ ແລະ ຫົວໜ່ວຍວິສາຫະກິດຈຳນວນໜຶ່ງ ທີ່ເຂົ້າມາລົງທຶນພາຍໃນເຂດທັງໝົດ 2.645 ຫົວໜ່ວຍ, ມອບພັນທະເຂົ້າງົບປະມານຂອງລັດໄດ້ 174 ຕື້ກວ່າກີບ, ສ້າງວຽກເຮັດງານທຳໄດ້ 3.644 ຄົນ ໄດ້ນຳເຂົ້າວັດຖຸດິບ ເຄື່ອງກົນຈັກ ແລະ ອຸປະກອນ ເພື່ອມາຮັບໃຊ້ການຜະລິດ ແລະ ກໍ່ສ້າງພື້ນຖານໂຄ່ງລ່າງມູນຄ່າ 1,7 ຕື້ໂດລາສະຫະລັດ ແລະ ສົ່ງອອກສິນຄ້າ ມູນຄ່າ 302 ລ້ານໂດລາສະຫະລັດ.

ຂໍ້ມູນຈາກ: ເສດຖະກິດການຄ້າ

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/