WHO ປະກາດເຕືອນ! ຫ້າມຢຽບແມງສາບ ເພາະມັນອັນຕະລາຍກວ່າທີ່ຄິດ


ອົງການອະນາໄມໂລກ WHO ອອກມາປະກາດເຕືອນ! ຫ້າມຢຽບແມງສາບໂດຍກົງເພາະມັນອັນຕະລາຍກັບຊີວິດຫຼາຍກວ່າທີ່ທ່ານຄິດ ສ່ຽງຮັບເຊື້ອໂຣກຫຼາກຫຼາຍ ແລະ ອາດຈະເປັນສາເຫດການແຜ່ກະຈາຍຂອງເຊື້ອໂຣກທີ່ເປັນອັນຕະລາຍຕໍ່ສຸຂະພາບນັ້ນເອງ.

ໂດຍແມງສາບມີຄວາມສາມາດໃນການນຳພາເຊື້ອໂຣກໄດ້ຫຼາກຫຼາຍເຊັ່ນ: ໂຣກຖອກທ້ອງ, ກາລະໂລກ, ໂຣກຝີຜິວໜັງ, ໂຣກອາຫານເປັນພິດ ແລະ ມີເຊື້ອໂຣກທີ່ສົ່ງຜົນກະທົບຕໍ່ລະບົບຫາຍໃຈຂອງມະນຸດເຮົາອີກດ້ວຍ.

ທັງນີ້ຍັງມີວິທີການປ້ອງກັນ ແລະ ການກຳຈັດແມງສາບທີ່ປອດໄພພ້ອມກັບມີປະສິດທິພາບ ຄືການເກັບມ້ຽນຫ້ອງໃຫ້ສະອາດ, ການປິດຝາຖັງຂີ້ເຫຍື້ອ ແລະ ການໃຊ້ສານເຄມີທີ່ມີຄຸນສົມບັດໄລ່ແມງສາບນັ້ນເອງ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/