ອາເຈນຕິນາອະນຸຍາດໃຫ້ຜູ້ຖືຄອງ Crypto ໃນປະເທດສາມາດເຂົ້າມາລົງທະບຽນສິນຊັບຂອງເຂົາເຈົ້າໃຫ້ຖືກຕ້ອງຕາມກົດໝາຍໄດ້ແລ້ວ


ເບິ່ງຄືວ່າ Libertarian Javier Milei ປະທານາທິບໍດີຂອງອາເຈນຕິນາຄົນໃໝ່ທີ່ມີແນວຄິດແບບເປີດກວ້າງ ໄດ້ອອກມາຫຼຸດກຳແພງລະຫວ່າງການເກັບພາສີ crypto ອີກຄັ້ງ, ຫຼັງຈາກທີ່ລັດຖະບານໄດ້ປະກາດວ່າຈະເປີດໂອກາດໃຫ້ຜູ້ຖືຄອງ crypto ສາມາດລົງທະບຽນໃຫ້ສິນຊັບຕົນເອງ ແລະ ສາມາດຊໍາລະບັນຊີໃຫ້ຖືກຕ້ອງຕາມກົດໝາຍໄດ້.

ໃນວັນທີ 27 ທັນວາທີ່ຜ່ານມາ ສະພາ​ແຫ່ງ​ຊາດ​ອາ​ເຈນ​ຕິ​ນາ​ໄດ້​ປະກາດ​ໃຊ້​ຮ່າງ​ກົດໝາຍ​ການ​ປະຕິ​ຮູບ​ດ້ານ​ພາສີ, ​ແຮງ​ງານ, ອາຊະຍາ​ກຳ ​ແລະ ​ພະລັງງານ​ຫຼາຍ​ສະບັບ ເຊິ່ງໃນຮ່າງກົດໝາຍດັ່ງກ່າວໄດ້ມີການກ່າວເຖິງຂັ້ນຕອນໃນການຊໍາລະພາສີ crypto ຈະຊ່ວຍໃຫ້ຜູ້ເສຍພາສີສາມາດເຂົ້າມາລົງທະບຽນສິນຊັບຂອງເຂົາເຈົ້າໄດ້ໂດຍບໍ່ຈຳເປັນຕ້ອງເປີດເຜີຍແຫຼ່ງທີ່ມາຂອງສິນຊັບ.

ໂດຍຜູ້ເສຍພາສີທັງໝົດຈໍາເປັນຕ້ອງຈ່າຍພາສີໂດຍອີງໃສ່ອັດຕາພາສີຊັບສິນທີ່ 5% ຫາກຜູ້ຖືປະກາດວ່າຈະຖືຄອງ crypto ພາຍໃນທ້າຍເດືອນມີນາ 2024 ນີ້, ແລະ ໃນກໍລະນີທີ່ຕ້ອງເສຍພາສີ 10% ແມ່ນຜູ້ທີ່ຖືຄອງ crypto ມາແລ້ວຕັ້ງແຕ່ເດືອນເມສາຈົນເຖິງທ້າຍເດືອນມິຖຸນາ 2024 ແລະ ຜູ້ທີ່ຕ້ອງເສຍພາສີ 15% ແມ່ນຜູ້ທີ່ຖືຄອງ crypto ມາຕັ້ງແຕ່ເດືອນກໍລະກົດຈົນເຖິງທ້າຍເດືອນກັນຍາ.

ເຊິ່ງກ່ອນໜ້ານີ້, Diana Mondino ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດໄດ້ອອກມາກ່າວວ່າ ດຳລັດສະບັບນີ້ແມ່ນມີເປົ້າໝາຍໃນການປະຕິຮູບເສດຖະກິດ ແລະ ອະນຸຍາດໃຫ້ສາມາດນຳໃຊ້ crypto ເຂົ້າໃນການໃຊ້ຈ່າຍປະຈໍາວັນພາຍໃຕ້ເງື່ອນໄຂສະເພາະໃດໜຶ່ງ. ເຊິ່ງນີ້ແມ່ນສອດຄ່ອງກັບຄໍາສັ່ງທີ່ຈະຟື້ນຟູເສດຖະກິດຂອງອາເຈນຕິນາທີ່ໄດ້ປະກາດໃນວັນທີ 20 ທັນວາທີ່ຜ່ານມາ. ເຖິງແມ່ນວ່າໃນການປະກາດດັ່ງກ່າວຈະບໍ່ໄດ້ກ່າວເຖິງ crypto ໂດຍກົງ ແຕ່ກໍໄດ້ອະນຸຍາດໃຫ້ລູກໜີ້ສາມາດຊຳລະໃນສະກຸນເງິນທີ່ບໍ່ໄດ້ຮັບການຍອມຮັບວ່າເປັນເງິນທີ່ຊຳລະໄດ້ຕາມກົດໝາຍໃນອາເຈນຕິນາໄດ້.

ສຳລັບການເຄື່ອນໄຫວທັງໝົດນີ້ແມ່ນເກີດຂຶ້ນຈາກຄວາມຕ້ອງການຂອງປະທານາທິບໍດີອາເຈນຕິນາຄົນໃໝ່ທີ່ຕ້ອງການແກ້ໄຂບັນຫາໄພເງິນເຟີ້ພາຍໃນປະເທດ, ໂດຍເຂົາໄດ້ຍົກຍ້ອງໃຫ້ bitcoin ວ່າເປັນເງິນທີ່ຈະສົ່ງຄືນມູນຄ່າໃຫ້ກັບພາກເອກະຊົນ.

ທີ່ມາ:

cointelegraph

cointelegraph2

ambito

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/