ຫຼາຍມະຫາວິທະຍາໄລ ໃນອາເມຣິກາ ເລັ່ງຫາວິທີຮັບມື ChatGPT ຫຼັງນັກສຶກສາໃຊ້ມັນຊ່ວຍຂຽນບົດລາຍງານ ແລະ ເຮັດວຽກບ້ານ

ຫຼາຍມະຫາວິທະຍາໄລ

ຫຼັງຈາກທີ່ຄົນທົ່ວໂລກກຳລັງຕື່ນເຕັ້ນກັບ ChatGPT ເທັກໂນໂລຢີທີ່ສາມາດນໍາມາໃຊ້ໃນຊີວິດປະຈຳວັນໄດ້ຫຼາຍໆດ້ານໄດ້ຢ່າງດີ ຫຼ້າສຸດໄດ້ສະເທືອນໄປຮອດແວດວົງການສຶກສາ ໃນທິດທາງທີ່ບໍ່ຄ່ອຍຈະຖືກຕ້ອງປານໃດ ເນື່ອງຈາກພົບວ່າ ມີນັກສຶກສາຫຼາຍຄົນໃຊ້ມັນຊ່ວຍຂຽນບົດລາຍງານ ແລະ ເຮັດວຽກບ້ານ.

ໂດຍ ໃນໄລຍະທີ່ຜ່ານມາ ChatGPT ໄດ້ສ້າງຄວາມກັງວົນໃຫ້ກັບຫຼາຍໂຮງຮຽນ ແລະ ມະຫາວິທະຍາໄລ ຫຼາຍແຫ່ງໃນອາເມຣິກາ. ໂດຍອາຈານ ໃນມະຫາວິທະຍາໄລ ແຫ່ງໜຶ່ງໃນອາເມຣິກາ ທີ່ສອນກ່ຽວກັບສາສະໜາ ໃຫ້ຂໍ້ມູນວ່າ ລາວໄດ້ໃຫ້ນັກສຶກສາຂຽນບົດຄວາມມາສົ່ງ ແລະ ພົບວ່າໃນລາຍງານຂອງນັກສຶກສານັ້ນ ມີການໃຫ້ຂໍ້ມູນ ອະທິບາຍທິດສະດີ, ແນວຄິດ, ຕົວຢ່າງ ແລະ ຂໍ້ຂັດແຍ້ງຕ່າງໆໄດ້ເປັນຢ່າງດີ ຈົນເອີ້ນວ່າເປັນບົດຄວາມທີ່ມີຄຸນະພາບທີ່ດີເດັ່ນຫຼາຍ.

ຫຼາຍມະຫາວິທະຍາໄລ

ດ້ວຍຄວາມດີເດັ່ນຂອງບົດຄວາມນີ້ເອງ ເຮັດໃຫ້ອາຈານເກີດຄວາມສົງໄສ ແລະ ໄປຖາມນັກສຶກສາ ຈົນສຸດທ້າຍ ນັກສຶກສາຄົນດັ່ງກ່າວຍອມຮັບສາລະພາບວ່າໄດ້ໃຊ້ AI ChatGPT ຊ່ວຍໃນການຂຽນບົດຄວາມບົດນີ້.

ການໃຊ້ ChatGPT ຊ່ວຍຂຽນບົດຄວາມ ຫຼື ບົດລາຍງານ ໄດ້ກາຍເປັນສິ່ງທີ່ເຮັດໃຫ້ວົງການ ການສຶກສາ ໂດຍສະເພາະຄົນເປັນອາຈານ ມີຄວາມກັງວົນເປັນຢ່າງຍິ່ງ ແລະ ຕັ້ງຄຳຖາມວ່າຈະຮັບມືກັບ ເທັກໂນໂລຢີນີ້ແບບໃດ ເພາະຖ້າວ່າບໍ່ມີການຄວບຄຸມແບບນີ້ ກໍອາດຈະມີນັກສຶກສາທີ່ລັກໃຊ້ ChatGPT ໃນການຊ່ວຍຂຽນ ບົດຄວາມບົດລາຍງານ ແບບນີ້ ໄປເລື້ອຍໆ.

ຫຼາຍມະຫາວິທະຍາໄລ

ໂດຍທາງ Open AI ບໍລິສັດຜູ້ພັດທະນາ ChatGPT ກໍໄດ້ຮັບຮູ້ເຖິງບັນຫາດັ່ງກ່າວເປັນທີ່ຮຽບຮ້ອຍແລ້ວ ພ້ອມກັບຢືນຢັນວ່າ ທາງບໍລິສັດ ຈະພັດທະນາເຄື່ອງມືຊ່ວຍກວດສອບຂໍ້ຄວາມຕ່າງໆ ທີ່ຖືກສ້າງຂຶ້ນຈາກ ChatGPT.

ຫຼາຍມະຫາວິທະຍາໄລ

ສ່ວນ Turnitin ເຊິ່ງເປັນຊອບແວ ໃນການກວດຈັບການກ່າຍຜົນງານທາງວິຊາການ ກໍໄດ້ປະກາດແລ້ວວ່າ ຈະມີການພັດທະນາຄວາມສາມາດຕ່າງໆ ທີ່ຈະກວດຈັບການໃຊ້ ChatGPT ຫຼື ເທັກໂນໂລຢີ AI ໃນການຊ່ວຍຂຽນຜົນງານ.

ແຕ່ຢ່າງໃດກໍຕຈາມ ເຖິງແມ່ນວ່າ ChatGPT ຈະເບິ່ງຄືເປັນບັນຫາສໍາລັບມະຫາວິທະຍາໄລ ແລະ ບັນດາອາຈານ ແຕ່ໃນມຸມຂອງນັກສຶກສາ ແລະ ນັກພັດທະນານັ້ນ ChatGPT ນັ້ນຖືເປັນເຄື່ອງມືທີ່ດີ ໃນການຊ່ວຍຂຽນບົດຄວາມ ລວມເຖິງຊ່ວຍຂຽນໂປຣແກຣມຕ່າງໆ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/