ນາຍົກເນັ້ນໃຫ້ຂະແໜງແຜນການ ແລະ ການລົງທຶນ ປະຕິບັດວຽກດັ່ງຄຳຂວັນ “ສ້າງການຫັນປ່ຽນຢ່າງແຂງແຮງ ວຽກງານແຜນການ ແລະ ການລົງທຶນໃນເງື່ອນໄຂໃໝ່”

ນາຍົກເນັ້ນໃຫ້ຂະແໜງແຜນການ

ໃນໂອກາດ ເຂົ້າຮ່ວມກອງປະຊຸມສະຫຼຸບວຽກງານ ແຜນການ ແລະ ການລົງທຶນ ປະຈຳປີ 2022 ແລະ ທິດທາງປະຈຳປີ 2023 ໃນວັນທີ 18 ມັງກອນ ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ເນັ້ນໃຫ້ຂະແໜງແຜນການ ແລະ ການລົງທຶນ ເອົາໃຈໃສ່ຫຼາຍບັນຫາສຳຄັນ ເປັນຕົ້ນ ບັນດາສະຫາຍສະມາຊິກພັກ ແລະ ພະນັກງານ ຕ້ອງເດັດຂາດ ເພີ່ມຄວາມເປັນເຈົ້າການ, ຄວາມຮັບຜິດຊອບ ພາຍໃຕ້ຄໍາຂວັນ ”ສ້າງການຫັນປ່ຽນຢ່າງແຂງແຮງ ວຽກງານແຜນການ ແລະ ການລົງທຶນໃນເງື່ອນໄຂໃໝ່”

ຕ້ອງບຸກທະລຸທາງດ້ານຈິນຕະນາການ, ຄິດໃໝ່, ລຸກໃໝ່, ສ້າງການຫັນປ່ຽນ ໃນການເຮັດວຽກໃຫ້ວ່ອງໄວຂຶ້ນ, ມີປະສິດທິພາບຂຶ້ນຕື່ມ, ເຂົ້າໃຈສະພາບການປ່ຽນແປງທີ່ເກີດຂຶ້ນໃນແຕ່ລະໄລຍະຢ່າງພາວະວິໄສ ແລະ ແກ້ໄຂໃຫ້ທັນ ໂດຍອີງໃສ່ 3 ຫຼັກການທີ່ກໍານົດໃນວາລະແຫ່ງຊາດຄື: ເດັດດ່ຽວ-ເຂັ້ມງວດ, ໂປ່ງໃສ ແລະ ເປັນມືອາຊີບ ຄືການສ້າງຄວາມເປັນນັກວິຊາການ, ສ້າງຄວາມເປັນຊ່ຽວຊານໃຫ້ແກ່ອົງກອນ ແລະ ຕົນເອງ; ສືບຕໍ່ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ ສ້າງ ແລະ ພັດທະນາບຸກຄະລາກອນ ຂອງຂະແໜງແຜນການ ແລະ ການລົງທຶນ ໃຫ້ມີຄວາມຮູ້ຄວາມສາມາດ, ມີຄວາມເປັນເຈົ້າການ, ມີຈັນຍາບັນ, ຮັກວິຊາຊີບ, ອົດທົນເສຍສະຫຼະ ແລະ ປະຕິບັດວິໄນ ທາງດ້ານແຜນການ-ການເງິນຢ່າງເຄັ່ງຄັດ, ຍົກສູງສະຕິຄວາມຮັບຜິດຊອບໜ້າທີ່ການເມືອງ ທີ່ໄດ້ຮັບມອບໝາຍ ແລະ ຖືເອົາຜົນປະໂຫຍດຂອງປະເທດຊາດເປັນກົກ ເພື່ອລຶບລ້າງປາກົດການຫຍໍ້ທໍ້ໃຫ້ຂາດຕົວ.

ຂະແໜງແຜນການ ແລະ ການລົງທຶນ ເປັນຂະແໜງການມະຫາພາກ ທີ່ຕີຈັງຫວະ ແລະ ຕິດຕາມການປະຕິບັດນະໂຍບາຍ ແລະ ມາດຕະການຕ່າງໆ ໃຫ້ລັດຖະບານ ຮ່ວມຂະແໜງການຕ່າງໆ. ດັ່ງນັ້ນ, ຈະເຮັດແນວໃດເພື່ອໃຫ້ເສດຖະກິດຂອງປະເທດ ຍັງສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ມີຄຸນະພາບ, ຄວາມທຸກຍາກຂອງປະຊາຊົນໄດ້ຮັບການແກ້ໄຂ ແລະ ສ້າງວຽກເຮັດງານທຳ, ສິ່ງໜຶ່ງທີ່ເປັນປັດໄຈຕັດສິນ ແມ່ນຕ້ອງມີລະບົບສະຖິຕິທີ່ເຂັ້ມແຂງ ແລະ ລົງເຖິງຮາກຖານ, ມີການຄົ້ນຄວ້າວິໄຈຢ່າງໜັກແໜ້ນ ສາມາດສະເໜີນະໂຍບາຍຕ່າງໆ ໃຫ້ແກ່ການນຳຢ່າງທັນການ, ຕ້ອງສ້າງກົນໄກໃນການປະສານງານ ລະຫວ່າງພາກສ່ວນຕ່າງໆ ຕັ້ງແຕ່ຫົວທີໃຫ້ມີຄວາມໂລ່ງລ່ຽນ, ສະດວກ, ວ່ອງໄວ ແລະ ມີປະສິດທິຜົນສູງ, ມີຄວາມເຂົ້າໃຈໃນບົດບາດ-ພາລະໜ້າທີ່ຂອງແຕ່ລະພາກສ່ວນ ທັງສູນກາງ ແລະ ທ້ອງຖິ່ນ; ສືບຕໍ່ເປັນເຈົ້າໃນການປະສານ ແລະ ຈັດຕັ້ງປະຕິບັດ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນໃຫ້ເປັນຮູບປະທໍາ, ນໍາໃຊ້ທຸກນະໂຍບາຍ ແລະ ມາດຕະການແກ້ໄຂ ແລະ ຄຸ້ມຄອງເສດຖະກິດມະຫາພາກໃຫ້ມີສະຖຽນລະພາບໂດຍພື້ນຖານ, ແກ້ໄຂຄວາມກົດດັນດ້ານເສດຖະກິດໃຫ້ຜ່ອນເບົາລົງເທື່ອລະກ້າວ; ປັບປຸງການສ້າງແຜນໃນໄລຍະໃໝ່ ເລີ່ມຈາກແຜນປີ 2023 ແລະ ປີຕໍ່ໆໄປ ຕ້ອງຕິດແທດກັບຕົວຈິງ ແລະ ມີວິທະຍາສາດຫຼາຍຂຶ້ນ, ປະຕິຮູບລະບົບການລົງທຶນຂອງລັດໃຫ້ມີການຫັນປ່ຽນໃໝ່ຢ່າງແທ້ຈິງ ໂດຍສະເພາະການຈັດບຸລິມະສິດ ແລະ ສຸມໃສ່ໂຄງການທີ່ຈຳເປັນ ແລະ ຮີບດ່ວນ, ມີປະສິດທິຜົນ ແລະ ເຫັນຜົນໄວດ້ານເສດຖະກິດທີ່ແທ້ຈິງ ຄຽງຄູ່ກັບການຈຳກັດໂຄງການທີ່ບໍ່ມີປະສິດທິຜົນ ເພື່ອບໍ່ໃຫ້ສ້າງໜີ້ສະສົມເພີ່ມຂຶ້ນຕື່ມ. ພ້ອມນັ້ນ ກໍຕ້ອງໄດ້ກວດກາຄືນໂຄງການລົງທຶນຂອງລັດທີ່ຍັງບໍ່ທັນໄດ້ປະຕິບັດ, ບໍ່ມີຄວາມຄືບໜ້າ, ບໍ່ມີປະສິດທິຜົນ, ແກ່ຍາວເວລາຈັບຈອງໂຄງການ ແລະ ເນື້ອທີ່, ຖ້າບໍ່ມີຄວາມຄືບໜ້າໃຫ້ສະເໜີໂຈະຊົ່ວຄາວ ຫຼື ຖາວອນ; ສືບຕໍ່ຄົ້ນຄວ້າ ວິທີການຊໍາລະໜີ້ສິນທີ່ຍັງເຫຼືອດ້ວຍຮູບແບບຕ່າງໆ ໃນຂອບເພດານງົບປະມານທີ່ມີໃນແຕ່ລະປີ ແລະ ບໍ່ກະທົບຕໍ່ສະພາບຄ່ອງໃນການດໍາເນີນທຸລະກິດ, ປະຕິບັດກົດໝາຍການລົງທຶນຂອງລັດ ແລະ ຄໍາແນະນໍາຕ່າງໆຢ່າງເຂັ້ມງວດ.

ນາຍົກເນັ້ນໃຫ້ຂະແໜງແຜນການ

ພ້ອມນີ້, ໃຫ້ສຸມໃສ່ປັບປຸງວຽກງານສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຢ່າງແຂງແຮງເລິກເຊິ່ງ, ແກ້ໄຂຂອດຂັ້ນການບໍລິການປະຕູດຽວໃຫ້ໄດ້ໄວ, ຮັດກຸມ, ໂປ່ງໃສ ແລະ ຖືກຕ້ອງຕາມລະບຽບການ; ເພີ່ມທະວີການຈັດຕັ້ງປະຕິບັດຄໍາສັ່ງເລກທີ 02/ນຍ ແລະ 03/ນຍ ຢ່າງເຂັ້ມງວດ ເພື່ອປັບປຸງສະພາບແວດລ້ອມການດໍາເນີນທຸລະກິດພາຍໃນປະເທດໃຫ້ດີຂຶ້ນ, ບຸກທະລຸໃນການນໍາໃຊ້ເຄື່ອງມືທັນສະໄໝເຂົ້າໃນການສະເໜີຂໍລົງທຶນ, ຄົ້ນຄວ້າຕໍ່ການສະເໜີຈົນຮອດຂອດການແຈ້ງຜົນການຄົ້ນຄວ້າຢ່າງເປັນລະບົບ; ສືບຕໍ່ຄຸ້ມຄອງ ແລະ ສົ່ງເສີມເຂດເສດຖະກິດພິເສດ ໃຫ້ກາຍເປັນກໍາລັງແຮງແທ້ຈິງໃຫ້ການພັດທະນາ ເສດຖະກິດ-ສັງຄົມ, ພັດທະນາເຂດເສດຖະກິດພິເສດຕ້ອງໃຫ້ມີຈຸດສຸມ, ມີການບໍລິຫານ ແລະ ຄຸ້ມຄອງເຂດໃຫ້ຮັດກຸມຕາມສັນຍາ, ລະບຽບ ແລະ ກົດໝາຍຢ່າງເຄັ່ງຄັດ, ການບໍລິການຂອງພາກລັດ ຢູ່ພາຍໃນເຂດເສດຖະກິດພິເສດ ກໍຕ້ອງເຮັດແບບປະຕູດຽວ ແລະ ຄົບຊຸດ ເພື່ອສ້າງສະພາບແວດລ້ອມທີ່ເອື້ອອໍານວຍຄວາມສະດວກໃຫ້ແກ່ຜູ້ລົງທຶນ. ຮຽກຮ້ອງໃຫ້ບັນດາທ້ອງຖິ່ນທີ່ມີເຂດເສດ ຖະກິດພິເສດຕ້ອງລົງຕິດຕາມ, ກວດກາຢ່າງໃກ້ຊິດໃນການຄຸ້ມຄອງບໍລິຫານໃຫ້ເຂົ້າສູ່ລະບຽບ, ມີຄວາມສະຫງົບ ແລະ ເອົາການບໍລິການທີ່ມີຄວາມວ່ອງໄວ, ສະດວກ ເພື່ອດຶງດູດການລົງທຶນເຂົ້າໃນເຂດແຕ່ລະແຫ່ງ.

ສ່ວນວຽກຮ່ວມມືກັບສາກົນ, ຮ່ວມມືລາວ-ຫວຽດນາມ ແລະ ຮ່ວມມືລາວ-ຈີນ ແມ່ນສືບຕໍ່ຊຸກຍູ້ ເສີມຂະຫຍາຍ, ຂົນຂວາຍການຊ່ວຍເຫຼືອທາງດ້ານວິຊາການ ແລະ ທຶນຮອນ ເຂົ້າມາໃນຂະບວນການພັດທະນາ ຕ້ອງມີຈຸດສຸມ, ມີການເລືອກເຟັ້ນ ແລະ ເປັນລະບົບ; ຫັນເອົາທຶນຈາກການຊ່ວຍເຫຼືອທາງການເພື່ອການພັດທະນາ ໄປສູ່ການພັດທະນາຄົນ, ສ້າງຂີດຄວາມສາມາດໃຫ້ພະນັກງານກາຍເປັນຊ່ຽວຊານ, ນໍາໃຊ້ການຊ່ວຍເຫຼືອເຂົ້າໃນການພັດທະນາໂຄ່ງລ່າງພື້ນຖານທີ່ຈໍາເປັນແທ້ໆ ແລະ ບັນຫາສຳຄັນອື່ນໆ.

ໂອກາດນີ້, ທ່ານ ນາຍົກລັດຖະມົນຕີ ຍັງໄດ້ຮຽກຮ້ອງມາຍັງຄະນະພັກ, ຄະນະນໍາ ພ້ອມດ້ວຍພະນັກງານຫຼັກແຫຼ່ງຂອງຂະແໜງແຜນການ-ການລົງທຶນ ແລະ ທຸກຂະແໜງການສືບຕໍ່ຍົກສູງຄວາມຮັບຜິດຊອບໜ້າທີ່ການເມືອງຂອງຕົນແທ້ໆ ໃນພາລະກິດພັດທະນາເສດຖະກິດ-ສັງຄົມແຫ່ງຊາດໃຫ້ມີຄວາມເຂັ້ມແຂງ ແລະ ໜັກແໜ້ນ, ມີຈິດໃຈຮັກຊາດ, ເສຍສະຫຼະເພື່ອ ສ່ວນລວມ, ຊື່ສັດບໍລິສຸດ, ພ້ອມກັນຈັດຕັ້ງປະຕິບັດບັນດາມາດຕະການຕ່າງໆ ຢ່າງຈິງຈັງຄືກັນກັບນັກຮົບປະຕິວັດໃນສະໜາມຮົບຕໍ່ສູ້ກູ້ຊາດໃນເມື່ອກ່ອນ ແລະ ສະໜາມຮົບແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ທີ່ປະເທດເຮົາກໍາລັງປະເຊີນຢູ່ໃນປັດຈຸບັນ ທີ່ມີຄວາມສ່ຽງຫຼາຍປະການ ແລະ ຖືເປັນບາດລ້ຽວທີ່ພວກເຮົາຕ້ອງໄດ້ສຸມກໍາລັງແຮງ ແລະ ມັນສະໝອງ ເຂົ້າໃນການສຶກສາ-ຄົ້ນຄວ້າ, ລົງເລິກວິໄຈບັນຫາໃຫ້ລະອຽດໃຫ້ຮູ້ສາເຫດຕົ້ນຕໍແທ້ຈິງ ແລະ ຈະແຈ້ງ ເພື່ອຮ່ວມຈິດຮ່ວມໃຈ ສາມັກຄີ ເປັນນໍ້າໜຶ່ງໃຈດຽວກັນ ເຮັດໃຫ້ບັນດາຄາດໝາຍຕ່າງໆ ບັນລຸໄດ້ຜົນສໍາເລັດໃໝ່ ຢ່າງເປັນຮູບປະທໍາ.

ນາຍົກເນັ້ນໃຫ້ຂະແໜງແຜນການ

ຂອບໃຈຂໍ້ມູນຈາກ: https://bit.ly/3wfhrSQ

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/