ສປປ ລາວ ກຽມສົ່ງ 31 ປະເພດກິລາ ຮ່ວມຊິງໄຊໃນຊີເກມ ຄັ້ງທີ 32 ທີ່ປະເທດກໍາປູເຈຍ

ສປປ ລາວ ກຽມສົ່ງ 31 ປະເພດກິລາ

ການແຂ່ງຂັນກິລາໃນງານມະຫະກຳກິລາຊີເກມ ຄັ້ງທີ 32 ຫຼື “ພະນົມເປນ ເກມ 2023” ທີ່ນະຄອນຫຼວງພະນົມເປນ ປະເທດກຳປູເຈຍ ເປັນເຈົ້າພາບ ໃນກາງປີນີ້  ກຳນົດໃຫ້ມີການຊິງໄຊທັງໝົດ 608 ຫຼຽນຄໍາ ໃນ 40 ກວ່າປະເພດກິລາ ເຊິ່ງເປັນຈໍານວນຫຼຽນຄໍາສູງສຸດນັບຕັ້ງແຕ່ມີການແຂ່ງຂັນກິລາຊີເກມ ແຕ່ລະຄັ້ງຜ່ານມາ. ຂະນະທີ່ ສປປ ລາວ ຄາດຈະສົ່ງທັບນັກກິລາເຂົ້າຮ່ວມຊິງໄຊທັງໝົດ 31 ປະເພດກິລາ ແລະ ພ້ອມໃຫ້ທັບນັກກິລາລາວ ໄດ້ເກັບຕົວເຝິກຊ້ອມເປັນເວລາ 90 ວັນ ກ່ອນເຂົ້າຮ່ວມແຂ່ງຂັນ.

ທ່ານ ບຸນມາ ທຳມະວົງ ຫົວໜ້າພະແນກພັດທະນາກິລາ ກົມກິລາລະດັບສູງ ກະຊວງສຶກສາທິການ ແລະ ກິລາ ລາຍງານໃຫ້ທີມງານນັກຂ່າວໜັງສືພິມສຶກສາ, ວິທະຍາສາດ ແລະ ກິລາ ໃຫ້ຮູ້ວ່າ: ໃນປັດຈຸບັນທາງກົມກິລາລະດັບສູງ ໃນນາມກອງເລຂາເຕັກນິກ ກະກຽມນຳພາທັບນັກກິລາລາວ ເຂົ້າຮ່ວມແຂ່ງຂັນກິລາໃນງານມະຫະກຳກິລາຊີເກມ ຄັ້ງທີ 32 ທີ່ນະຄອນຫຼວງພະນົມເປນ ປະເທດກຳປູເຈຍ ເປັນເຈົ້າພາບ ລະຫວ່າງວັນທີ 5-17 ພຶດສະພາ 2023 ໄດ້ມີການຈັດຕັ້ງປະຕິບັດແຜນວຽກງານຕ່າງໆທີ່ຂຶ້ນແຜນໄວ້ໃນເບື້ອງຕົ້ນ ມີຄວາມຄືບໜ້າໄປຫຼາຍແລ້ວ ໂດຍສະເພາະກຳລັງລົງທະບຽນປ້າຍນຳເບີຂອງນັກກິລາ ແລະ ກຳນົດປະເພດກິລາສົ່ງເຂົ້າຮ່ວມແຂ່ງຂັນ ເຊິ່ງຄາດວ່າປີນີ້ ຈະສົ່ງນັກກິລາເຂົ້າຮ່ວມທັງໝົດ 31 ປະເພດກິລາ. ແຕ່ເຖິງຢ່າງໃດກໍຕາມ, ແຜນທັງໝົດນີ້ ຍັງຢູ່ໃນການພິຈາລະນາຂອງລັດຖະບານ ສ່ວນລາຍລະອຽດຄວາມຊັດເຈນຈະເປັນແນວໃດນັ້ນ ຈະຂໍລາຍງານໃຫ້ຊາບຕື່ມອີກ. 

ສປປ ລາວ ກຽມສົ່ງ 31 ປະເພດກິລາ

ທ່ານ ບຸນມາ ທຳມະວົງ ກ່າວໃຫ້ຮູ້ອີິກວ່າ: ສຳລັບສູນເຝິກຊ້ອມກິລາ 31 ປະເພດນັ້ນ ແມ່ນໄດ້ເຝິກແອບທີ່ສະໜາມກິລາຕ່າງໆພາຍໃນສູນກາງ ເຊັ່ນ: ສູນເຝິກກິລາແຫ່ງຊາດ (ສີເກີດ), ວິທະຍາເຂດດົງໂດກ ຫຼື ສະໜາມອ້ອມຂ້າງ ມະຫາວິທະຍາໄລແຫ່ງຊາດ, ສະໜາມກິລາກະຊວງປ້ອງກັນປະເທດ (ຫຼັກ5), ສະໜາມກິລາແຫ່ງຊາດ (ຫຼັກ16), ເຂດບ້ານໂພນທັນ ແລະ ວິທະຍາໄລເຕັກນິກສັບພະວິຊາ ສ່ວນກິລາລົດຖີບ ເຊິ່ງເປັນປະເພດກິລາທີ 31 ແມ່ນກໍານົດ ເຝິກຊ້ອມຢູ່ເສັ້ນທາງ 450 ປີ, ເສັ້ນທາງບ້ານເກິນ ແລະ ເສັ້ນທາງເມືອງວັງວຽງ ເປັນຫຼັກ.

ສປປ ລາວ ກຽມສົ່ງ 31 ປະເພດກິລາ

ສໍາລັບການນແຂ່ງຂັນກິລາ “ພະນົມເປນ ເກມ 2023” ປີນີ້ ຈະມີການຊິງໄຊທັງໝົດ 608 ຫຼຽນຄຳ ໃນ ຈຳນວນ 40 ກວ່າປະເພດກິລາ ໃນນີ້ແບ່ງເປັນກິລາແລ່ນ-ລານ, ກິລາທາງນ້ຳ 69 ຫຼຽນຄຳ, ໂດດນ້ຳ, ໂປໂລ, ຟິນສະວິມມິງ, ດອກປີກໄກ່, ບານບ້ວງ, ບິນລຽດ-ສະນຸກເກີ, ມວຍສາກົນ, ເພາະກາຍ, ໝາກເສິກ, ຄຣິກເກດ, ລົດຖີບ, ແດ້ນສະປອດ, ອີ-ສະປອດ, ຟັນດາບ, ຟຼໍບານ, ເຕະບານ, ກັອບ, ຢິມນາສຕິກສິນ, ຢິມນາສຕິກແອໂຣບິກ, ຮອກກີ, ເຈັດສະກີ, ຢູໂດ, ຄາຣາເຕໂດ, ອານິດ, ຢູຢິດສູ, ຄິກບັອກຊິ້ງ, ຄຸນໂບກາຕໍ, ມວຍລາວ, ໂວວີນາມ, ອອບສະຕັດເຄິນ, ປັນຈັກສີລັດ, ເປຕັງ, ເຮືອໃບ, ຊັອບເທັນນິດ, ກະຕໍ້, ປິ່ງປ່ອງ, ເທຄວັນໂດ, ເຮືອຍາວ, ເທັນນິສ, ໄຕຣກິລາ, ບານສົ່ງ, ຍົກນ້ຳໜັກ, ມວຍປ້ຳ ແລະ ວູຊູ.

ຂອບໃຈຂໍ້ມູນຈາກ: https://bit.ly/3weqtQ8

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/