ມາສານຕໍ່ການລ້າງແຄ້ນນຳກັນເທາະ! The Glory 2 ປະກາດສາຍ 10 ມີນານີ້

ມາສານຕໍ່ການລ້າງແຄ້ນ

ຖ້າໃຜເປັນແຟນຄລັບຮູບເງົາ ຫຼື ຊີຣີ້ແນວຕີແຜ່ບັນຫາສັງຄົມ ເຊື່ອວ່າ “The Glory” ກໍຄືຈະເປັນໜຶ່ງຊີຣີ້ທີ່ໄດ້ໃຈຜູ້ເບິ່ງໄປຫຼາຍໆຄົນ. ຫຼັງຈາກທີ່ The Glory ປ່ອຍ Season 1 ໃຫ້ທຸກຄົນໄດ້ເບິ່ງຄັ້ງທຳອິດນຳກັນທົ່ວໂລກເມື່ອວັນທີ 30 ທັນວາ 2022 ກໍໄດ້ຖືກເວົ້າເຖິງກັນຢ່າງຫຼວງຫຼາຍຕາມສື່ໂຊຊຽວ ພ້ອມກັບສ້າງກະແສຕອບຮັບທີ່ດີເກີນຄາດ ເພາະສາມາດຂຶ້ນໄປຕິດອັນດັບ Top 10 ຕໍ່ເນື່ອງດົນນານເຖິງ 3 ອາທິດ ແລະ ຍັງຕິດ Chart Top 10 ລາຍການໂທລະພາບພາສາຕ່າງປະເທດຂອງ Netflix ໃນ 34 ທົ່ວໂລກ ພ້ອມກັບຍອດຮັບຊົມລວມສູງເຖິງ 148 ລ້ານຊົ່ວໂມງ.

ມາສານຕໍ່ການລ້າງແຄ້ນ

ເນື່ອງຈາກ The Glory ເປັນຊີຣີ້ທີ່ມີເນື້ອຫາກ່ຽວກັບການລ້າງແຄ້ນ, ການຕີແຜ່ສັງຄົມເຖິງບັນຫາຄວາມຮຸນແຮງໃນໂຮງຮຽນ ເຮັດໃຫ້ແຟນໆຊີຣີ້ຖືກໃຈ ແລະ ອົດໃຈບໍ່ໄຫວທີ່ຈະເບິ່ງ Season 2 ເພາະ Season 1 ຖືກປ່ອຍອອກມາພຽງ 8 ep ເທົ່ານັ້ນ. ຫຼ້າສຸດນີ້ຂ່າວດີຂອງແຟນຊີຣີ້ເລື່ອງນີ້ກໍມາຮອດແລ້ວ ເມື່ອທາງ ‘Netflix’ ອອກມາປະກາດວ່າ ‘The Glory season 2’ ແມ່ນພ້ອມທີ່ຈະລົງຈໍໃຫ້ຄົນທົ່ວໂລກໄດ້ເບິ່ງແລ້ວໃນວັນທີ 10 ມີນາ ທີ່ຈະມາຮອດນີ້ ພ້ອມນັ້ນຍັງໄດ້ປ່ອຍເຊັດຮູບເອີ້ນນ້ຳຍ່ອຍມາໃຫ້ແຟນໆໄດ້ເບິ່ງອີກພ້ອມ.

ມາສານຕໍ່ການລ້າງແຄ້ນ
ມາສານຕໍ່ການລ້າງແຄ້ນ

ທາງດ້ານ ຄິມອຶນຊຸກ ຜູ້ຂຽນບົດເລື່ອງນີ້ໄດ້ກ່າວດ້ວຍຄວາມໝັ້ນໃຈວ່່າ “ຫາກເຈົ້າໄດ້ເບິ່ງ The Glory 1 ໄປແລ້ວ ເຈົ້າຈະຕ້ອງບໍ່ພາດເບິ່ງ Season 2 ຢ່າງແນ່ນອນ ເພາະ The Glory 2 ເອີ້ນໄດ້ວ່າເຕັມອີ່ມໄປດ້ວຍຄວາມສະໃຈ ແລະຄວາມເຂັ້ມຂຸ້ນທີ່ເໜືອລະດັບຄວາມຄາດໝາຍ”

ມາສານຕໍ່ການລ້າງແຄ້ນ

ສຳລັບ The Glory ແມ່ນເລົ່າເຖິງເລື່ອງລາວຂອງຍິງສາວຄົນໜຶ່ງທີ່ຮ່າງຄາຍ ແລະ ຈິດໃຈໄດ້ແຕກສະຫຼາຍໄປ ເນື່ອງຈາກເຫດການຄວາມຮຸນແຮງໃນໂຮງຮຽນທີ່ໄດ້ປະສົບເມື່ອຕອນຍັງເປັນນັກຮຽນມັດທະຍົມ ແລະ ເມື່ອເວລາຜ່ານໄປຍິງສາວກໍໄດ້ອຸທິດທັງຊີວິດວາງແຜນແກ້ແຄ້ນຢ່າງພິຖີພິຖັນ ເພື່ອລົງໂທດກຸ່ມຄົນທີ່ເຄີຍຂົ່ມເຫັງຕົນເອງ ຈົນໄດ້ສ້າງຄວາມຊົງຈຳ ແລະ ປະສົບການຊີວິດທີ່ໂຫດຮ້າຍໃຫ້ກັບຕົນເອງ.

ມາສານຕໍ່ການລ້າງແຄ້ນ

ໃຜທີ່ບໍ່ທັນໄດ້ເບິ່ງ The Glory Season 1 ແມ່ນສາມາດເບິ່ງໄດ້ແລ້ວທີ່ Netflix ແລະ ໃຜທີ່ຄອງຄອຍ Season 2 ກໍອົດໃຈຖ້າອີກໜ້ອຍໜຶ່ງເພາະ ວັນທີ 10 ມີນາ 2023 ເຮົາກໍຈະໄດ້ຮັບຊົມພາກຕໍ່ຂອງການແກ້ແຄ້ນແລ້ວ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/