ນະຄອນຫຼວງວຽງຈັນ ຄາດວ່າຈະໃຊ້ງົບ 190 ກວ່າຕື້ກີບ ສ້ອມແປງເສັ້ນທາງ ເພື່ອຮອງຮັບການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

ນະຄອນຫຼວງວຽງຈັນ-ຄາດວ່າຈະໃຊ້ງົບ 190 ກວ່າຕື້ກີບ

ນະຄອນຫຼວງວຽງຈັນມີການຄາດຄະເນເບື້ອງຕົ້ນ ໃນການນຳໃຊ້ງົບປະມານແມ່ນ 190 ກວ່າຕື້ກີບ ເພື່ອຈະສ້ອມແປງບັນດາເສັ້ນທາງພາຍໃນນະຄອນຫຼວງວຽງຈັນ ໃຫ້ສາມາດສັນຈອນໄປມາໄດ້ຢ່າງສະດວກສະບາຍ ແລະ ສະອາດງາມຕາ ໃນການຕ້ອນຮັບແຂກຜູ້ມີກຽດເຂົ້າມາຢ້ຽມຢາມປະເທດ ເພາະປີ 2024 ສປປ ລາວ ເຮົາເປັນກໍໄດ້ເປັນປະທານອາຊຽນ ທີ່ໃກ້ຈະມາເຖິງນີ້.

ໃນໂອກາດທີ່ໄດ້ຂຶ້ນຊີ້ແຈງໃນກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ 2 ທີ່ຈັດຂຶ້ນໃນວັນທີ 13 ມັງກອນ 2023 ທີ່ຜ່ານມາ. ໃນນີ້ທ່ານ ສຸລິວັນ ພົມມະຫາໄຊ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ ໄດ້ໃຫ້ຮູ້ວ່າ ພາຍຫຼັງທີ່ໄດ້ຮັບການແຕ່ງຕັ້ງຂອງຂໍ້ຕົກລົງຂອງເຈົ້າຄອງນະຄອນຫຼວງວຽງຈັນ ກໍຄືພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ ໄດ້ມີການສຸມໃສ່ກະກຽມ ແລະ ຂຶ້ນແຜນສ້ອມແປງ ຫຼື ປັບປຸງບັນດາເສັ້ນທາງພາຍໃນນະຄອນຫຼວງວຽງຈັນ.

ນະຄອນຫຼວງວຽງຈັນ-ຄາດວ່າຈະໃຊ້ງົບ 190 ກວ່າຕື້ກີບ

ໂດຍສະເພາະເສັ້ນທາງທີ່ເຂົ້າໄປຫາສະຖານທີ່ກະກຽມຈັດຕ້ອນຮັບແຂກ ຫຼື ຈັດກອງປະຊຸມ ແລະ ສະຖານທີ່ພັກເຊົາຂົງເຂດທີ່ແຂກຈະມາຮ່ວມກອງປະຊຸມ ແລະ ເສັ້ນທາງທີ່ຈະໄປສະຖານທີ່ຕ່າງໆ. ເຊິ່ງໃນເບື້ອງຕົ້ນກໍໄດ້ມີການນຳສະເໜີແຜນງົບປະມານຈຳນວນ 26 ຕື້ກວ່າກີບ, ຫຼັງຈາກນັ້ນ ກໍໄດ້ມີການປະເມີນຮ່ວມປະຊຸມກັບພະແນກຂະແໜງການ ແລະ ການລົງທຶນ ນະຄອນຫຼວງວຽງຈັນ ພາຍໃຕ້ການຊີ້ນຳຂອງທ່ານຮອງເຈົ້າຄອງນະຄອນຫຼວງວຍງຈັນ ທີ່ໄດ້ຮັບການຊີ້ນຳເພີ່ມຕື່ມໃຫ້ຮ່ວມກັບບັນດານເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງ ຂຶ້ນແຜນຄວາມຈຳເປັນຕ່າງໆຕື່ມອີກ ແລະ ກໍມີການເຮັດງົບປະມານລວມ. ເຊິ່ງຄາດວ່າຈະໄດ້ເຂົ້ານຳໃຊ້ໃນການສ້ອມແປງເສັ້ນທາງດັ່ງກ່າວ.

ນະຄອນຫຼວງວຽງຈັນ-ຄາດວ່າຈະໃຊ້ງົບ 190 ກວ່າຕື້ກີບ

ຖືໄດ້ວ່າເປັນເງິນທີ່ບໍ່ໜ້ອຍ ໃນການປັບປຸງປົວແປງເສັ້ນທາງ ສຳລັບພື້ນຖານໂຄງລ່າງນະຄອນຫຼວງວຽງຈັນ ເພື່ອຕ້ອນຮັບວັນສຳຄັນ ແລະ ວາລະໂອກາດອັນພິເສດໃນລະດັບຊາດ ລະດັບປະເທດ. ນີ້ເປັນພຽງການປະເມີນໃນເບື້ອງຕົ້ນເທົ່ານັ້ນ ເພາະຍັງຕ້ອງໄດ້ຜ່ານນຳຂັ້ນນະຄອນຫຼວງວຽງຈັນ ລວມເຖິງສົມທັບກັບກະຊວງໂຍທາທິການ ແລະ ຂົນສົ່ງ ເພື່ອຕີລາຄາຄືນຢ່າງລະອຽດ ວ່າເສັ້ນທາງໃດ ຫຼື ວຽກງານໃດ ມີຄວາມຈຳເປັນທີ່ສຸດ.

ນະຄອນຫຼວງວຽງຈັນ-ຄາດວ່າຈະໃຊ້ງົບ 190 ກວ່າຕື້ກີບ

ຂອບໃຈຂໍ້ມູນຈາກ: https://bit.ly/3wcJWjZ

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/