ນາຍົກນິວຊີແລນ ປະກາດ ຈະລົງຈາກຕຳແໜ່ງໃນເດືອນກຸມພານີ້ ຫຼັງຈາກດຳລົງຕຳແໜ່ງມາກວ່າ 5 ປີ

ນາຍົກນິວຊີແລນ-ປະກາດ

ຫຼາຍປີທີ່ຜ່ານມາຫຼາຍຄົນກໍອາດຈະຄຸ້ນໜ້າກັບ ຈາຊິນດາ ອາເດິນ ຜູ້ນຳຍິງຂອງປະເທດນິວຊີແລນ ຄົນນີ້ໄດ້ເປັນຢ່າງດີເນື່ອງດ້ວຍຜົນງານການບໍລິຫານປະເທດ ແລະ ນະໂຍບາຍຕ່າງໆ ທີ່ເຮັດໃຫ້ ຈາຊິນດາ ເປັນຜູ້ນຳທີ່ຖືກຍ້ອງຍໍຊົມເຊີຍໃນໄລຍະທີ່ຜ່ານມາ. ຢ່າງໃດກໍຕາມຫຼ້າສຸດນີ້ ຈາຊິນດາ ອາເດິນ ໜຶ່ງໃນຜູ້ນຳຮຸ່ນໃໝ່ຂອງໂລກໄດ້ປະກາດວ່າລາວຈະລົງຈາກຕຳແໜ່ງນາຍົກລັດຖະມົນຕີໃນວັນທີ 7 ກຸມພາ 2023 ນີ້ ເຊິ່ງຖືວ່າເປັນການລົງຈາກຕຳແໜ່ງກ່ອນສິ້ນສຸດວາລະ ພ້ອມກັບປະກາດວ່າຈະບໍ່ລົງສະໝັກເລືອກຕັ້ງອີກໃນວັນທີ 14 ຕຸລາ 2023 ນີ້ອີກດ້ວຍ.

ນາຍົກນິວຊີແລນ-ປະກາດ

“ມັນເປັນເວລາ 5 ປີເຄິ່ງທີ່ເຕີມເຕັມຫຼາຍທີ່ສຸດໃນຊີວິດ ແຕ່ທີ່ຂ້ອຍຕັດສິນໃຈລາອອກຈາກວຽກງານທີ່ມີຄຸນຄ່າແບບນີ້ ເປັນເພາະຂ້ອຍຕ້ອງແບກຮັບຄວາມຮັບຜິດຊອບທີ່ຍິ່ງໃຫຍ່ເຊັ່ນກັນ” ຈາຊິນດາ ກ່າວໃນງານຖະແຫຼງຂ່າວທີ່ເມືອງເນເປຍ “ການນຳປະເທດໃນໄລຍະສະຫງົບສຸກເປັນເລື່ອງໜຶ່ງ ແຕ່ໃນໄລຍະວິກິດເປັນອີກເລື່ອງໜຶ່ງເລີຍ”.

ນາຍົກນິວຊີແລນ-ປະກາດ

“ເຈົ້າບໍ່ສາມາດ ແລະ ບໍ່ຄວນເລີຍທີ່ຈະຮັບວຽກນີ້ ນອກຈາກວ່າຈະມີພະລັງຢູ່ເຕັມກຳລັງ ແລະ ມີສຳຮອງໄວ້ອີກສຳລັບເຫດການທີ່ບໍ່ຄາດຝັນ” ຈາຊິນດາ ອາເດິນ ນາຍົກລັດຖະມົນຕີຈາກພັກແຮງງານຂອງນິວຊີແລນກ່າວ.

ທັງນີ້ພັກແຮງງານນິວຊີແລນທີ່ ຈາຊິນດາ ສັງກັດຢູ່ຈະເຮັດການເລືອກຜູ້ນຳພັກ ແລະ ຜູ້ນຳປະເທດຄົນໃໝ່ພາຍໃນ 3 ມື້ຕາມຄຳຢືນຢັນຂອງ ຈາຊິນດາ ແລະ ລາວເອງກໍຢືນຢັນວ່າຈະຍັງເປັນສະມາຊິກຜູ້ແທນລາສະດອນໃນສະພາຈົນຮອດເດືອນເມສາ ເພື່ອທີ່ຈະໄດ້ບໍ່ຕ້ອງມີການເລືອກຕັ້ງໃໝ່.

ນາຍົກນິວຊີແລນ-ປະກາດ

ຈາຊິນດາ ອາເດິນ ເຂົ້າມາຮັບຕຳແໜ່ງໃນປີ 2017 ເຊິ່ງຕອນນັ້ນລາວມີອາຍຸພຽງແຕ່ 37 ປີ (ປັດຈຸບັນ 42) ເຊິ່ງຕະຫຼອດໄລຍະເວລາຂອງການດຳລົງຕຳແໜ່ງ ຈາຊິນດາ ເຄີຍພົບເຈິກັບເຫດການຄັ້ງສຳຄັນຢູ່ຫຼາກຫຼາຍເລື່ອງ ບໍ່ວ່າຈະເປັນການລະບາດຂອງໄວຣັສ COVID-19, ເຫດການກວາດຍິງໃນມັດສະຍິດ ເຮັດໃຫ້ມີຜູ້ເສຍຊີວິດ 51 ຄົນ, ວິກິດພູໄຟລະເບີດໃນເກາະໄວນ໌ ແຕ່ລາວກໍຮັບມືມັນດ້ວຍຄວາມອ່ອນໂຍນ ແລະ ໃຊ້ຄວາມເຫັນໃຈນຳທາງ ຈົນຂະໜາດທີ່ມະຫາວິທະຍາໄລຮາວາດ ນໍາເອົາລັກສະນະການບໍລິຫານວຽກຂອງລາວໄປເປັນກໍລະນີສຶກສາໃນເລື່ອງຜູ້ນຳທາງການເມືອງ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/