ນະຄອນຫຼວງວຽງຈັນ ກຽມປ່ອຍຍຸງລາຍບ້ານ ທີ່ມີເຊື້ອ Wolbachia ຢູ່ 2 ເມືອງ

ນະຄອນຫຼວງວຽງຈັນ

ຍຸງລາຍບ້ານ ທີ່ຖືເຊື້ອໂວບັກເຄຍ (Wolbachia) ເປັນຄວາມຫວັງໃໝ່ທີ່ຈະຊ່ວຍຫລຸດການແຜ່ເຊື້ອໄຂ້ຍຸງລາຍໃນ ສປປ ລາວ ອີງຕາມຜົນການວິໄຈທາງວິທະຍາສາດ ຊີ້ໃຫ້ເຫັນວ່າ: ຍຸງທີ່ຖືເຊື້ອດັ່ງກ່າວ ຊ່ວຍຢັບຢັ້ງການຂະຫຍາຍຕົວ ແລະ ການສົ່ງຕໍ່ເຊື້ອໄວຣັສ ທີ່ເຮັດໃຫ້ເກີດພະຍາດໄຂ້ຍຸງລາຍ, ໄຂ້ປວດກະດູກ, ໄຂ້ຊິກ້າ, ໄຂ້ຕົວເຫລືອງ ແລະ ພະຍາດອື່ນໆ ຄາດວ່າຈະທົດລອງປ່ອຍຍຸງລາຍບ້ານ ທີ່ຖືເຊື້ອ ໂວບັກເຄຍ ຢູ່ເມືອງຈັນທະບູລີ ແລະ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ (ນວ) ໃນທ້າຍເດືອນເມສາ ຫາ ຕົ້ນເດືອນກັນຍານີ້.

ນະຄອນຫຼວງວຽງຈັນ

ທ່ານນາງ ພຸດມະນີ ທຳມະວົງ ຜູ້ຈັດການໂຄງການ ຄວບຄຸມປະຊາກອນຍຸງໂລກ ປະຈຳອົງການຊ່ວຍເຫຼືອເດັກສາກົນ ປະຈຳລາວ ໄດ້ລາຍງານໃຫ້ຮູ້ ໃນວັນທີ 19 ມັງກອນ 2023 ວ່າ: ຍຸງລາຍບ້ານທີ່ຖືເຊື້ອ ໂວບັກເຄຍ ຈະມີພູມຕ້ານທານທີ່ສາມາດຢັບຢັ້ງເຊື້ອໄວຣັສພາຍໃນໂຕມັນເອງ ເວລາຍຸງດັ່ງກ່າວ ໄປກັດຜູ້ປ່ວຍໄຂ້ຍຸງລາຍ ຫລື ພະຍາດອື່ນໆ ທີ່ມີຍຸງລາຍເປັນພາຫະນຳເຊື້ອ ຈະບໍ່ສາມາດສົ່ງຕໍ່ພະຍາດດັ່ງກ່າວ ໄປຫາຜູ້ອື່ນ ເນື່ອງຈາກເຊື້ອ ໂວບັກເຄຍ ໃນໂຕຍຸງໄດ້ທຳລາຍເຊື້ອໄວຣັສ ດັ່ງກ່າວພາຍໃນໂຕມັນເອງ. ຜ່ານການຄົ້ນຄວ້າວິໄຈໂຄງການຄວບຄຸມປະຊາກອນຍຸງໂລກ ສະແດງໃຫ້ເຫັນວ່າ ການປ່ອຍຍຸງລາຍບ້ານ ທີ່ມີເຊື້ອໂວບັກເຄຍ ຈະສາມາດລົດຜ່ອນ ການສົ່ງຕໍ່ເຊື້ອໄຂ້ຊະນິດດັ່ງກ່າວໄດ້ ດ້ວຍການນຳເອົາຍຸງລາຍບ້ານທີ່ຖືເຊື້ອ ໂວບັກເຄຍ ໄປປ່ອຍໃນເຂດພື້ນທີ່ ທີ່ມີການລະບາດຂອງໄຂ້ຍຸງລາຍ ເພື່ອໃຫ້ຍຸງລາຍທີ່ມີເຊື້ອໄປປະສົມພັນກັບ ຍຸງລາຍທີ່ບໍ່ມີເຊື້ອ ຈະເຮັດໃຫ້ຈໍານວນຍຸງລາຍບ້ານ ທີ່ມີເຊື້ອໂວບັກເຄຍ ແຜ່ຂະຫຍາຍເພີ່ມຂຶ້ນ ແຕ່ມີຄວາມປອດໄພຕໍ່ຄົນ, ສັດ ແລະ ສິ່ງແວດລ້ອມ ຄາດວ່າຈະທົດລອງປ່ອຍຍຸງ ທີ່ຖືເຊື້ອ ໂວບັກເຄຍ ຢູ່ເມືອງຈັນທະບູລີ ແລະ ເມືອງໄຊເສດຖາ ໃນ 30 ກວ່າບ້ານ, ໄລຍະປ່ອຍຍຸງ 20 ອາທິດ ເຊິ່ງຈອກປ່ອຍຍຸງ 1 ໜ່ວຍ ຈະປ່ອຍໃນພື້ນທີ 50×50 ແມັດ. ໃນໄລຍະປ່ອຍຍຸງ ແລະ ຫຼັງປ່ອຍຍຸງ ປະຊາຊົນ ຫຼື ແຕ່ລະຄົວເຮືອນ ສາມາດປະຕິບັດມາດຕະການຄຸ້ມຄອງພາຫະນະນຳເຊື້ອຕາມປົກກະຕິ ໝາຍຄວາມວ່າ ປະຊາຊົນ ສາມາດທຳລາຍແຫຼ່ງເພາະພັນຍຸງທັງໃນບ້ານ ແລະ ນອກບ້ານໄດ້ ແຕ່ຫ້າມທຳລາຍ ຈອກແຈກຢາຍຍຸງ ຂອງໂຄງການຢ່າງເດັດຂາດ.

ແຕ່ເຖິງຢ່າງໃດກໍຕາມ ພວກເຮົາບໍ່ສາມາດຮູ້ ຫລື ຈໍາແນກຍຸງລາຍບ້ານ ທີ່ມີເຊື້ອ ແລະ ຍຸງລາຍບ້ານທີ່ບໍ່ມີເຊື້ອໄດ້ ດ້ວຍການສໍາຜັດ ຫລື ເບິ່ງດ້ວຍຕາເປົ່າ ນອກຈາກການເອົາຕົວຢ່າງຍຸງໄປເຮັດການວິໄຈຢູ່ຫ້ອງທົດລອງ (ຫ້ອງແລັບ). ໃນໄລຍະປ່ອຍຍຸງ ທີມງານວິຊາການ ຈະລົງຕິດຕາມກວດກາຜົນທຸກໆ 2 ອາທິດ ແລະ ຫຼັງປ່ອຍຍຸງ ຈະສືບຕໍ່ລົງຕິດຕາມຜົນທຸກໆ 4 ອາທິດ ເພື່ອເກັບເອົາຕົວຢ່າງຍຸງລາຍບ້ານ ຢູ່ໃນພື້ນທີ່ປ່ອຍຍຸງ ແລ້ວສົ່ງໄປວິໄຈ ເພື່ອຈະຮູ້ວ່າຍຸງຢູ່ພື້ນທີ່ປ່ອຍຍຸງນັ້ນມີເຊື້ອ ໂວບັກເຄຍ ຫຼາຍໜ້ອຍສ່ຳໃດ.

ນະຄອນຫຼວງວຽງຈັນ

ຂອບໃຈຂໍ້ມູນຈາກ: https://bit.ly/3QS4WWI

ຂໍ້ມູນເພີ່ມຕື່ມ: https://bit.ly/3kzbEEQ

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/