ຟູດແພນດ້າມອບເງິນບໍລິຈາກ 54.000.000 ກີບ ຈາກໂຄງການ 1 ອໍເດີ້ 1 ຮອຍຍິ້ມ ໃຫ້ກັບໂຮງໝໍເພື່ອນລາວ ທີ່ນະຄອນຫຼວງພະບາງ 

ຟູດແພນດ້າມອບເງິນບໍລິຈາກ

ວັນທີ 20 ມັງກອນ 2023 ທີ່ ນະຄອນຫຼວງພະບາງ, 

ທ່ານ ນາງ ທັນຍາລັດ ຈະເລີນສຸກ ຜູ້ອຳນວຍການ ບໍລິສັດ ເດລິເວີຣີ ຮີໂຣ່ (ລາວ) ຈຳກັດຜູ້ດຽວ ພ້ອມດ້ວຍທີມງານ ໄດ້ເຂົ້າມອບ ເງິນບໍລິຈາກຈຳນວນເງິນ 54.000.000 ກີບ ໃຫ້ກັບໂຮງໝໍເພື່ອນລາວສຳລັບເດັກນ້ອຍ ທີ່ໄດ້ຈາກການລະດົມທຶນ ໂດຍຫັກເອົາ 10% ຂອງມູນຄ່າອໍເດີ້ຂອງລູກຄ້າຟູດແພນດ້າທົ່ວປະເທດທີ່ເຂົ້າຮ່ວມໂຄງການ 1 ອໍເດີ້ 1 ຮອຍຍິ້ມ. ການມອບຮັບເງິນບໍລິຈາກໃນຄັ້ງນີ້ແມ່ນຮັບໂດຍ ທ່ານ ໂທມັສ ບຣູນ ຜູ້ອຳນວຍການ ໂຮງໝໍເພື່ອລາວສຳລັບເດັກນ້ອຍ ແລະ ນອກຈາກນັ້ນ ທ່ານໂທມັສ ບຣູນ ຍັງໄດ້ກ່າວຕໍ່ກັບສື່ ແລະ ບໍລິສັດຟູດແພນດ້າລາວວ່າ ‘’ພວກເຮົາຮູ້ສຶກດີໃຈ ແລະ ຂອບໃຈມາຍັງບໍລິສັດຟູດແພນດ້າ ແລະ ລູກຄ້າຂອງຟູດແພນດ້າທົ່ວປະເທດ ທີ່ໄດ້ຊ່ວຍເຫຼືອນ້ອງໆທີ່ກຳລັງປິ່ນປົວໃນໂຮງໝໍເພື່ອນລາວ,  ພວກເຮົາຈະໄດ້ນຳເອົາທຶນດັ່ງກ່າວເພື່ອໄປໃຊ້ໃນການຊື້ອຸປະກອນທາງການແພດ, ເຄື່ອງໃຊ້ຈຳເປັນໃຫ້ກັບນ້ອງໆ ແລະ ຄອບຄົວຂອງນ້ອງໆທີ່ໄດ້ເຂົ້າຮັບການປິ່ນປົວຢູ່ໃນໂຮງໝໍ’’. 

ຟູດແພນດ້າມອບເງິນບໍລິຈາກ

ໂຄງການ 1 ອໍເດີ້ 1 ຮອຍຍິ້ມ ຖືວ່າເປັນໂຄງການທີ່ຖືກຈັດຕັ້ງປະຕິບັດເປັນຄັ້ງທຳອິດ ເພື່ອລະດົມທຶນຊ່ວຍເຫຼືອສັງຄົມ ຈາກການສັ່ງອາຫານຜ່ານແອັບ ຟູດແພນດ້າ, ເຊິ່ງໃນ ປີ 2022 ເປັນປີທຳອິດທີ່ ຟູດແພນດ້າລາວ ໄດ້ເລີ່ມໂຄງການນີ້ເພື່ອລະດົມທຶນຊ່ວຍເຫຼືອນ້ອງໆທີ່ໄດ້ຮັບການປິ່ນປົວໃນ ໂຮງໝໍເພື່ອນລາວ ທີ່ນະຄອນຫຼວງພະບາງ ໂຄງການດັ່ງກ່າວແມ່ນໄດ້ເລີ່ມຕົ້ນວັນທີ 1 ພະຈິກ ແລະ ສິ້ນສຸດໃນວັນທີ 31 ທັນວາ 2022 ທີ່ຜ່ານມາ.

ຟູດແພນດ້າມອບເງິນບໍລິຈາກ

ທ່ານ ນາງ ທັນຍາລັດ ຈະເລີນສຸກ ໄດ້ກ່າວວ່າ: “ ຂ້າພະເຈົ້າຮູ້ສຶກເປັນກຽດ ແລະ ດີໃຈຫຼາຍທີ່ໄດ້ມາມອບເງິນບໍລິຈາກໃນຄັ້ງນີ້ ໂດຍຕາງໜ້າລູກຄ້າຂອງຟູດແພນດ້າທົ່ວປະເທດທີ່ມີນໍ້າໃຈຊ່ວຍເຫຼືອນ້ອງໆທີ່ກຳລັງໄດ້ຮັບການປິ່ນປົວ, ພວກເຮົາເຊື່ອວ່າ ການສະໜັບສະໜູນຄັ້ງນີ້ຈະເປັນອີກໜຶ່ງທຶນຮອນ ເພື່ອນໍາໄປໃຊ້ໃນການປິ່ວປົວນ້ອງໆໃນໂຮງໝໍ’’ 

ຈາກການສຳພາດຜູ້ອຳນວຍການ ຟູດແພນດ້າລາວ ເຫັນໄດ້ວ່າ ຟູດແພນດ້າ ໄດ້ດຳເນີນທຸລະກິດໃນລາວປະເທດລາວໄດ້ 3 ປີກວ່າ ແລະ ຕະຫຼອດໄລຍະເວລາ 3 ປີນີ້ ຟູດແພນດ້າໄດ້ສະໜັບສະໜູນ ແລະ ຊ່ວຍເຫຼືອສັງຄົມລາວຢ່າງຕໍ່ເນື່ອງ ແລະ ໂຄງການ 1 ອໍເດີ້ 1 ຮອຍຍິ້ມ ເປັນອີກໜຶ່ງໂຄງການຊ່ວຍເຫຼືອສັງຄົມທີ່ຟູດແພນດ້າໄດ້ສ້າງຂຶ້ນມາ. 

ຟູດແພນດ້າມອບເງິນບໍລິຈາກ

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/