ຫຼາຍປະເທດບໍ່ພໍໃຈ ພ້ອມປະນາມ ທູດຈີນປະຈຳຝຣັ່ງ ຫຼັງລະບຸວ່າ ອະທິປະໄຕຂອງປະເທດອະດີດສະມາຊິກ ສະຫະພາບໂຊວຽດ ນັ້ນບໍ່ມີຢູ່ແທ້


ກາຍເປັນອີກໜຶ່ງປະເດັນ ທີ່ອາດນຳໄປສູ່ຄວາມເຄັ່ງຕຶງຂອງຄວາມສຳພັນລະຫວ່າງ ຈີນ ແລະ ບັນດາປະເທດຝັ່ງຢູໂຣບ ແລະ ບັນດາປະເທດໃນບໍລິເວນທະເລ ບໍຕິກ ຫຼັງຫຼາຍປະເທດ ໃນຢູໂຣບ ໄດ້ສະແດງຄວາມບໍ່ພໍໃຈ ແລະ ກ່າວປະນາມ ລູ ຊາເຢ (Lu Shaye) ເອກອັກຄະລັດຖະທູດຈີນ ປະຈຳປະເທດຝຣັ່ງ ໄດ້ສະແດງຄວາມຄິດເຫັນວ່າ ອຳນາດອະທິປະໄຕຂອງບັນດາອະດີດປະເທດສະມາຊິກຂອງສະຫະພາບ ໂຊວຽດ ນັ້ນບໍ່ມີຢູ່ແທ້.

ໂດຍທາງ ລູ ຊາເຢ ໄດ້ລະບຸວ່າ: “ບັນດາປະເທດອະດີດສະຫະພາບໂຊວຽດເຫຼົ່ານີ້ ບໍ່ມີສະຖານະທີ່ແທ້ຈິງໃນກົດໝາຍລະຫວ່າງປະເທດ ເນື່ອງຈາກບໍ່ມີຂໍ້ຕົກລົງລະຫວ່າງປະເທດທີ່ຈະເຮັດໃຫ້ ອຳນາດອະທິປະໄຕຂອງພວກເຂົານັ້ນເປັນຈິງ”. ພ້ອມນີ້ ລູ ຊາເຢ ຍັງໄດ້ລະບຸອີກວ່າ ແຫຼມໄຄເມຍ ນັ້ນແຕ່ກ່ອນນັ້ນເປັນຂອງ ຣັດເຊຍ ມາກ່ອນ ກ່ອນທີ່ຈະມອບໃຫ້ ຢູເຄຣນ ເຊິ່ງເປັນສ່ວນໜຶ່ງຂອງ ສະຫະພາບໂຊວຽດ ໃນຂະນະນັ້ນ ໃຫ້ໄດ້ປົກຄອງ ພາຍໃຕ້ການນຳຂອງ ນິກິຕາ ຄຣຸສຊອຟ ອະດີດປະທານາທິບໍດີ ສະຫະພາບໂຊວຽດ.

ເຊິ່ງຄວາມຄິດເຫັນດັ່ງກ່າວຂອງ ລູ ຊາເຢ ບໍ່ພຽງແຕ່ໝາຍເຖິງ ຢູເຄຣນ ແຕ່ຍັງກວມເອົາບັນດາປະເທດອະດີດສະຫະພາບ ໂຊວຽດທັງໝົດທີ່ປະກາດເອະລາດ ພາຍຫຼັງທີ່ສະຫະພາບ ໂຊວຽດລົ້ມສະຫຼາຍລົງ ໃນປີ 1991 ເຊິ່ງມີຈຳນວນບໍ່ໜ້ອຍເລີຍທີ່ໄດ້ເຂົ້າເປັນສະມາຊິກສະຫະພາບຢູໂຣບ ຫຼື EU ຢູ່ໃນຕອນນີ້ ສົ່ງຜົນໃຫ້ຜູ້ແທນລະດັບສູງໃນຫຼາຍປະເທດເຫຼົ່ານີ້ເກີດຄວາມບໍ່ພໍໃຈເປັນຢ່າງສູງ.

     ໂດຍ ມິໄຄໂລ ໂປໂດຣຍັກ ຜູ້ຊ່ວຍຂອງ ປະທານາທິບໍດີ ເຊເລັນສະກີ້ ແຫ່ງ ຢູເຄຣນ  ລະບຸວ່າ ສະຖານະຂອງບັນດາປະເທດອະດີດສະຫະພາບໂຊວຽດນັ້ນ ຢູ່ພາຍໃຕ້ກົດໝາຍລະຫວ່າງປະເທດ ພ້ອມຍັງເປັນທີ່ໜ້າແປກໃຈທີ່ໄດ້ຍິນປະຫວັດສາດຂອງ ໄຄເມຍ ໃນແບບທີ່ໄຮ້ສາລະ ແລະ ໄຮ້ເຫດຜົນແບບນີ້ ຈາກຜູ້ແທນປະເທດທີ່ມີປະຫວັດສາດຍາວນານກວ່າ 1.000 ປີ.

ຂະນະທີ່ 3 ປະເທດໃນແຖບທະເລ ບໍຕິກ ຢ່າງ ເອສໂຕເນຍ, ລັດເວຍ ແລະ ລິທົວເນຍ ເຊິ່ງລ້ວນແລ້ວແຕ່ເປັນອະດີດສະມາຊິກຂອງສະຫະພາບໂຊວຽດ ກໍໄດ້ອອກມາສະແດງຄວາມຄິດເຫັນໄປໃນທິດທາງດຽວກັນ. ໂດຍ ລັດຖະມົນຕີຕ່າງປະເທດຂອງ ລັດເວຍ ລະວ່າ: “ຄວາມຄິດເຫັນຂອງ ທູດ ຈີນປະຈຳຝຣັ່ງຄົນນີ້ກ່ຽວກັບກົດໝາຍລະຫວ່າງປະເທດ ແລະ ອຳນາດອະທິປະໄຕຂອງຊາດຕ່າງໆນັ້ນ ຖືເປັນສິ່ງທີ່ບໍ່ສາມາດຍອມຮັບໄດ້”.

     ທາງດ້ານຂອງ ລັດຖະມົນຕີຕ່າງປະເທດຂອງ ລິທົວເນຍ ກໍຊີ້ວ່າ: “ຖ້າໃຜສົງໄສວ່າເປັນຫຍັງບັນດາລັດໃນແຖບບໍຕິກຈຶ່ງບໍ່ໄວ້ວາງໃຈໃຫ້ຈີນ ເປັນຕົວແທນເຈລະຈາ ຫາສັນຕິພາບໃນຢູເຄຣນ ແລະ ນີ້ແມ່ນທັດສະນະຄະຕິຂອງທູດຈີນ ທີ່ເບິ່ງວ່າ ໄຄເມຍ ເປັນສ່ວນໜຶ່ງຂອງຣັດເຊຍ ແລະ ປະເທດຂອງພວກເຮົາ ບໍ່ໄດ້ຢູ່ເທິງຫຼັກການພື້ນຖານຂອງກົດໝາຍ”.

ໂດຍທັງໝົດນີ້ຕ່າງອອກມາຮຽກຮ້ອງໃຫ້ທາງການຈີນ ອອກມາຊີ້ແຈງເຖິງກໍລະນີດັ່ງກ່າວວ່າ ຄວາມຄິດເຫັນຂອງທູດຈີນຄົນນີ້ ສະທ້ອນເຖິງຈຸດຢືນຂອງຈີນໄດ້ແທ້ຫຼືບໍ່.

ໃນຂະນະທີ່ ທາງການຝຣັ່ງໄດ້ໃຫ້ຄຳໝັ້ນວ່າ ຝຣັ່ງຍັງມີຈຸດຢືນດຽວກັນ ແລະ ສະໜັບສະໜູນປະເທດພັນທະມິດທັງໝົດ ທີ່ໄດ້ຮັບຜົນກະທົບ ພ້ອມທັງຊີ້ວ່າ ພວກເຂົາລ້ວນເປັນປະເທດ ເອກະລາດ ຫຼັງຖືກກົດຂີ່ມາຢ່າງຍາວນານ ໂດຍສະເພາະໃນຢູເຄຣນທີ່ມີເສັ້ນພົມແດນລະຫວ່າງປະເທດ ເຊິ່ງລວມເຖິງບໍລິເວນ ໄຄເມຍ ຕ່າງກໍໄດ້ຮັບຮອງສະຖານະຈາກປະຊາຄົມລະຫວ່າງປະເທດທັງໝົດ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/