ສ້າງສະຖິຕິໃໝ່! Lisa BLACKPINK ກາຍເປັນສິລະປິນຍິງຄົນທຳອິດ ທີ່ມີຍອດວິວໃນ TikTok ເຖິງແສນລ້ານວິວ


ຄວາມຮ້ອນແຮງທີ່ຮ້ອນກວ່າແດດຕ້ອງຂໍມອບໃຫ້ສາວ Lisa BLACKPINK ນອກຈາກສ້າງປະຫວັດສາດເປັນວົງ K-POP ວົງທຳອິດທີ່ຂຶ້ນເປັນ Headline ໃນງານເທສະການດົນຕີລະດັບໂລກຢ່າງ “Coachella” ທີ່ປີນີ້ຈັດຂຶ້ນທີ່ Empire Polo Club ອິນດີໂອ ແຄລິຟໍເນຍ ປະເທດອາເມຣິກາ ຈົນຖືກກ່າວເຖິງແບບບໍ່ຢຸດ.

ຫຼ້າສຸດເມື່ອວັນທີ 22 ເມສາ 2023 ທາງ Twitter World Music Awards ໄດ້ລາຍງານວ່າ ສາວ Lisa BLACKPINK ເປັນສິລະປິນຍິງຄົນທຳອິດຂອງໂລກ ທີ່ມີຍອດຮັບຊົມເທິງແອບພິເຄຊັນ TikTok ເຖິງ 1 ແສນລ້າວິວ ຈາກການຖືກຄົ້ນຫາຈາກ Hashtag #LISA ເຮັດໃຫ້ຊາວ BLINK ທົ່ວໂລກເຂົ້າມາສະແດງຄວາມຍິນດີຢ່າງຫຼວງຫຼາຍ ກັບການສ້າງສະຖິຕິໃນເທື່ອນີ້.

ສຳລັບ Lisa BLACKPINK ນັ້ນເຄີຍຖືກບັນທຶກລົງໃນ  “Guinness World Records” ຄັ້ງທຳອິດໃນປີ 2021 ວ່າ Lisa BLACKPINK ໄດ້ຖືກບັນທຶກລົງຮອດ 2 ສະຖິຕິ ແລະ ປິ 2022 ກວາດໄປຮອດ 5 ​ສະຖິຕິ. ຫຼ້າສຸດສາວ Lisa ຍັງມີຜູ້ຕິດຕາມໃນ Instagram ຫຼາຍກວ່າ 93 ລ້ານ ເຊິ່ງນັບໄດ້ວ່າເປັນສິລະປິນ K-POP ຄົນທຳອິດທີ່ມີຍອດຕິດຕາມເກືອບຮອດ 100 ລ້ານຄົນ.

ເຖິງຢ່າງໃດກໍຕາມ ສາວ Lisa BLACKPINK ທີ່ກາຍເປັນສິລະປິນຍິງຄົນທຳອິດ ທີ່ມີຍອດວິວໃນ TikTok  ຮອດ 1 ແສນລ້ານວິວ ບໍ່ໄດ້ມີບັນຊີຢ່າງເປັນທາງການໃນ TikTok ເລີຍ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/