ຫຼາຍທະນາຄານກາງທົ່ວໂລກ ແຫ່ກັນກັກຕຸນຄຳໃນທຶນສຳຮອງ ສະທ້ອນບົດບາດຂອງເງິນໂດລາ ທີ່ລົດລົງ


ຫຼາຍທະນາຄານກາງທົ່ວໂລກເລັ່ງຊື້ຄຳມາເປັນທຶນສຳຮອງລະຫວ່າງປະເທດ ຫຼາຍທີ່ສຸດໃນປະຫວັດສາດໃນໄຕມາດທີ 3 ​ຂອງປີ 2022 ໂດຍມີການຖືຄອງຄຳເພີ່ມຂຶ້ນ 400 ກວ່າໂຕນ ໂດຍສູງສຸດໃນຮອບ 22 ປີ ຕັ້ງແຕ່ສະພາຄຳໂລກເລີ່ມເກັບສະຖິຕິມາ ຕັ້ງແຕ່ປີ 2000 ສະທ້ອນບົດບາດທີ່ລົດລົງຂອງເງິນໂດລາ.

ໂດຍທະນາຄານກາງໃນທົ່ວໂລກສ່ວນໃຫຍ່ເບິ່ງວ່າ ຄຳ ເປັນສິນຊັບສຳຮອງທີ່ໂດດເດັ່ນຫຼາຍຍິ່ງຂຶ້ນ ພ້ອມເບິ່ງທ່າທີການລົດຄວາມສຳຄັນຂອງເງິນໂດລາສະຫະລັດ ຈະດໍາເນີນຕໍ່ໄປໃນອະນາຄົດອີກຢ່າງໜ້ອຍ ໃນໄລຍະ 5 ປີ ທາງໜ້ານີ້.

ການສຳຫຼວດປະຈຳປີ 2023 ຂອງສະພາຄຳໂລກເຫັນວ່າ 24% ຂອງທະນາຄານທົ່ວໂລກຕັ້ງໃຈທີ່ຈະເພີ່ມການຊື້ຄຳເຂົ້າເປັນທຶນສຳຮອງລະຫວ່າງປະເທດ ຫຼື ທຶນສຳຮອງ ຂອງປະເທດໃນອີກ 12 ເດືອນທາງໜ້າ ແລະ ມຸມມອງຂອງບັນດາທະນາຄານກາງເຫຼົ່ານີ້ຕໍ່ກັບຄຳ ກໍມີມຸມມອງທີ່ເປັນທາງບວກຫຼາຍຂຶ້ນ.

    ໂດຍ 62% ຂອງທະນາຄານກາງລະບຸວ່າ ຄຳ ຈະມີສັດສ່ວນໃນປະລິມານທຶນສຳຮອງຫຼາຍຂຶ້ນໃນໄລຍະ 5 ປີທາງໜ້າ. ໃນທາງກັບກັນ ມຸມມອງຂອງບັນດາທະນາຄານກາງເຫຼົ່ານີ້ ຕໍ່ບົດບາດຂອງເງິນໂດລາ ໃນອະນາຄົດ ກາຍເປັນມຸມມອງໃນທາງລົບຫຼາຍຂຶ້ນ.

ເຄິ່ງໜຶ່ງຂອງທະນາຄານກາງທີ່ຮ່ວມຕອບແບບສຳຫຼວດຂອງ ສະພາທອງຄຳໂລກ ເຊື່ອວ່າ ສັດສ່ວນຂອງເງິນໂດລາໃນທຶນສຳຮອງໃນໄລຍະ 5 ປີ ທາງໜ້າຈະຢູ່ລະຫວ່າງ 40-50% ມີພຽງ 25%​ ທີ່ເຊື່ອວ່າສັດສ່ວນຂອງເງິນໂດລາໃນທຶນສໍາຮອງຈະຍັງຄົງທີ່ບໍ່ປ່ຽນແປງ ແລະມີ 59% ຄາດວ່າສັດສ່ວນຂອງ ຄຳ ໃນທຶນສຳຮອງຈະເພີ່ມຂຶ້ນຢູ່ລະຫວ່າງ 16-25% ໃນໄລຍະ 5 ປີ. ເຊິ່ງໃນປີ 2022 ຄໍາມີສັດສ່ວນຢູ່ທີ່ 15% ໃນທຶນສໍາຮອງ.

ສະພາ ຄຳ ໂລກລະບຸວ່າເຫດຜົນທີ່ທະນາຄານກາງເພີ່ມການຖືຄອງ ຄຳ ບໍ່ມີຫຍັງໜ້າແປກໃຈ ເຊິ່ງ ລະດັບອັດຕາດອກເບ້ຍ, ຄວາມກັງວົນເລື່ອງເງິນເຟີ້ ແລະ ຄວາມສ່ຽງທາງດ້ານຄວາມໝັ້ນຄົງ ຍັງເປັນປັດໄຈຫຼັກໃນການຕັດສິນໃຈບໍລິຫານເງິນສຳຮອງຂອງທະນາຄານກາງໃນທົ່ວໂລກ.

ສະພາຄຳໂລກລະບຸວ່າ ທະນາຄານກາງຂອງປະເທດກຳລັງພັດທະນາ ສະແດງຄວາມກັງວົນຢ່າງຕໍ່ເນື່ອງກ່ຽວກັບຜົນກະທົບຂອງຄວາມຂັດແຍ້ງຂອງບັນດາປະເທດມະຫາອຳນາດ ປະເທດເຫຼົ່ານີ້ຈຶ່ງເລືອກທີ່ຈະກັກຕຸນຄຳຈຳນວນຫຼາຍເພື່ອຈັດການຄວາມສ່ຽງເຫຼົ່ານັ້ນ.

ຢ່າງໃດກໍຕາມມຸມມອງຂອງທະນາຄານກາງຂອງປະເທດພັດທະນາແລ້ວກັບທະນາຄານກາງຂອງປະເທດທີ່ກຳລັງພັດທະນາທີ່ມີຕໍ່ຄຳ ນັ້ນແຕກຕ່າງກັນ ໂດຍປະເທດກຳລັງພັດທະນາ ຫຼື ຕະຫຼາດເກີດໃໝ່ ແນມເຫັນບົດບາດຂອງຄຳ ໃນອະນາຄົດ ໃນມຸມມອງທີ່ດີກວ່າ ປະເທດພັດທະນາແລ້ວ. ໃນຂະນະທີ່ ປະເທດທີ່ພັດທະນາແລ້ວ ຍັງເບິ່ງວ່າ ບົດບາດຂອງ ຄຳ ນັ້ນຈະຍັງຄືເກົ່າ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/