Lisa BLACKPINK ປຸກກະແສ ສິ້ນຜ້າມັດໝີ່ຍ້ອມຄາມ ຮ້ານແຈ້ງຕອນນີ້ Sold Out ສະແດງເຖິງພະລັງ Soft Power


Lisa BLACKPINK ບໍ່ວ່າຈະເໜັງໄປໃສກໍກາຍເປັນກະແສ ຫຼ້າສຸດກໍໄດ້ປຸກກະແສຜ້າໄທ ຜ້າມັດໝີ່ຍ້ອມຄາມ ຈາກແຂວງ ອຸດອນທານີ ຂາຍໝົດແລ້ວ. ທາງຮ້ານເຜີຍ ສິ້ນຜືນນີ້ໄດ້ກະຈາຍລາຍໄດ້ໃຫ້ຊາວບ້ານ ແຕ່ຕອນນີ້ຕ້ອງຖ້າເພາະຍັງຜະລິດຢູ່.

ໂດຍສິ້ນຜືນນີ້ ໄດ້ມາຈາກຮ້ານ ຊານເຮືອນ ນາຂ່າ ເຊິ່ງເປັນຮ້ານຂອງ ເດີຍນ່າ ຟີໂປ ເຊິ່ງເປັນນັກສະແດງ ແລະ ເປັນໝູ່ສະໜິດຂອງສາວ Lisa BLACKPINK ແຕ່ບໍ່ແມ່ນການໂປຣໂໝດແຕ່ຢ່າງໃດ ພຽງແຕ່ໃສ່ສິ້ນໄປວັດອະຍຸດທະຍາກັບໝູ່ກໍກາຍເປັນ Soft Power ຈົນມີຄົນໄປຕາມຮອຍສາວ Lisa BLACKPINK ກັນຢ່າງຫຼວງຫຼາຍ.

ໂດຍທາງສຳນັກຂ່າວໄດ້ລາຍງານ ຮ້ານ ຊານເຮືອນ ເລກທີ 92./1-2 ຕະຫຼາດຜ້ານາຂ່າ ເຊິ່ງເປັນຕະຫຼາດຈັດຈຳໜ່າຍຜ້າໄທທີ່ໃຫຍ່ທີ່ສຸດໃນ ອຸດອນທານີ ໂດຍເຈົ້າຂອງແມ່ນ ນາງ ສຸວິມົນ ໄຊຍະວົງ ອາຍຸ 61 ປີ ເປີດຮ້ານຈຳໜ່າຍຜ້າໄທມາຫຼາຍກວ່າ 30 ກວ່າປີ ເຊິ່ງຜ້າຈະເປັນຜ້າທໍມື HAND MADE ທັງໝົດ ໂດຍຈະເນັ້ນລາຍບູຮານ ແລະ ຍ້ອມມາຈາກສີທຳມະຊາດ ພ້ອມມີຕົວແທນຈຳໜ່າຍນຳ.

ແຕ່ຫຼັງຈາກສາວ Lisa BLACKPINK ໄດ້ລົງຮູບທາງ Instagram ຫຼາຍຄົນກໍໃຫ້ຄວາມສົນໃຈ ແລະ ຕິດຕໍ່ທາງຮ້ານເປັນຈຳນວນຫຼວງຫຼາຍ ຈົນຂາຍໝົດຈົນຜະລິດບໍ່ທັນ ໂດຍຊິ້ນທີ່ສາວ Lisa BLACKPINK ເປັນຜ້າຝ້າຍທັງໝົດໃສ່ສະບາຍໃນອາກາດຮ້ອນ ແລະ ກາຍມາເປັນ Soft Power.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/