ຕຳຫຼວດຮ່ອງກົງ ເຂົ້າຄວບຄຸມ ນັກເຄື່ອນໄຫວ 20 ກວ່າຄົນ ຂໍ້ຫາ ຝ່າຝືນຄຳສັ່ງຫ້າມຈັດກິດຈະກຳລະນຶກເຖິງ 34 ປີເຫດການ ທຽນອັນເໝິນ


ເຈົ້າໜ້າທີ່ຕຳຫຼວດເຂດປົກຄອງພິເສດຮ່ອງກົງ ເຂົ້າຄວບຄຸມຕົວນັກເຄື່ອນໄຫວເພື່ອປະຊາທິປະໄຕຫຼາຍກວ່າ 20 ຄົນທີ່ຝ່າຝືນຄຳສັ່ງຂອງລັດຖະບານໃນການສັ່ງຫ້າມອອກມາຈັດກິດຈະກຳລະນຶກເຖິງເຫດການທີ່ລັດຖະບານຈີນໄດ້ກວາດລ້າງຜູ້ປະທ້ວງທີ່ “ທຽນອັນເໝິນ” ໃນວັນທີ 4 ມິຖຸນາ ເມື່ອປີ 1989.

ໂດຍຄຳສັ່ງຫ້າມດັ່ງກ່າວນັ້ນ ໄດ້ອອກມາຈາກລັດຖະບານຂອງຮ່ອງກົງເອງ ແລະ ທາງເຈົ້າໜ້າທີ່ກໍໄດ້ມີການວາງກຳລັງໃນແຕ່ລະຈຸດຢ່າງຮັດກຸມ ແຕ່ກໍຍັງມີຊາວຮ່ອງກົງຈຳນວນຫຼາຍຝ່າຝືນ ແລະ ໄດ້ອອກມາຮ່ວມກັນຈັດກິດຈະກຳ ຫຼື ສະແດງສັນຍະລັກຕາມຈຸດຕ່າງໆ ຂອງເມືອງ.

ໂດຍ 1 ໃນແກນນຳຄົນສຳຄັນທີ່ຖືກທາງການຈັບຕົວໄປໃນຄັ້ງນີ້ກໍຄື ອາເລັກຊານດ້າ ຫວອງ ອາຍຸ 67 ປີ ເຊິ່ງເປັນນັກເຄື່ອນໄຫວເພື່ອປະຊາທິປະໄຕຄົນສຳຄັນຂອງຮ່ອງກົງ ເຊິ່ງຖືກຈັບໃນຂະນະທີ່ກຳລັງຖືດອກໄມ້ ໃກ້ກັບສວນສາທາລະນະ ວິກຕໍເຣຍ (Victoria Park).

ລາຍງານລະບຸວ່າ ການປະຕິບັດການຂອງເຈົ້າໜ້າທີ່ຕຳຫຼວດໃນຄັ້ງດັ່ງກ່າວ ຈັບຕົວຜູ້ເຂົ້າຮ່ວມກິດຈະກຳໄປທັງໝົົດ 23 ຄົນ ອາຍຸລະຫວ່າງ 23-74 ປີ ໂດຍສ່ວນໃຫຍ່ຖືກໃສ່ຂໍ້ຫາ ລະເມີດຄວາມສະຫງົບ ແລະ ຈັດກິດຈະກຳທີ່ຜິດກົດໝາຍ.

ແຕ່ມີນັກເຄື່ອນໄຫວຈຳນວນ 4 ຄົນ ຖືກໃສ່ຂໍ້ຫາ ກໍ່ຄວາມບໍ່ສະຫງົບໃນທີ່ສາທາລະນະ ຫຼື ສະແດງເຈຕະນາປຸກລະດົມສ້າງຄວາມບໍ່ສາມັກຄີ ເຊິ່ງເປັນຄວາມຜິດພາຍໃຕ້ກົດໝາຍຄວາມໝັ້ນຄົງ ທີ່ມີຜົນບັງຄັບໃຊ້ເມື່ອປີ 2020 ທີ່ຜ່ານມາ.

ໂດຍທີ່ຜ່ານມາ ການລະນຶກເຖິງເຫດການ ທຽນອັນເໝິນ ເມື່ອປີ 1989 ທີ່ທຽນອັນເໝິນ ນະຄອນປັງກິ່ງ ປະເທດຈີນ ນັ້ນ ເປັນເລື່ອງທີ່ຖືກສັ່ງຫ້າມຢ່າງເດັດຂາດ. ແຕ່ໃນໄລຍະທີ່ຜ່ານມາ ກ່ອນປີ 2020 ດ້ວຍຄວາມທີ່ເປັນເຂດປົກຄອງພິເສດ ຮ່ອງກົງຈຶ່ງຍັງເປັນເຂດດຽວທີ່ສາມາດຈັດກິດຈະກຳດັ່ງກ່າວໄດ້.

ແຕ່ໃນປີ 2020 ຈີນແຜ່ນດິນໃຫຍ່ ໄດ້ບັງຄັບໃຊ້ກົດໝາຍຄວາມໝັ້ນຄົງຢ່າງເຂັ້ມງວດ ເພື່ອຄວບຄຸມຜູ້ເຫັນຕ່າງໃນເລື່ອງຕ່າງໆ ໃນຮ່ອງກົງ ແລະ ຈາກນັ້ນມາ ການຈັດກິດຈະກຳຮຽກຮ້ອງປະຊາທິປະໄຕຕ່າງໆ ຢູ່ຮ່ອງກົງກໍຖືເປັນເລື່ອງຜິດກົດໝາຍເປັນຕົ້ນມາ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/