ພນຶນະ ໄຳຶ

ກາຍເປັນຄິບທີ່ກຳລັງເປັນກະແສທີ່ເຮັດໃຫ້ຫຼາຍໆຄົນຕົກໃຈ ແລະ ອົດຫົວບໍ່ໄດ້ ເມື່ອຫຸ່ນຍົນ Humanoid Unitree G1 ກຳລັງໂຊສະເຕັບເຕັ້ນໃນງານອີເວັ້ນໃນປະເທດຈີນ ແຕ່ຫວ່າງທີ່ກຳລັງໝູນໂຕ ແລະ ຫວ່ຽງແຂນຕາມຈັງຫວະເພງ ແຂນຂອງຫຸ່ນຍົນຊ້ຳໄປຖືກໜ້າເດັກນ້ອຍທີ່ຢືນຢູ່ໃກ້ໆ ບໍລິເວນການສະແດງພໍດີ.

ຈາກພາບໃນຄິບ ເຫດການນີ້ບໍ່ໄດ້ເບິ່ງຄືວ່າຫຸ່ນຍົນມີເຈດຕະນາທຳຮ້າຍໃຜ ແຕ່ຄ້າຍວ່າເປັນຈັງຫວະທີ່ເຕັ້ນເພີດເພີນເກີນໄປຫຼາຍກວ່າ ເພາະໂຕຫຸ່ນຍົນກຳລັງເຄື່ອນໄຫວຕາມໂປຣແກຣມ ທັງໝູນໂຕ, ຍົກແຂນ ແລະ ເຮັດທ່າທາງປະກອບການສະແດງຕາມປົກກະຕິ ພຽງແຕ່ໄລຍະຫ່າງລະຫວ່າງຫຸ່ນຍົນກັບຜູ້ຊົມອາດໃກ້ກັນເກີນໄປ ເຮັດໃຫ້ເກີດຈັງຫວະທີ່ແຂນຂອງຫຸ່ນຍົນຫວ່ຽງໄປຖືກເດັກໂດຍບໍ່ໄດ້ຕັ້ງໃຈ.

ຫຼັງຈາກຄິບຖືກແຊອອກໄປ ຊາວເນັດຈຳນວນຫຼາຍກໍຍັງເຂົ້າມາສະແດງຄວາມຄິດເຫັນກັນຢ່າງມ່ວນຊື່ນ ບາງຄົນເຍີ້ຍວ່າ “ມັນບໍ່ແມ່ນການທຳຮ້າຍ ແຕ່ໜ້າຈະເປັນການເຕັ້ນທີ່ແຮງໄປໜ້ອຍໜຶ່ງ” ບາງຄົນກໍບອກວ່າ “ຫຸ່ນຍົນອາດຈະອິນກັບການສະແດງຫຼາຍເກີນໄປ” ຂະນະທີ່ບາງສ່ວນກໍແນມວ່າ ເຖິງແມ້ຄິບຈະເບິ່ງຕະຫຼົກ ແລະ ບໍ່ໄດ້ຮຸນແຮງຫຼາຍ. ແຕ່ກໍເປັນເຫດການທີ່ສະທ້ອນໃຫ້ເຫັນວ່າ ການນຳເອົາຫຸ່ນຍົນ Humanoid ມາສະແດງໃນພື້ນທີ່ສາທາລະນະຄວນມີການຈັດໄລຍະປອດໄພໃຫ້ຊັດເຈນກວ່ານີ້ ໂດຍສະເພາະເມື່ອງານນັ້ນມີເດັກໜ້ອຍ ຫຼື ຄົນທີ່ເຂົ້າມາເບິ່ງຫຼາຍຢູ່ໃກ້ເວທີ.

ປັດຈຸບັນຫຸ່ນຍົນ Humanoid ຢ່າງ Unitree G1 ຖືກພັດທະນາໃຫ້ເຄື່ອນໄຫວໄດ້ຄ້າຍມະນຸດຫຼາຍຂຶ້ນ ທັງການຍ່າງ, ການຊົງໂຕ, ການເຕັ້ນ ແລະ ການສະແດງທ່າທາງຕ່າງໆ ເຊິ່ງແນ່ນອນວ່າເປັນເຕັກໂນໂລຊີທີ່ໜ້າສົນໃຈ ແລະ ດຶງດູດຄວາມສົນໃຈຂອງຄົນທີ່ເຂົ້າມາເບິ່ງໄດ້ດີ. ແຕ່ໃນຂະນະດຽວກັນ ການເຄື່ອນໄຫວຂອງຫຸ່ນຍົນກໍຍັງມີແຮງ ແລະ ນ້ຳໜັກແທ້ ບໍ່ໄດ້ເປັນພຽງຮູບພາບທີ່ສາຍເທິງຈໍ ດັ່ງນັ້ນ ຫາກມີຜູ້ຄົນຢູ່ໃກ້ບໍລິເວນການສະແດງຫຼາຍເກີນໄປ ກໍອາດເກີດເຫດການບໍ່ໄດ້ຄາດຄິດໄດ້ຄືກັນກັບໃນຄິບ.

ເຖິງແມ້ເຫດການດັ່ງກ່າວຈະເບິ່ງອອກແນວຕະຫຼົກໆ ຫຼາຍກວ່າເປັນຕາຢ້ານ ແລະ ບໍ່ມີລາຍງານວ່າເດັກນ້ອຍຜູ້ນັ້ນໄດ້ຮັບບາດເຈັບຮຸນແຮງ ແຕ່ກໍຖືເປັນບົດຮຽນເລັກໆນ້ອຍໆ ສຳລັບຜູ້ຈັດງານວ່າ ຕໍ່ໃຫ້ຫຸ່ນຍົນຈະມາເພື່ອເຕັ້ນໂຊ ບໍ່ໄດ້ມາເປີດສຶກກັບໃຜ ກໍຄວນມີພື້ນທີ່ກັນໄວ້ໃຫ້ພຽງພໍ ເພາະບາງເທື່ອ Dance Move ຂອງຫຸ່ນຍົນອາດແຮງກວ່າທີ່ເຮົາຄິດ.

ແຫຼ່ງຂໍ້ມູນ: ndtv, nypost, techradar, unitree

Comments are disabled