ສຳນັກຂ່າວ Reuters ລາຍງານວ່າ ການຕັດໄມ້ທຳລາຍປ່າ ໃນປ່າທີ່ໃຫຍ່ທີ່ສຸດໃນໂລກຢ່າງ ອະເມຊອນ ຂອງບຣາຊິລໃນໄລຍະ 6 ເດືອນທຳອິດຂອງປີ 2022 ພົບວ່າມີຈຳນວນສູງສຸດ ແລະ ທຳລາຍສະຖິຕິຕັ້ງແຕ່ມີການບັນທຶກມາ ເຊິ່ງຂໍ້ມູນຈາກລັດຖະບານລະບຸວ່າ ພື້ນທີ່ທີ່ຖືກທຳລາຍໄປນັ້ນມີເນື້ອທີ່ໃຫຍ່ກວ່າ ນະຄອນນິວຢອກເຖິງ 5 ເທົ່າ.

ໃນລາຍງານຍັງລະບຸອີກວ່າຕັ້ງແຕ່ເດືອນມັງກອນ-ເດືອນມິຖຸນາ 2022 ມີເນື້ອທີ່ປະມານ 3,988 ກິໂລຕາແມັດ ຂອງຜືນປ່າອະເມຊອນໃນບຣາຊິລທີ່ຖືກຕັດຖາງເພີ່ມຂຶ້ນຈາກໄລຍະດຽວກັນຂອງປີ 2021 ເຖິງ 10.6% ແລະ ມັນກໍແຕະລະດັບສູງສຸດໃນໄລຍະ 6 ເດືອນທຳອິດຂອງປີນັບຕັ້ງແຕ່ມີການບັນທຶກມາ.

ແລະເມື່ອຫຼ້າສຸດນີ້ມີການພົບວ່າພື້ນທີ່ປ່າໄມ້ຫຼາຍໆແຫ່ງທີ່ຢູ່ໃກ້ກັບຖະໜົນທາງຕະເວັນອອກຂອງເມືອງ Manaus ເມືອງຫຼວງຂອງລັດ Amazonas ປະເທດບຣາຊິລ ທີ່ໃນອະດີດນັ້ນເປັນປ່າໄມ້ທີ່ເຕັມໄປດ້ວຍຄວາມຂຽວງາມ ໄດ້ກາຍມາເປັນພື້ນທີ່ກວ້າງທີ່ເຕັມໄປດ້ວຍໄມ້ທີ່ແຫ້ງຕາຍ.

ທັງນີ້ ປ່າອະເມຊອນນັ້ນເປັນປ່າຝົນທີ່ໃຫຍ່ທີ່ສຸດແລະໄດ້ສາຍາວ່າເປັນ “ປອດຂອງໂລກ” ເຊິ່ງມີສ່ວນສໍາຄັນໃນການດູດຊັບກ໊າສເຮືອນແກ້ວ ແລະມີເນື້ອທີ່ສ່ວນໃຫຍ່ຢູ່ໃນບຣາຊິລ. ເຖິງຈະເປັນແບບນັ້ນ ແຕ່ປັດຈຸບັນນີ້ປ່າຖືກຕັດ ແລະ ເຜົາທໍາລາຍເພີ່ມຂຶ້ນຫຼາຍໃນໄລຍະສອງສາມປີທີ່ຜ່ານມາໂດຍປະຊາຊົນໃນພື້ນທີ່ ເພື່ອເຮັດກະສິກໍາ, ລ້ຽງສັດ, ຂຸດເໝືອງ ແລະ ອື່ນໆ.

ຂ່າວຮ້າຍຍັງບໍ່ໝົດພຽງເທົ່ານີ້ ເພາະການເພີ່ມຂຶ້ນຂອງການຕັດໄມ້ທຳລາຍປ່າໃນປີນີ້ ຍັງເຮັດໃຫ້ເກີດໄຟປ່າທີ່ຮຸນແຮງຫຼາຍ ໂດຍໃນເດືອນມິຖຸນາ ບຣາຊິລຕ້ອງປະເຊີນກັບໄຟປ່າໃນອະເມຊອນສູງສຸດໃນຮອບ 15 ປີ. ຢ່່າງໃດກໍຕາມ ຍັງມີການຄາດເດົາຈາກຜູ້ຊ່ຽວຊານວ່າອີກສອງສາມເດືອນຂ້າງໜ້ານີ້ ໄຟປ່າຈະຮຸນແຮງຂຶ້ນອີກ.

ການຕັດໄມ້ທຳລາຍປ່າອະເມຊອນເພີ່ມຂຶ້ນສູງ ຫຼັງປະທານາທິບໍດີ jair Bolsonaro ໄດ້ເຂົ້າມາຮັບຕໍາແໜ່ງນັບຕັ້ງແຕ່ປີ 2019 ເພາະຫຼາຍຝ່າຍບອກວ່າລາວໄດ້ລົດການປ້ອງກັນພື້ນທີ່ປ່າ, ຕັດງົບປະມານດ້ານສິ່ງແວດລ້ອມແລະຊຸກຍູ້ການເຮັດກະສິກໍາແລະເໝືອງໃນພື້ນທີ່ປ່າ ເພື່ອການພັດທະນາທາງເສດຖະກິດ ລົດຄວາມທຸກຍາກໃນພື້ນທີ່ອະເມຊອນ ແລະໃນຂະນະດຽວກັນເມື່ອປີ 2021 ທີ່ຜ່ານມາທາງບຣາຊິລກໍໄດ້ໃຫ້ຄໍາໝັ້ນສັນຍາໃນເວທີໂລກວ່າຈະຍຸຕິການຕັດໄມ້ທຳລາຍປ່າໃນປີ 2030.

ບໍ່ສະເພາະປ່າຝົນອະເມຊອນເທົ່ານັ້ນທີ່ຖືກຕັດໄມ້ທຳລາຍປ່າ ແຕ່ມີປ່າຝົນຫຼາຍແຫ່ງທົ່ວໂລກກໍກໍາລັງປະເຊີນໄພຄຸກຄາມທີ່ບໍ່ແຕກຕ່າງກັນ. ພ້ອມນີ້ ຜືນປ່າເຫຼົ່ານີ້ກໍມີຄວາມສໍາຄັນຢ່າງຫຼາຍຕໍ່ສິ່ງທີ່ມີຊີວິດໃນລະບົບນິເວດ ແລະ ມີສ່ວນສຳຄັນໃນການແກ້ໄຂບັນຫາສະພາບອາກາດປ່ຽນແປງ ເຊິ່ງໃນອະນາຄົດນີ້ນັກວິໃຈກັງວົນວ່າປ່າອະເມຊອນຈະຖືກທຳລາຍເພີ່ມຂຶ້ນຢ່າງໜັກຈົນກາຍເປັນຈຸດແຕກຫັກທີ່ສົ່ງຜົນກະທົບຕໍ່ໂລກຢ່າງມະຫາສານເລີຍ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ