ຕຸຣເຄຍ ເປັນອີກໜຶ່ງປະເທດທີ່ກຳລັງປະເຊີນກັບໄພເງິນເຟີ້ຢ່າງໜັກ ໂດຍໃນປີ 2022 ນີ້ ຕຸຣເຄຍມີອັດຕາເງິນເຟີ້ສູງເຖິງ 75.62% ເຊິ່ງສູງທີ່ສຸດໃນຮອບ 24 ປີ ແລະ ຍັງເພີ່ມຂຶ້ນສະເລ່ຍເດືອນລະ 4.95% ເຮັດໃຫ້ປະຊາຊົນຕຸຣເຄຍ ເລີ່ມຫັນມາໃຫ້ຄວາມສົນໃຈກັບ Bitcoin ຫຼາຍຂຶ້ນ ໂດຍຫວັງວ່າ ຈະສາມາດຮັກສາມູນຄ່າໄດ້ດີກວ່າ ເງິນສະກຸນຫຼັກຂອງຕົນເອງ ທີ່ກຳລັງອ່ອນຄ່າລົງເລື້ອຍໆ.

ໃນຂະນະທີ່ເງິນຫຼັກຂອງປະເທດກຳລັງອ່ອນຄ່າລົງ ປະຊາຊົນຕຸຣເຄຍນັ້ນເລີ່ມຫັນມາເພິ່ງພາ Bitcoin ຫຼາຍຂຶ້ນຢ່າງຊັດເຈນ ໂດຍເຫັນໄດ້ຈາກສະຖິຕິການຊື້ຂາຍ Bitcoin ຂອງຊາວຕຸຣເຄຍ ໃນຕົ້ນປີ 2022 ທີ່ຜ່ານມານີ້ ເພີ່ມຂຶ້ນເຖິງ 51% ຈາກປາຍປີ 2021 ແລະ ແຕ່ລະເດືອນຍັງຮັກສາໃນລະດັບທີ່ສູງກວ່າເມື່ອປີທີ່ຜ່ານມາ ນັ້ນສະແດງໃຫ້ເຫັນວ່າ ປະຊາຊົນຕຸຣເຄຍ ເລີ່ມຫັນມາສົນໃຈໃນ Bitcoin ຫຼາຍຂຶ້ນ ທ່າມກາງຄວາມວຸ້ນວາຍທາງເສດຖະກິດພາຍໃນປະເທດ.

ໃນລະຫວ່າງທີ່ປະຊາຊົນຫັນມາໃຫ້ຄວາມສຳຄັນກັບ Bitcoin ທາງລັດຖະບານຕຸຣເຄຍເອງກໍຫັນມາສະສົມຄຳໃຫ້ຫຼາຍຂຶ້ນເພື່ອສູ້ກັບພາວະເງິນເຟີ້ ແບບບໍ່ຕ້ອງຂຶ້ນອັດຕາດອກເບ້ຍ ໂດຍມີແຜນໃຫ້ປະຊາຊົນເອົາຄຳໃນເຮືອນອອກມາຝາກກັບລັດຖະບານ ໂດຍຮັບຮອງວ່າຈະບໍ່ມີຄວາມສ່ຽງໃດໆ ເພື່ອຈູງໃຈໃຫ້ປະຊາຊົນເອົາຄຳອອກມາຝາກນຳລັດຖະບານໃຫ້ຫຼາຍຂຶ້ນ. ໂດຍປັດຈຸບັນ ລັດຖະບານຕຸຣເຄຍ ຄາດການວ່າ ມີຄຳສະສົມຢູ່ໃນປະເທດແລ້ວປະມານ 250 ລ້ານໂດລາ ຫາ 350 ລ້ານໂດລາ.

ເຖິງແມ່ນວ່າ ທາງລັດຖະບານ ຕຸຣເຄຍ ຈະປະກາດວ່າ Bitcoin ເປັນສິນຊັບທີ່ຜິດກົດໝາຍ ເມື່ອປີ 2021 ແຕ່ປະຊາຊົນສ່ວນໃຫຍ່ກໍຍັງເຊື່ອໝັ້ນໃນ Bitcoin ແລະ ເຊື່ອວ່າ Bitcoin ຈະເປັນທາງອອກໃນການສູ້ກັບໄພເງິນເຟີ້ຂອງປະເທດ ເຖິງແມ່ນວ່າໄລຍະທີ່ຜ່ານມາ ລາຄາຂອງ Bitcoin ຈະລົດລົງຢ່າງໜັກ ແຕ່ກໍເບິ່ງຄືວ່າ ຈະບໍ່ສາມາດຢຸດຄວາມສົນໃຈຂອງຊາດຕຸຣເຄຍ ໄດ້ເລີຍ.

ຂອບໃຈຂໍ້ມູນຈາກ: https://cutt.ly/oLzkk7p

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ