ເອີ້ນໄດ້ວ່າເປັນອີກໜຶ່ງນິມິດໝາຍທີ່ສຳຄັນ ເມື່ອໄດ້ເຫັນທີມຊາດລາວ ຮຸ່ນອາຍຸບໍ່ເກີນ 19 ປີ U19 ເຮັດຜົນງານໄດ້ຢ່າງໜ້າປະທັບໃຈ ໃນການແຂ່ງຂັນ AFF U19 2022  ກັບຜົນງານລົງແຂ່ງ 4 ນັດ ຊະນະຕິດຕໍ່ກັນທັງ 4 ນັດ ເກັບໄດ້ 12 ຄະແນນເຕັມ ຜ່ານເຂົ້າຮອບຮອງຊະນະເລີດໃນຖານະແຊ້ມກຸ່ມ B ໄປຢ່າງໜ້າປະທັບໃຈ.

ຈາກຄວາມຜິດຫວັງກັບການແຂ່ງຂັນ AFF Suzuki cup ຂອງທີມຊາດຊຸດໃຫຍ່ ເມື່ອຕົ້ນປີທີ່ຜ່ານມາ ເຮັດໃຫ້ທີມຊາດລາວ U19 ໃນຊຸດນີ້ ເລີຍຖືກເບິ່ງຂ້າມ ແລະ ຖືກເບິ່ງວ່າໜ້າຈະໄປບໍ່ໄດ້ໄກ ຄືທີ່ຜ່ານມາ.

ໃນຮອບແບ່ງກຸ່ມ ທີມຊາດລາວແມ່ນໄດ້ຢູ່ກຸ່ມ B ກໍຄືຢູ່ຮ່ວມກັບ ກຳປູເຈຍ, ມາເລເຊຍ, ສິງກະໂປ ແລະ ຕີມໍເລສເຕ. ໃນນັດທຳອິດ ທີມຊາດລາວຕ້ອງໄດ້ລົງສະໜາມດວນກັບທີມຊາດ ຕີມໍເລສເຕ ເຊິ່ງຜົນສະຫຼຸບອອກມາວ່າເປັນທາງທີມຊາດລາວທີ່ເອົາຊະນະໄປ 2 ປະຕູຕໍ່ 0 ເຊິ່ງຄົນທີ່ໄດ້ເບິ່ງເກມນີ້ ກໍມີຄວາມຫວັງເລັກໆນ້ອຍໆ ເພາະການຫຼິ້ນບານຖືວ່າເປັນຊົງ ຮູ້ຜ່ອນຮູ້ເລັ່ງໄປຕາມຈັງຫວະຂອງເກມ.

ຜ່ານການຫຼິ້ນທີ່ໜ້າປະທັບໃຈໄປໃນນັດທຳອິດ ທີມຊາດລາວ U19 ພາຍໃຕ້ການຄຸມທີມຂອງ ຄູຝຶກ ຊາວ ເຢຍລະມັນ ຍັງສືບຕໍ່ເຮັດຜົນງານໄດ້ດີຢ່າງຕໍ່ເນື່ອງ ເມື່ອນັດທີ 2 ສາມາດເອົາຊະນະ ກຳປູເຈຍ ໄປໄດ້ 2 ປະຕູຕໍ່ 1 ຈາກຜົນງານອັນສຸດຍອດຂອງ  ປີເຕີ້ ພັນທະວົງ ກອງໜ້າອະນາຄົດໄກ ແລະ ໝູ່ຮ່ວມທີມ. ເຮັດໃຫ້ທີມຊາດລາວ ເກັບ 6 ຄະແນນເຕັມ ຈາກ 2 ນັດ ເຊິ່ງຕອນນີ້ສະຖານະການ ການເຂົ້າຮອບຮອງຂອງທີມຊາດລາວນັ້ນເອີ້ນໄດ້ວ່າ ສົດໃສພໍສົມຄວນ ເພາະຂໍພຽງອີກ 1 ຄະແນນ ຈາກ 2 ນັດທີ່ເຫຼືອ ທີມຊາດລາວກໍຈະກາລັນຕີ ການເຂົ້າຮອບຕໍ່ໄປທັນທີ.

ມາໃນນັດທີ 3 ຂອງຮອບແບ່ງກຸ່ມ ທີມຊາດລາວຕ້ອງໄດ້ພົບກັບທີມຊາດ ສິງກະໂປ ທີ່ຜົນງານໃນລາຍການນີ້ ບໍ່ຄ່ອຍຈະດີປານໃດ ເພາະ 3 ນັດທີ່ຜ່ານມາ ສິງກະໂປ ແມ່ນບໍ່ສາມາດເອົາຊະນະໃຜໄດ້ເລີຍ ສວນທາງກັບທີມຊາດລາວເຮົາ ທີ່ຜົນງານໂດດເດັ່ນທີ່ສຸດໃນກຸ່ມນີ້. ເຊິ່ງຜົນອອກມາກໍເປັນທາງ ທີມຊາດລາວທີ່ກຳລັງມີຄວາມໝັ້ນໃຈຫຼາຍກວ່າ ສາມາດເອົາຊະນະໄປໄດ້ 3 ປະຕູຕໍ່ 1.

ມາຮອດຕອນນີ້ ທີມຊາດລາວລາວແມ່ນ ກາລັນຕີການເຂົ້າຮອບ ແບບຮ້ອຍເປີເຊັນແລ້ວ ເພາະມີເຖິງ 9 ຄະແນນເຕັມ ຈາກ 3 ນັດ. ແຕ່ນັດສຸດທ້າຍ ແມ່ນຕ້ອງລົງສະໜາມໄປດວນກັບທີມຊາດ ມາເລເຊຍ ທີ່ກໍຖືວ່າ ເປັນອີກໜຶ່ງທີມຊາດທີ່ມີຄວາມເຂັ້ມແຂງ ແລະ ຟອມການຫຼິ້ນທີ່ໜ້າປະທັບໃຈ. ໃນນັດສຸດທ້າຍຂອງຮອບແບ່ງກຸ່ມນີ້ ທີມຊາດລາວຕ້ອງລົງສະໜາມໂດຍມີ ຕຳແໜ່ງແຊ້ມກຸ່ມ ເປັນເດີມພັນ ເພາະມາເລເຊຍເອງກໍມີຄະແນນນຳຫຼັງທີມຊາດລາວພຽງ 2 ຄະແນນ ນັ້ນໝາຍຄວາມວ່າ ຖ້າມາເລເຊຍ ເອົາຊະນະທີມຊາດລາວໄດ້ ມາເລເຊຍ ຈະເຂົ້າຮອບໃນຖານະ ແຊ້ມກຸ່ມທັນທີ.

ເລີ່ມເປີດລາຍຊື່ນັກເຕະ 11 ຕົວຈິງ ທີ່ລົງສະໜາມໃນນັດນີ້ ຫຼາຍຄົນກໍແປກໃຈເພາະສ່ວນຫຼາຍເປັນຜູ້ຫຼິ້ນສຳຮອງເກືອບໝົດທີມ. ແຕ່ຖ້າເບິ່ງໃນອີກມຸມໜຶ່ງກໍເປັນການຮັກສາສະພາບຄວາມຟິດ ເພື່ອລົງສະໜາມໃນຮອບຕໍ່ໄປ ບວກກັບການເຂົ້າຮອບເປັນແຊ້ມກຸ່ມ ຫຼື ເປັນຮອງແຊ້ມ ອາດຈະບໍ່ສຳຄັນທີ່ສຸດແລ້ວ ເພາະສະຖານະການຂອງກຸ່ມ A ນັ້ນ ແມ່ນເປັນທາງ ທີມຊາດໄທ ແລະ ຫວຽດນາມ ທີ່ຈັບມືກັນເຂົ້າຮອບ ເຊິ່ງເປັນ 2 ທີມທີ່ຖືກຄາດໝາຍວ່າຈະສາມາດຄວ້າແຊ້ມໃນລາຍການນີ້ໄດ້.

ແຕ່ຢ່າງໃດກໍຕາມ ເຖິງຈະຈັດຜູ້ຫຼິ້ນສຳຮອງເປັນສ່ວນໃຫຍ່ ແຕ່ທີມຊາດລາວກໍຍັງເຮັດຜົນງານໄດ້ຢ່າງໜ້າປະທັບໃຈທີ່ສາມາດອົດທົນຕ້ານເກມບຸກອັນດຸດັນຂອງທີມຊາດມາເລເຊຍໄວ້ໄດ້ ແລະ ສາມາດເອົາຊະນະໄປໄດ້ 1 ປະຕູຕໍ່ 0 ຈາກລູກຈຸດໂທດ ຈາກຕົວສຳຮອງຢ່າງ ພຸດທະວົງ ແສງວິໄລ. ຜ່ານເຂົ້າຮອບໄປໃນຖານະແຊ້ມກຸ່ມຢ່າງໜ້າປະທັບໃຈ.

ໂດຍໃນຮອບຕັດເຊືອກ ຫຼື ຮອງຊະນະເລີດ ທີມຊາດລາວ ຈະພົບກັບ ທີມຊາດໄທ ທີ່ເປັນທີສອງຂອງກຸ່ມເອ ຂະນະທີ່ ມາເລເຊຍ ຈະພົບ ຫວຽດນາມ ທີ່ເປັນທີໜຶ່ງໃນກຸ່ມເອ ເຊິ່ງເກມຮອບຮອງຈະມີຂຶ້ນ ໃນວັນທີ 13 ກໍລະກົດນີ້ ເວລາ 20:00 ໂມງ.

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ