ໃນວັນທີ 11 ກໍລະກົດທີ່ຜ່ານມາ ຕາມເວລາໃນສະຫະລັດອະເມຣິກາ ປະທານາທິບໍດີ ໂຈ ໄບເດັນ ໄດ້ຈັດງານຮ່ວມກັບອົງການ NASA ທີ່ໄດ້ເປີດເຜີຍຮູບທຳອິດຈາກກ້ອງໂທລະທັດອະວະກາດເຈມສ໌ ເວັບ (James Webb Space Telescope) ເຊິ່ງພາບນີ້ຖືກເອີ້ນວ່າ ‘Webb’s First Deep Field’ ເຊິ່ງເຜີຍໃຫ້ເຫັນຈຸດຕ່າງໆ ທີ່ສ່ອງແສງສວຍງາມຂອງກາແລັກຊີ SMACS 0723.

ພາບນີ້ຖືກຖ່າຍມາໄດ້ດ້ວຍກ້ອງອິນຟຣາເຣດ Near-Infrared Camera (NIRCam) ຂອງກ້ອງໂທລະທັດອະວະກາດເຈມສ໌ ເວັບ ເຊິ່ງເປັນການຊ້ອນພາບຄື້ນຄວາມຖີ່ຕ່າງໆ ແລະ ໃຊ້ເວລາທັງໝົດ 12.5 ຊົ່ວໂມງກ່ອນທີ່ຈະບັນທຶກຮູບນີ້ມາໄດ້. ທັງນີ້ ຄື້ນຄວາມຖີ່ນີ້ຖືເປັນຄື້ນຄວາມຖີ່ອິນຟຣາເຣດທີ່ໄກກວ່າກ້ອງໂທລະທັດອະວະກາດຮັບເບິລ (Hubble Telescope) ເພາະຖ້າທຽບກັນ ອາດຈະໃຊ້ເວລາເກັບຮູບຫຼາຍອາທິດ.

ແລະວ່າກັນວ່າ ນີ້ເປັນຮູບພາບອິນຟຣາເຣດຂອງອະວະກາດທີ່ໄກທີ່ສຸດເທົ່າທີ່ເຄີຍມີມາ ເພາະກວ່າທີ່ແສງຈະເດີນທາງມາເຖິງ ສາຍຕາຂອງເຮົາກໍຈັບຈ້ອງໄປທີ່ Galaxy ທີ່ເປັນອະດີດຜ່ານມາແລ້ວ 4,600 ລ້ານປີ.

ສຳລັບກ້ອງໂທລະທັດອະວະກາດເຈມສ໌ເວັບນີ້ ຖືກສົ່ງຂຶ້ນອະວະກາດຕັ້ງແຕ່ວັນທີ 25 ທັນວາ 2021 ໂດຍມີໜ້າທີ່ຫຼັກໆ 2 ຢ່າງຄື: ຄົ້ນຫາດາວເຄາະທີ່ຢູ່ຫ່າງຈາກໂລກໄປໄກແສນໄກທີ່ອາດຈະເໝາະສົມກັບການຢູ່ອາໄສ ແລະ ອີກໜ້າທີ່ໜຶ່ງຄື ຖ່າຍພາບດາວຣຶກດວງທຳອິດ ຂອງອະວະກາດ ທີ່ປາກົດຂຶ້ນເມື່ອ 1.35 ໝື່ນລ້ານປີກ່ອນ.

ທັງນີ້ ພາບທີ່ເຜີຍແຜ່ອອກມາໃຫ້ຮັບຊົມກັນນີ້ຖືວ່າຍັງເປັນພາບເອີ້ນນ້ຳຍ່ອຍ ເພາະ NASA ມີກຳນົດຖະແຫຼງຂ່າວເປີດເຜີຍພາບຊຸດ ທັງໝົດ 5 ພາບ ຈາກກ້ອງໂທລະທັດອະວະກາດເຈມສ໌ເວັບ ເຊິ່ງຈະມີການຖ່າຍທອດສົດໃນມື້ນີ້ (12 ກໍລະກົດ 2022) ເວລາ 21:30 ຕາມເວລາບ້ານເຮົາ ຜ່ານທາງເວັບໄຊ: https://cutt.ly/ILcKpe9

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ