ກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ 9 ໄດ້ດຳເນີນເປັນເວລາ 20 ມື້ ພາຍໃຕ້ການນຳພາຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ແລະ ຄະນະປະຈຳສະພາແຫ່ງຊາດ, ລັດຖະບານ, ອົງການ, ກະຊວງ, ຂະແໜງການຕ່າງໆ ແລະ ບັນດາຜູ້ແທນກອງປະຊຸມ ໄດ້ສຸມເຫື່ອແຮງສະຕິປັນຍາປະຕິບັດຕາມພາລະບົດບາດຂອງຕົນ ເຂົ້າໃນການກະກຽມ ແລະ ການດຳເນີນກອງປະຊຸມ ສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ 9. ເຮັດໃຫ້ການພິຈາລະນາ ແລະ ການຮັບຮອງເອົາບັນຫາສຳຄັນຂອງຊາດ ຕາມສິດ ແລະ ໜ້າທີ່ ຂອງສະພາແຫ່ງຊາດ ທີ່ໄດ້ກຳນົດໄວ້ໃນລັດຖະທຳມະນູນ ແລະ ກົດໝາຍ ໄດ້ຮັບຜົນສຳເລັດ ຕາມຄາດໝາຍທີ່ວາງໄວ້.

ທ່ານ ນາງ ປິງຄຳ ລາດຊະສິມມາ ຄະນະປະຈຳສະພາແຫ່ງຊາດ ເລຂາທິການສະພາແຫ່ງຊາດ ໄດ້ແຈ້ງໃຫ້ຮູ້ວ່າ: ກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ 9 ຄັ້ງນີ້ ໄດ້ສຳເລັດໃນການພິຈາລະນາ ແລະ ຮັບຮອງເອົາບັນຫາສຳຄັນພື້ນຖານຂອງປະເທດຊາດ ໂດຍໄດ້ອອກເປັນມະຕິຂອງກອງປະຊຸມດັ່ງນີ້:

1.ມະຕິກອງປະຊຸມສະພາແຫ່ງຊາດວ່າດ້ວຍການຮັບຮອງເອົາບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດສັງຄົມ 6 ເດືອນຕົ້ນປີ 2022 ແລະ ແຜນການ 6 ເດືອນທ້າຍປີ 2022.

2.ມະຕິຂອງກອງປະຊຸມສະພາແຫ່ງຊາດວ່າດ້ວຍການຮັບຮອງເອົາບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ.

3.ມະຕິກອງປະຊຸມສະພາແຫ່ງຊາດວ່າດ້ວຍການຮັບຮອງເອົາບົດລາຍງານຂອງລັດຖະບານ ກ່ຽວກັບການປະເມີນຜົນຈັດຕັ້ງປະຕິບັດກົດໝາຍ 4 ສະບັບ ຄື: ກົດໝາຍວ່າດ້ວຍທີ່ດິນ, ການສົ່ງເສີມການລົງທຶນ, ຊັບສິນຂອງລັດ ແລະ ກົດໝາຍວ່າດ້ວຍແຮ່ທາດ.

4.ມະຕິກອງປະຊຸມສະພາແຫ່ງຊາດວ່າດ້ວຍການຮັບຮອງເອົາບົດລາຍງານຂອງລັດຖະບານ ກ່ຽວກັບການປະຕິຮູບວິສາຫະກິດ ລວມທັງປັບປຸງໂຄງສ້າງຂອງທະນາຄານທຸລະກິດລັດ.

5.ມະຕິກອງປະຊຸມສະພາແຫ່ງຊາດວ່າດ້ວຍການຮັບຮອງເອົາບົດລາຍງານຂອງລັດຖະບານ ກ່ຽວກັບແຜນການທ່ອງທ່ຽວສີຂຽວ ແລະ ການເປີດປະເທດ ຕິດພັນກັບການປ້ອງກັນ ແລະ ຮັບມືກັບການແຜ່ລະບາດຂອງໂຄວິດ.

6.ມະຕິກອງປະຊຸມສະພາແຫ່ງຊາດວ່າດ້ວຍການຮັບຮອງເອົາບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດບັນດາຄາດໝາຍໃນຂົງເຂດການສຶກສາກິລາ ເປັນຕົ້ນການປັບປຸງຄຸນະພາບລະບົບການຮຽນການສອນທຸກຊັ້ນທຸກສາຍ ໃນໄລຍະໃໝ່ໃນການຄຸ້ມຄອງວຽກງານກິລາກາຍະກຳ.

7.ມະຕິກອງປະຊຸມສະພາແຫ່ງຊາດວ່າດ້ວຍການຮັບຮອງເອົາບົດລາຍງານຂອງລັດຖະບານ ກ່ຽວກັບວຽກງານຂອງຕົນໃນໄລຍະແຕ່ກອງປະຊຸມສະໄໝສາມັນເທື່ອທີ 2-3 ແລະ ແຜນການ ຮອດກອງປະຊຸມສະໄໝສາມັນເທື່ອທີ 4.

8.ມະຕິກອງປະຊຸມສະພາແຫ່ງຊາດວ່າດ້ວຍການຮັບຮອງເອົາບົດລາຍງານຂອງລັດຖະບານກ່ຽວກັບຜົນການກວດກາວາລະແຫ່ງຊາດ ໃນໄລຍະຜ່ານມາ ແລະ ແຜນການຕິດຕາມກວດກາຂອງສະພາແຫ່ງຊາດກ່ຽວກັບການປະຕິບັດວາລະແຫ່ງຊາດໃນຕໍ່ໜ້າ.

9.ມະຕິກອງປະຊຸມສະພາແຫ່ງຊາດວ່າດ້ວຍການຮັບຮອງເອົາບົດລາຍງານຂອງລັດຖະບານ ວ່າດ້ວຍການເລືອກຕັ້ງກວດສອບແຫ່ງລັດ.

10.ມະຕິກອງປະຊຸມສະພາແຫ່ງຊາດວ່າດ້ວຍການຮັບຮອງເອົາບົດລາຍງານຂອງລັດຖະບານ ວ່າດ້ວຍການຮັບຮອງ ແລະ ເລືອກຕັ້ງ ຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານ.

11.ມະຕິກອງປະຊຸມສະພາແຫ່ງຊາດວ່າດ້ວຍການຮັບຮອງເອົາບົດລາຍງານຂອງລັດຖະບານ ວ່າດ້ວຍການແຕ່ງຕັ້ງຮອງນາຍົກ.

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ