ເປີດຢ່າງເປັນທາງການໄປເປັນທີ່ຮຽບຮ້ອຍ ສຳລັບ ເອີລິ້ງ ຮາແລນ Erling Haaland ກອງໜ້າອະນາຄົດໄກຄົນໃໝ່ຂອງສະໂມສອນ ແຊ້ມພຣີເມຍລີກ ລະດູການຫຼ້າສຸດຢ່າງ ແມນເຊັສເຕີ້ ຊິຕີ້ Manchester City  ແລະ ໃນງານເປີດຕົວທີ່ຜ່ານມາ ຮາແລນ ກໍໄດ້ສ້າງຄວາມຮືຮາໃຫ້ບັນດາແຟນໆ ເມື່ອລາວບອກກັບແຟນໆວ່າ ທີມທີ່ລາວຢາກຍິງທີ່ສຸດ ກໍຄື ແມນເຊັສເຕີ້ ຢູໄນເຕັດ Manchester United ຫຼື ວ່າຄູ່ແຂ່ງຮ່ວມເມືອງນັ້ນເອງ.

ໃນງານເປີດຕົວຂອງມື້ວານທີ່ຜ່ານມາ ພິທີກອນໃນງານໄດ້ຕັ້ງຄຳຖາມຕໍ່ ຮາແລນວ່າ: “ຮາແລນ ເຈົ້າຢາກພົບກັບທີມໃດທີ່ສຸດໃນ ພຣີເມຍລີກ ຂອງລະດູການທີ່ຈະມາຮອດນີ້” ຈາກນັ້ນ ກອງໜ້າອາຍຸ 21 ປີກໍຕອບໄປວ່າ:​ “ຂ້ອຍບໍ່ຢາກເວົ້າຫຍັງຫຼາຍ ແຕ່ທີມໆນັ້ນ ແມ່ນ ແມນເຊັສເຕີ້ຢູໄນເຕັດ”

ເມື່ອຮາແລນເວົ້າຈົບ ສຽງເຮຂອງແຟນໆ ແມນຊິສຕີ້ ກໍເຮຂຶ້ນ. ນອກຈາກນັ້ນ ຮາແລນຍັງບອກອີກວ່າລາວຕັ້ງໜ້າຕັ້ງຕາ ທີ່ຈະໂຊລວດລາຍຂອງລາວໃຫ້ແຟນໆ ໄດ້ເຫັນໄວໆ “ຂ້ອຍລໍຖ້າມັນ. ຂ້ອຍໝັ້ນໃຈວ່າພວກເຮົາຈະມີເວລາທີ່ດີຮ່ວມກັນ. ຄວາມຄາດຫວັງຂອງຂ້ອຍແມ່ນເພື່ອຮູ້ຈັກທຸກຄົນ. ເສີມຄວາມສຳພັນ ແລະ ຂ້ອຍມ່ວນໄປກັບມັນ ຂ້ອຍຈະມີຄວາມສຸກກໍຕໍ່ເມື່ອຂ້ອຍຍິງປະຕູໄດ້ເທົ່ານັ້ນ.”

ສຳລັບ ຮາແລນ ແມ່ນຍ້າຍມາຈາກ ໂບຣຸສເຊຍ ດອດມຸນ ມາຢູ່ກັບ ແມນເຊັສເຕີ້ ຊິຕີ້ ດ້ວຍຄ່າຕົວ 51 ລ້ານປອນ ຫຼື ປະມານ 915,101 ລ້ານກີບ ພ້ອມກັບຄວາມຄາດຫວັງຂອງທັງແຟນໆແມນຊິຕີ້ ທີ່ຫວັງໃຫ້ລາວມາເປັນຕົວຫຼັກໃນການຍິງປະຕູໃຫ້ກັບທີມ ແລະ ຍັງເປັນຄວາມຫວັງໃຫ້ກັບແຟນໆພຣີເມຍລີກ ວ່າຈະມາເພີ່ມສີສັນໃຫ້ ພຣີເມຍລີກ ມີຄວາມໜ້າສົນໃຈ ແລະ ໜ້າຕື່ນເຕັ້ນຫຼາຍຂຶ້ນ.

ສ່ວນນັດທີ່ແມນຊິຕີ້ ຈະໄດ້ພົບກັບ ແມນເຊັສເຕີ້ ຢູໄນເຕັດ ນັດທຳອິດ ແມ່ນຈະຖືກວັນທີ 1 ຕຸລາ 2022 ທີ່ຈະມາຮອດນີ້ ແລ້ວເຮົາຈະຮູ້ກັນວ່າ ຮາແລນຈະຍິງປະຕູແມນຢູ ໄດ້ຄືທີ່ລາວຫວັງຫຼືບໍ່.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ