ທ່ານ ກົງສັກດາ ອິນທະພູທອນ ຫົວໜ້າໜ່ວຍງານກວດກາ ສັດຕະວະແພດ ປະຈໍາດ່ານສາກົນແດນສະຫວັນໃຫ້ສໍາພາດຕໍ່ຜູ້ສື່ຂ່າວວ່າ: ໂດຍປະຕິບັດຕາມຄໍາສັ່ງຂອງກະຊວງກະສີກໍາ-ປ່າໄມ້ ເລກທີ0160/ກປ ລົງວັນທີ 19/1/22 ວ່າດ້ວຍການໂຈະ, ການອະນຸຍາດນໍາເຂົ້າ, ສົ່ງຜ່ານໝູມີຊິວິດ ແລະ ຜະລິດຕະພັນໝູ ຈາກປະເທດທີ່ມີການລະບາດຂອງເຊື້ອພະຍາດອະຫິວາໝູ ອາຟຣິກາ ,ເຊິ່ງໃນຕອນເຊົ້າວັນທີ 7 ກໍລະກົດ 2022 ນີ້ ໄດ້ກວດຍຶດ ຊີ້ນໝູແຊ່ແຂງ ທີ່ນໍາເຂົ້າຈາກປະເທດຫວຽດນາມ  ເຊິ່ງຕົ້ນກໍາເນີດຂອງສິນຄ້າ ແມ່ນຈາກປະເທດບຣາຊິວ ໂດຍຍຶດໄດ້ຈາກລົດ ໝາຍເລກ 74C.098.28 (ລົດແກ່ຫີນກາວ) ເຊິ່ງມີເປົ້າໝາຍ ຈໍາໜ່າຍຢູ່ຕະຫຼາດນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ ທີ່ໄດ້ຊຸກເຊື່ອງໄວ້ໃນລົດດັ່ງກ່າວ ເປັນຊີ້ນໝູທີ່ບໍ່ໄດ້ມາດຕະຖານຈໍານວນ 442 ແກັດ ເທົ່າກັບ 9,724 ກິໂລ.

ໃນວັນທີ 9 ກໍລະກົດ 2022 ນີ້, ຢູ່ບ້ານແດນສະຫວັນ ກໍໄດ້ຈັດພິທີທໍາລາຍຊີ້ນສັດດັ່ງກ່າວ ດ້ວຍວິທີຂຸດຂຸມຝັງເລິກປະມານ 2 ແມັດ, ໂຮຍປູນຂາວ, ສີດຢາຂ້າເຊື້ອ, ຖົມດິນຢຽບໃຫ້ແໜ້ນ ໂດຍເຈົ້າໜ້າທີ່ກ່ຽວຂ້ອງ ເຊິ່ງມີ ຄະນະໜ່ວຍງານກວດກາສັດຕະວະແພດດ່ານສາກົນແດນສະຫວັນ, ຕໍາຫຼວດ, ພາສີ, ອາຫານແລະຢາ ພ້ອມຄະນະປົກຄອງບ້ານແດນສະຫວັນເຂົ້າຮ່ວມ. ທັງນີ້ກໍເພື່ອເປັນການຕ້ານແລະສະກັດກັ້ນ ສິນຄ້າທີ່ຫວງຫ້າມ ແລະ ນໍາເຂົ້າບໍ່ຖືກຕ້ອງໃຫ້ຖືກຕາມລະບຽບກົດໝາຍ ແລະ ທັງເປັນການປົກປ້ອງຜູ້ຜະລິດພາຍໃນ ເຊິ່ງຕົວຈິງບັນດາຟາມລ້ຽງໝູພາຍໃນແຂວງ ກໍເຫັນວ່າມີຄວາມສາມາດຕອບສະໜອງພາຍໃນໄດ້. ອີກດ້ານໜຶ່ງກໍເປັນການສະກັດກັ້ນບໍ່ໃຫ້ມີການແຜ່ລະບາດ ຂອງເຊື້ອພະຍາດ ທີ່ອາດຈະເກີດຂຶ້ນ.

ຂໍ້ມູນຈາກ: https://cutt.ly/uLzwZO4

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ