ຈາກສະພາບເສດຖະກິດຂອງສີລັງກາໃນຂະນະນີ້ເອີ້ນໄດ້ວ່າຢູ່ໃນຂັ້ນ “ວິກິດໜັກທີ່ສຸດ” ໃນຮອບກວ່າ 70 ປີ ເນື່ອງຈາກປະຊາຊົນຕ້ອງຕໍ່ສູ້ກັບຄວາມທຸກຍາກລໍາບາກ ໂດຍການປະເຊີນກັບວິກິດເງິນເຟີ້, ການຂາດແຄນພະລັງງານເຊື້ອໄຟ ແລະ ອາຫານ ເຊິ່ງເປັນຜົນມາຈາກການບໍລິຫານທີ່ຜິດພາດຂອງລັດຖະບານ.

ດ້ວຍເຫດນັ້ນເຮັດໃຫ້ເມື່ອວັນເສົາ ທີ 9 ກໍລະກົດ ທີ່ຜ່ານມາ ປະຊາຊົນຊາວສີລັງກາຈໍານວນກວ່າ 100,000 ຄົນອອກມາຊຸມນຸມປະທ້ວງເດືອດໂດຍຮຽກຮ້ອງປະທານາທິບໍດີ ໂກຕາບາຍາ ຣາຊະປັກສາ ລາອອກຈາກຕໍາແໜ່ງເພື່ອຮັບຜິດຊອບໃນການແກ້ໄຂພາວະວິກິດເສດຖະກິດທີ່ເກີດຂຶ້ນ.

ທັງນີ້ ຝູງຊົນຜູ້ປະທ້ວງໄດ້ຕັດສິນໃຈບຸກເຂົ້າໄປໃນເຮືອນພັກຂອງປະທານາທິບໍດີ ໃນກຸງໂຄລໍາໂບ ເມືອງຫຼວງຂອງປະເທດ ເຊິ່ງນັ້ນເຮັດໃຫ້ປະທານາທິບໍດີ ໂກຕາບາຍາ ຕ້ອງອົບພະຍົບໄປພື້ນທີ່ປອດໄພ ແລະໃນເວລາຕໍ່ມາກໍໄດ້ມີຖະແຫຼງຜ່ານໂທລະພາບວ່າຈະລາອອກໃນວັນທີ 13 ກໍລະກົດ ທີ່ຈະມາຮອດນີ້.

ແລະໃນຂະນະທີ່ກຸ່ມປະທ້ວງອີກສ່ວນໜຶ່ງກໍໄດ້ບຸກເຂົ້າໄປເຮືອນພັກຂອງນາຍົກລັດຖະມົນຕີ ຣານິລ ວິກົມສິງເຫ ກ່ອນທີ່ຈະລົງມືຈູດໄຟເຜົາເຮັດໃຫ້ເກີດແປວໄຟ ແລະ ຄວັນໄຟຂະໜາດໃຫຍ່ລອຍອອກມາເຕັມບໍລິເວນດັ່ງກ່າວ. ຢ່າງໃດກໍດີ ນາຍົກລັດຖະມົນຕີ ຣານິລ ໄດ້ອົບພະຍົບອອກຈາກເຮືອນພັກໃນວັນສຸກທີ 8 ກໍລະກົດກ່ອນທີ່ຜູ້ປະທ້ວງຈະບຸກເຂົ້າມາ ແລະ ຫຼ້າສຸດນີ້ ນາຍົກລັດຖະມົນຕີ ກໍປະກາດຍິນດີທີ່ຈະລາອອກຈາກຕໍາແໜ່ງເພື່ອເປັນການເປີດທາງໃຫ້ທຸກພັກການເມືອງຈັດຕັ້ງລັດຖະບານເພື່ອແກ້ໄຂວິກິດທີ່ລາວເຄີຍຍອມຮັບວ່າ “ສີລັງກາເຖິງຈຸດລົ້ມລະລາຍແລ້ວ” ແຕ່ວ່າ ຣານິລ ຈະຢູ່ເຮັດໜ້າທີ່ເຈລະຈາກັບກອງທຶນລະຫວ່າງປະເທດ IMF ເພື່ອຂໍກູ້ເງິນສຸກເສີນ ແລ້ວນໍາມາໃຊ້ໃນວິກິດຂາດແຄນນ້ຳມັນແລະອາຫານ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ