ຖ້າຫາກກ່າວເຖິງຄວາມໂຊກຮ້າຍໃນການໃຊ້ຊີວິດ ເລື່ອງການເປັນໂຣກໄພໄຂ້ເຈັບກໍຄືຈະເປັນໜຶ່ງໃນຄວາມໂຊກຮ້າຍທີ່ມະນຸດຄືເຮົາບໍ່ປະສົງຢາກພົບຢ່າງແນ່ນອນ. ຢ່າງໃດກໍຕາມ ຖ້າສົມມຸດວ່າມື້ໃດມື້ໜຶ່ງເຮົາເກີດເປັນໂຣກຮ້າຍຂຶ້ນມາ ເຮົາກໍຄືຈະໝົດສີສັນກັບການໃຊ້ຊີວິດບໍ່ຫຼາຍກໍໜ້ອຍ.

ແຕ່ສຳລັບ Mikomi Hokina ແມ່ຍິງອາຍຸ 22 ປີ ຈາກເບວຢຽມຄົນນີ້ ເປັນຄົນໜຶ່ງທີ່ຍິ້ມສູ້ ແລະ ບໍ່ຍອມໃຫ້ກັບໂຊກຊະຕາທີ່ຕ້ອງປະເຊີນກັບໂຣກຮ້າຍຢ່າງແນ່ນອນ ເພາະລາວຖືກກວດພົບວ່າເປັນມະເຮັງແລະຕ້ອງເຮັດການໂກນຜົມເພື່ອເຮັດຄີໂມກໍາຈັດມະເຮັງ ແຕ່ວ່າລາວຍັງມອບເລື່ອງລາວດີໆ ໃຫ້ກັບທຸກຄົນໂດຍການ Cosplay ເປັນ “Saitama” ຕົວລະຄອນສຸດດັງຈາກອະນິເມະເລື່ອງ One Punch Man.

ເລື່ອງລາວນີ້ຖືກເຜີຍແຜ່ໂດຍ Mikomi Hokina  ເມື່ອວັນທີ 4 ກໍລະກົດທີ່ຜ່ານມາ ຜ່ານເວັບໄຊ Reddit (ເວັບໄຊຄ້າຍໆ ເວັບ Pantip) ໃນຫ້ອງ r/OnePunchMan ເຊິ່ງເປັນຫ້ອງທີ່ໂອ້ລົມກ່ຽວກັບ One Punch Man ໂດຍສະເພາະ ໂດຍຕັ້ງຫົວວ່າ: “ຂ້ອຍເປັນມະເຮັງ ເລີຍຂໍໂດດເຂົ້າຫາໂອກາດນີ້” ພ້ອມກັບຮູບຕົນເອງທີ່ໂກນຜົມ ແລ້ວ Cosplay ເປັນ “Saitama” ຈາກເລື່ອງ One Punch Man ແລະອີກຮູບໜຶ່ງທີ່ລາວນອນປ່ອຍຕິດຕຽງຢູ່ໂຮງໝໍທີ່ເຂົ້າປິ່ນປົວຢູ່.

ທັງນີ້ ເນື່ອງຈາກ Mikomi ປ່ວຍເປັນມະເຮັງແລ້ວຕ້ອງໂກນຜົມໝົດຫົວເຮັດຄີໂມ ລາວເລີຍຖືໂອກາດດີໆແບບນີ້ທີ່ຈະໄດ້ Cosplay ເປັນ Saitama ເຊິ່ງເປັນຕົວລະຄອນທີ່ລາວມັກ ແລະ ລະບຸວ່າຮູບທີ່ທຸກຄົນເຫັນໄປນັ້ນຍັງບໍ່ໄດ້ໃສ່ຜ້າຄຸມ ເພາະກໍາລັງເຮັດຢູ່ ມັນຍັງບໍ່ແລ້ວເທື່ອ ແລະ ຍັງບອກອີກວ່າຮູບ Cosplay ທີ່ມີຄຸນະພາບດີກວ່ານີ້ຈະຖືກປ່ອຍອອກມາໃນເດືອນຕໍ່ໆໄປ ແລະ ຫວັງວ່າທຸກຄົນຈະມັກໃນຕົວຜົນງານຂອງຕົນເອງ.

ພ້ອມນີ້ Mikomi ເລົ່າວ່າ ຫຼັງຈາກທີ່ເຮັດຄີໂມມາໄດ້ໜຶ່ງເດືອນ ລາວມີກໍມີນັດເຂົ້າຜ່າຕັດໃນເດືອນກັນຍາທີ່ຈະມາຮອດນີ້. ຫຼັງຈາກຜ່າຕັດສໍາເລັດແລ້ວລາວກໍຈະຫາຍດີຈາກການເປັນມະເຮັງ.

ຫຼັງຈາກກະທູ້ຂອງ Mikomi ໄດ້ຖືກເຜີຍແຜ່ອອກໄປມັນກໍໄດ້ຖືກແຊຣ໌ຕໍ່ແລະກາຍເປັນກະແສໄປໃນທັນທີ ໂດຍມີການກົດໂຫວດໃຫ້ກັບກະທູ້ຂອງລາວຫຼາຍກວ່າ 80,000 ຄັ້ງ ແລະ ຍອດຄອມເມັ້ນອີກກວ່າ 1,800 ຄັ້ງ ໂດຍສ່ວນຫຼາຍຊາວເນັດໃຫ້ອອກມາໃຫ້ກໍາລັງໃຈ Mikomi ເປັນຈໍານວນຫຼວງຫຼາຍ ພ້ອມທັງຍ້ອງໃນຄວາມຫົວໃຈສູ້ ແລະ ຄວາມຄິດບວກຂອງລາວ ເຖິງວ່າຈະພົບກັບໂຣກຮ້າຍແຕ່ກໍຍັງຍິ້ມໄດ້.

ທັງນີ້ Mikomi Hokina  ນັ້ນບໍ່ແມ່ນຄົນອື່ນໄກແຕ່ຢ່າງໃດ ແຕ່ລາວເປັນນັກ Cosplay ສາວຊື່ດັງ ໂດຍລາວມີຍອດຕິດຕາມໃນ Twitter ກວ່າ 500,000 ບັນຊີ ແລະ ຜົນງານ Cosplay ຂອງລາວສ່ວນຫຼາຍແມ່ນຈະເນັ້ນໄປທາງ Sexy ແລະ Cosplay ເປັນຕົວລະຄອນຈາກອະນິເມະເລື່ອງດັງອີກຫຼາຍໆເລື່ອງ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ