Facebook ໄດ້ປ່ອຍໃຫ້ຄົນລາວສາມາດສ້າງສະຕິກເກີ້ທີ່ມີໜ້າຕາ ຫຼື ລັກສະນະຄ້າຍຄືຕົວຂອງເຮົາເອງໄດ້ ບໍ່ວ່າຈະເປັນ ຕາ, ໜ້າ ຫຼື ຜົມ ກໍມີຫຼາກຫຼາຍແບບໃຫ້ເລືອກ ເພື່ອເອົາໄວ້ສົ່ງສະຕິ໊ກເກີ້ຫາໝູ່ ຫຼື ໂພສຄອມເມັ້ນກວນໆກໍຄັກດີ
ສໍາລັບໃຜທີ່ຢາກໄດ້ແມ່ນໃຫ້ປະຕິດບັດຕາມຂັ້ນຕອນຕໍ່ໄປນີ້ເລີຍ:
- ເຂົ້າແອັບ Facebook ແລ້ວກົດທີ່ປຸ່ມທາງລຸ່ມຂວາສຸດຂອງຈໍ.

2. ກົດເຂົ້າໄປທີ່ Avartars (ຖ້າບໍ່ເຫັນໃຫ້ກົດ See more).


3. ຖ້າຍັງບໍ່ເຫັນອີກແມ່ນໃຫ້ອັບເດດ Facebook ເດີ້ລູກຫຼານ ????.
4. ພາຍຫຼັງອັບເດດແລ້ວແມ່ນໃຫ້ກົດປິດແອັບ ແລ້ວປະຕິບັດຕາມຂັ້ນຕອນທຳອິດໃໝ່ ແລ້ວຈະເຫັນ Avartars ໃຫ້ທຸກຄົນໄປສ້າງສະຕິ໊ກເກີ້ໄດ້ເລີຍ.
❗️ເພີ່ມເຕີມ❗️ ຖາບໍ່ແນ່ໃຈວ່າຈະແຕ່ງສະຕິ໊ກເກີ້ຄືຕົວເອງ ຫຼື ບໍ່ ຈະແມ່ນທາງແອັບມີໃຫ້ເຮົາທຽບໜ້າໃສ່ສະຕິ໊ກເກີ້ນຳ