ໃນວັນທີ 4 ກັນຍາ 2020 ເວລາ 20:00 ເວບໄຊທ໌ຂ່າວ posttoday ຂອງປະເທດໄທ ໄດ້ລາຍງານສະຖານະການຂອງເຂື່ອນໄຟຟ້າໃນປະເທດລາວ ໂດຍໃສ່ຫົວຂໍ້ວ່າ:  “ລາວຍອມໃຫ້ຈີນຄຸມເຂື່ອນ” ໂດຍອະທິບາຍຕື່ມວ່າ: ວົງໃນເຜີຍລັດຖະບານລາວກຽມມອບການຄວບຄຸມສ່ວນໃຫຍ່ໃນບໍລິສັດຜະລິດໄຟຟ້າໃຫ້ຈີນດຳເນີນການ ຫຼັງຈາກມີແນວໂນ້ມວ່າຈະຜິດນັດຊຳລະໜີ້ໃຫ້ກັບລັດຖະບານຈີນ, ຢ່າງໃດກໍຕາມ ຂ່າວດັ່ງກ່າວເປັນພຽງການວິເຄາະຂອງສຳນັກຂ່າວ Reusters ຂອງປະເທດອັງກິດ ເທົ່ານັ້ນ ແຕ່ສື່ຂ່າວຂອງໄທເອົາມາໃສ່ຫົວຂໍ້ທີ່ເປັນການເຮັດໃຫ້ເຂົ້າໃຈຜິດໄດ້ງ່າຍວ່າຈີນຈະໄດ້ຄວບຄຸມເຂື່ອນແລ້ວ.

 ຫຼັງຈາກນັ້ນ ກໍມີການເຜີຍແຜ່ອອກໄປໃນໂລກອອນໄລນ໌ ເປັນຈຳນວນຫຼວງຫຼາຍ ຈົນເຮັດໃຫ້ປະຊາຊົນລາວຫຼາຍຄົນເກີດຄວາມເຂົ້າໃຈຜິດ  ຈຶ່ງເກີດຄວາມບໍ່ພໍໃຈຕໍ່ບໍລິສັດໄຟຟ້າລາວ ລວມໄປເຖິງລັດຖະບານເອງ.

ວັນທີ 10 ກັນຍາ 2020 ລັດຖະບານລາວບໍ່ນິ້ງນອນໃຈ ໄດ້ອອກມາຊີ້ແຈງເຖິງຂ່າວດັ່ງກ່າວ ວ່າບໍ່ມີການຍຶດເຂື່ອນໄຟຟ້າ ຫຼື ໂຄງການສາຍສົ່ງໄຟຟ້າລາວ ດັ່ງນີ້:

ປະເດັນການຍຶດເຂື່ອນ: ບໍ່ມີການຍຶດໃດໆ ລັດຖະບານຈີນ ຫຼື ບໍລິສັດຈີນ ພຽງແຕ່ເປັນການຮ່ວມມືລະຫວ່າງ ລາວຈີນ ທີ່ມີມາຍາວນານ ແລະ ຈະພັດທະນາລະບົບສາຍສົ່ງແຮງສູງຮ່ວມກັນ. ລັດຖະບານລາວ ແລະ ຟຟລ ຢືນຢັນວ່າ ການຄວບຄຸມບໍລິຫານຈັດການທາງດ້ານພະລັງງານໄຟຟ້າຍັງຢູ່ພາຍໃຕ້ການຄວບຄຸມຂອງລັດຖະບານລາວ ບໍ່ແມ່ນເປັນຂອງລັດຖະບານປະເທດອື່ນ.

ການເຂົ້າມາຂອງບໍລິສັດ CSG: ຄວາມຈິງແລ້ວເປັນເລື່ອງທີ່ທາງການຈີນສົ່ງລັດວິສາຫະກິດຂອງຈີນເຂົ້າມາຊ່ວຍເຫຼືອລັດຖະບານລາວ ທັງໃນດ້ານເຕັກນິກ, ເງິນທຶນ ເຊິ່ງຄາດວ່າຈະມີເງິນເຂົ້າມາລົງທຶນໃນລະບົບສາຍສົ່ງໄຟຟ້າຂອງປະເທດລາວເປັນຈຳນວນຫຼາຍ. ເພື່ອຕອບສະໜອງຄວາມຕ້ອງການໄຟຟ້າທີ່ນັບມື້ນັບສູງທັງຢູ່ພາຍໃນ ແລະ ປະເທດອ້ອມຂ້າງ.

ຜ່ານມາຫຼາຍສິບປີ ລັດຖະບານລາວມີການເປີດກວ້າງການລົງທຶນຂອງພາກເອກະຊົນສຳປະທານໃນແຫຼ່ງຜະລິດ ແຕ່ປັດຈຸບັນນີ້ໄດ້ເປີດໃຫ້ມີການສຳປະທານທີ່ສົ່ງສາຍໄດ້, ແຕ່ ຟຟລ ຍັງເປັນຜູ້ຄວບຄຸມ ແລະ ບັນຊາການເດີນເຄື່ອງໄຟຟ້າເອງ, ເພື່ອຄວາມໝັ້ນຄົງທາງດ້ານພະລັງງານຂອງຊາດ ແລະ ຕອບສະໜອງນະໂຍບາຍຂອງບັນດາປະເທດອາຊຽນ ໃນກອບການຮ່ວມມືທາງດ້ານພະລັງງານທີ່ສົ່ງເສີມໃຫ້ມີ ASEAN Power Grid ຫຼື ການເຊື່ອມໂຍງກັນດ້ວຍລະບົບຂົນສົ່ງໄຟຟ້າໃນບັນດາປະເທດອາຊຽນ ເພື່ອຄວາມໝັ້ນຄົງທາງດ້ານພະລັງງານຂອງທັງໝົດໃນອາຊຽນ.

ລັດຖະບານລາວຄາດໝາຍວ່າ ຄວາມຮ່ວມມືລະຫວ່າງລາວ-ຈີນ ຈະສ້າງໂອກາດທາງດ້ານການຕະຫຼາດໃຫ້ເພີ່ມຂຶ້ນໂດຍການຂະຫຍາຍໄຟຟ້າເຂົ້າສູ່ຈີນ ແລະ ກຸ່ມປະເທດ ( CLM ) ເພີ່ມຕື່ມ ຫາກລະບົບສາຍສົ່ງໄຟຟ້າສາມາດເຊື່ອມໂຍງກັນໄດ້ໝົດ.

ທ້າຍທີ່ສຸດແລ້ວ ພາຍໃຕ້ຮູບແບບການສຳປະທານທັງລະບົບສາຍສົ່ງ ແລະ ເຂື່ອນໄຟຟ້າພະລັງງານນ້ຳທັງໝົດທີ່ໄດ້ກໍ່ສ້າງ ແລະ ຈັດຕັ້ງປະຕິບັດໃນປະເທດລາວໄປແລ້ວ ຕໍ່ໄປໃນອະນາຄົດຈະຖືກໂອນເປັນຊັບສິນຂອງລັດຖະບານລາວທັງໝົດ ຕາມສັນຍາ BOT ເຊິ່ງເປັນຮູບແບບການລົງທຶນທີ່ເປັນຕາມມາດຕະຖານສາກົນ ແລະ ຄາດໝາຍວ່າມູນຄ່າຊັບສິນທັງໝົດທີ່ຈະໂອນເປັນຂອງລັດຖະບານລາວມີມູນຄ່າມະຫາສານ.

ແຫຼ່ງຂ່າວ: website posttoday https://www.posttoday.com/world/632230?fbclid=IwAR1-uk1H7mMOD-oAoTp9QdU7T7XuYqXD5qW3IduUtgUMPjHn_SXXN4qxL1A

ການຊີ້ແຈງຂອງບໍລິສັດໄຟຟ້າລາວ:https://www.facebook.com/Edllao/photos/a.229004697432913/1203675139965859/?type=3&theater