ແຕ້ວ

ລວມຕົວກັນອີກແລ້ວສຳຫຼັບແກ໊ງ ເຟີບີ້ ທີ່ງານນີ້ມາກັນຄົບແກ໊ງທັ້ງ: ແຕ້ວ ນັດທະພອນ, ເຕີ້ຍ ຊະລິນພອນ, ມີ້ນ ຊາລິດາ, ມິວນິຖາ ແລະ ແມັດ ທີຣະນີ  ກັບທຣິບລ່າສຸດທີ່ສາວໆ ຊວນກັນໄປທ່ຽວທະເລພູເກັດ ແລະ ໄດ້ເຫັນແກ໊ງ ເຟີບີ້ ປ່ອຍຮູບພາບຄວາມສົດໃສໃນຊຸດບິກິນີ່ອອກມາ.

ເຊິ່ງໃນທຣິບນີ້ນອກຈາກມິດຕະພາບລະຫວ່າງໝູ່ເພື່ອນແລ້ວ ກໍ່ຍັງໄດ້ເຫັນຄວາມຫວານຂອງແຕ້ວທີ່ຄວງໜຸ່ມຄົນສະໜິດຢ່າງ “ ໄຮໂຊ ໄນປຣະໄນ ” ໄປຮ່ວມທຣິບນໍາ, ແຖມງານນີ້ຍັງໄດ້ປ່ອຍຮູບຄູ່ອອກມາໃຫ້ເຫັນກັນຫຼາຍຊັອດ ທັ້ງທີ່ ໄຮໂຊ ໄນ ເປັນຄົນໂພສເອງລົງສະຕໍຣີ່ ໄອຈີ ຮູບທີ່ຖ່າຍໃຫ້ເຫັນຫຼັງຂອງແຕ້ວຕອນທີ່ພາຍເຮືອເບິ່ງວິວກັນ ແລະ ຍັງມີຮູບຫວານໆກາງທະເລທີ່ແຕ້ວຢູ່ໃນຊຸດລອຍນໍ້າວັນພີດ ຢືນໂພສຢູ່ເທິງເຮືອ Paddle Board ເຊິ່ງ ‘ແມັດ’ ເປັນຄົນໂພສລົງໄອຈີ.

 ແຕ່ງານນີ້ມີຮູບຫວານແລ້ວຍັງມີປົນດຣາມ່າເບົາໆຕາມມາ ກັບການເປີດ ຕົວຊັດເຈນຂອງແຕ້ວ ແລະ ໄຮໂຊໄນ ຄືກັບທຸກເທື່ອເພາະຍັງມີຊາວເນັດອີກຈຳນວນຫຼາຍທີ່ຍັງບໍ່ Move On ກັບຄວາມຮັກຄັ້ງໃໝ່ຂອງແຕ້ວເທື່ອ.

ເຮົາມາອ່ານເບິ່ງວ່າຊາວເນັດພາກັນຄອມເມັ້ນວ່າຫຍັງແນ່: