ສຳພາດ Jason Chen, CEO ຜູ້ພິກຟື້ນ Acer ໃຫ້ກັບມາເຕີບໂຕສວນກັບກະແສ PC ຂາລົງ.


Blognone ສຳພາດທ່ານ Jason Chen CEO ຂອງ Acer ກັບປະເດັນການພິກຟື້ນທຸລະກິດຂອງ Acer ໃຫ້ກັບມາເຕີບໂຕ ແລະ ເຮັດກຳໄລໃນຊ່ວງທີ່ທຸລະກິດ PC ບໍ່ຄຶກຄື້ນດ້ວຍທ່າໄມ້ຕາຍທີ່ເນັ້ນໃສ່ຕະຫຼາດເກມມິ່ງ ແລະ ການສ້າງຄວາມແຕກຕ່າງດ້ວຍເທັກໂນໂລຢີລະບາຍຄວາມຮ້ອນ.

ນອກຈາກນີ້ທ່ານ Jason Chen ຍັງເຜີຍວິໄສທັດຂອງບໍລິສັດ Acer ໃນອະນາຄົດວ່າຈະຂາຍກິດຈະການໄປທຸລະກິດທີ່ບໍ່ແມ່ນ PC ທັງ VR, loT, Smart City ເພື່ອສ້າງອານາຈັກ Acer Group ຍຸກໃໝ່ທີ່ມີຫຼາຍບໍລິສັດຢູ່ໃນຕະຫຼາດຫຼັກຊັບ.

ປູພື້ນປະຫວັດ Jason Chen ກ່ອນມາຮັບຕຳແໜ່ງ CEO Acer.

ເຖິງແມ່ນວ່າແບຣນ Acer ເປັນທີ່ຮູ້ຈັກຢ່າງດີທົ່ວໂລກແຕ່ຜູ່ບໍລິຫານຂອງ Acer ກັບບໍ່ຄ່ອຍເປັນທີ່ຮູ້ຈັກຫຼາຍປານໃດ ດັ່ງນັ້ນກ່ອນເຂົ້າສູ່ບົດສຳພາດຂອງທ່ານ Jason ຈຶ່ງຕ້ອງປູພື້ນກ່ອນເລັກນ້ອຍ.

Acer ໃນຊ່ວງຫຼັງປີ 2010 ເປັນຕົ້ນມາມີຜົນປະກອບການບໍ່ດີປານໃດ ທັງຈາກປັດໄຈເລື່ອງຕະຫຼາດ PC ຂາລົງ ແລະ ການບໍລິຫານພາຍໃນເອງອີກ, ສົ່ງຜົນໃຫ້ໃນປີ 2013 CEO J.T Wang ຕ້ອງລາອອກ ແລະ ຜູ້ກໍ່ຕັ້ງບໍລິສັດຄື Stan Shih ຕ້ອງກັບມານັ່ງໃນຕຳແໜ່ງນີ້ຊົ່ວຄາວ.

ຊ່ວງປາຍປີ 2013 Stan Shih ກໍດຶງໂຕເອົາ Jason ຜູ້ບໍລິຫານຂອງ TSMC ມາເປັນ CEO ແທນໂດຍ Chen ເລີ່ມງານຊ່ວງຕົ້ນປີ 2014 ແລະ ຍັງຄົງຢູ່ຕຳແໜ່ງນີ້ມາໂດຍຕະຫຼອດ.

ທ່ານ Jason Chen ເຄີຍເຮັດວຽກໃນວົງການຜະລິດ Chip ມາເວລາດົນໂດຍຢູ່ກັບ intel ເປັນເວລາ 14 ປີ ແລະ TSMC ອີກ 7 ປີກ່ອນຈະຍ້າຍມາຮັບຕຳແໜ່ງ CEO ຂອງບໍລິສັດຄອມພິວເຕີ ຄື Acer.

Blognone ເຄີຍສຳພາດທ່ານ Jason ມາແລ້ວຄັ້ງນຶ່ງໃນປີ 2014 ຊ່ວງທີ່ເຂົ້າມາຮັບຕຳແໜ່ງໄດ້ບໍ່ດົນ.   

ພາລະກິດທຳອິດຄືການກອບກູ້ວິກິດ Acer.

ທ່ານ Jason ເລົ່າໃຫ້ຟັງວ່າຕອນເຂົ້າມາຮັບຕຳແໜ່ງໃໝ່ໆ ຄົນກໍຕັ້ງຄຳຖາມວ່າລາວຈະພິກຟື້ນສະຖານະການຂອງ Acer ກັບມາໄດ້ແນວໃດ? ແຕ່ມາເຖິງຕອນນີ້ໂຕເລກປະກອບການຊີ້ໃຫ້ເຫັນຊັດເຈນວ່າ Acer ກັບມາຢູ່ໃນສະພາບທີ່ດີຫຼາຍ.

ຖ້າເບິ່ງຈາກຜົນປະກອບການປະຈຳໄຕມາດ 2 ປີ 2018 ລາຍໄດ້ເຕີບໂຕ 9% ແລະ ກຳໄລຫຼັງຫັກພາສີແລ້ວຫຼາຍເຖິງ 261% ຖືເປັນຜົນປະກອບການປະຈຳໄຕມາດ 2 ທີ່ດີທີ່ສຸດໃນຮອບ 8 ປີ.

ຫາກຍ້ອນເບິ່ງໂຕເລກຜົນປະກອບການລາຍປີຂອງ Acer ໄປຕັ້ງແຕ່ປີ 2013 ຈະເຫັນວ່າລາຍໄດ້ຕົກລົງມາໂດຍຕະຫຼອດແຕ່ຊ່ວງປີ 2013 ຂາດທຶນໜັກ, ໃນຂະນະທີ່ຊ່ວງປີ 2017 ເລີ່ມກັບມາເຮັດກຳໄລແລ້ວ ແລະ ຖ້າເບິ່ງກຣາບຂອງປີ 2018 ຈະເຫັນວ່າທັງລາຍຮັບ ແລະ ກຳໄລເຕີບໂຕຂຶ້ນໄດ້ຢ່າງຊັດເຈນ.

ຂໍ້ມູນອ້າງອີງ Slide Q2 2016, Slide Q2 2018, Annual Report 2017.

ລາຍຮັບ (Net Sales) ລາຍໄຕມາດລະຫວ່າງປີ 2014-2016.

ລາຍຮັບ (Net Sales) ລາຍໄຕມາດລະຫວ່າງປີ 2016-2018.

ກຳໄລຈາກການດຳເນີນ ( Operating Income) ລາຍໄຕມາດລະຫວ່າງປີ 2014-2016

ກຳໄລຈາກການດຳເນີນງານ (Operating Income) ລາຍໄຕມາດລະຫວ່າງປີ 2016-2018.

ຍຸດທະສາດຂອງ Acer ຄືຫຍັງ ?

ທ່ານ Jason ເລົ່າວ່າກົນລະຍຸດທຸລະກິດທົ່ວໄປບໍ່ວ່າຈະຢູ່ໃນອຸດສາຫະກຳໃດກໍຕາມມີທາງເລືອກພຽງ 3 ຂໍ້ໃຫຍ່ໆຄື:

  1. First to Market ເປັນເຈົ້າທຳອິດທີ່ເຂົ້າສູ່ຕະຫຼາດ ຂໍ້ດີຄືມາກ່ອນຄົນຮູ້ຈັກກ່ອນ, ແຕ່ຂໍ້ເສຍຄືຕ້ອງເຮັດໃຫ້ຕະຫຼາດຮູ້ຈັກຜະລິດຕະພັນຂອງເຮົາພ້ອມ ດັ່ງນັ້ນຕ້ອງມີພະລັງທາງການຕະຫຼາດຫຼາຍພໍທີ່ຈະຄອງ Moment ອັນດັບໜຶ່ງໄວ້ໄດ້ຕໍ່ເນື່ອງ ບໍ່ໃຫ້ຄູ່ແຂ່ງມາຊ່ວງຊິງຈັງຫວະໄປ.
  2. Second to Market ເຂົ້າຕະຫຼາດເປັນເຈົ້າທີ່ສອງ ໃຊ້ເທັກໂນໂລຢີດຽວກັບຄົນທຳອິດ ແຕ່ມາຕາມຫຼັງຕ້ອງເຮັດໃຫ້ໃຫຍ່ກວ່າ ແລະ ຍາດຈັງຫວະຈາກເຈົ້າທຳອິດທີ່ແຮງຕົກ ເຊິ່ງຜ່ານມາເຮົາເຫັນກັນຫຼາຍຄັ້ງ ທີ່ເຈົ້າທຳອິດບໍ່ສາມາດຄອງຕະຫຼາດໄດ້ຖາວອນ ແລະ ເສຍຕະຫຼາດໃຫ້ກັບຜູ້ຫຼິ້ນທີ່ມາຕາມຫຼັງ.
  3. Cost Minimization ອັນດັບການເຂົ້າຕະຫຼາດຫຼັງຈາກນັ້ນບໍ່ສຳຄັນແລ້ວ ກາຍເປັນເລື່ອງຕົ້ນທຶນແທນ ວ່າໃຜບີບຕົ້ນທຶນໄດ້ຕ່ຳກວ່າ ຂາຍລາຄາຖືກກວ່າກໍຂັດແຍ່ງກັບຕະຫຼາດຈາກເຈົ້າທີ່ເຮັດມາກ່ອນໄດ້.

ທີ່ຜ່ານມາ Acer ໃຊ້ແນວທາງ Cost Minimization ມາຕະຫຼອດແຕ່ຫຼັງຈາກ Jason ເຂົ້າມາເປັນ CEO ລາວປ່ຽນມາໃຊ້ຫຼັກ First to Market ແທນໂດຍໃຫ້ຄວາມສຳຄັນກັບທັງການພັດທະນາຜະລິດຕະພັນ (R&D) ແລະ ການຕະຫຼາດ ( Marketing ) ໃຫ້ຄູ່ກັນໄປ.

ພິກຟື້ນດ້ວຍເກມມິ່ງ ເຄັດລັບຄື R&D ດ້ານການລະບາຍຄວາມຮ້ອນທີ່ເໜືອກວ່າ.

Acer ປະສົບບັນຫາວ່າຕະຫຼາດ PC ຢູ່ໃນຊ່ວງຂາລົງ ຄົນຊື້ PC ກັນໜ້ອຍລົງເຮັດໃຫ້ Acer ຕ້ອງເບິ່ງຫາ Segment ໃໝ່ໆທີ່ກໍາລັງເຕີບໂຕມາທົດແທນ ເຊິ່ງກໍຊັດເຈນວ່າເປັນຕະຫຼາດເກມມິ່ງ PC ທີ່ກຳລັງມາແຮງໃນຊ່ວງຫຼັງ.

ແຕ່ຕະຫຼາດເກມມິ່ງເປັນສິ່ງທີ່ຜູ້ຜະລິດ PC ທຸກເຈົ້າເບິ່ງເຫັນກົງກັນ ຄຳຖາມຖັດມາຄື Acer ຈະສ້າງຄວາມແຕກຕ່າງໄດ້ແບບໃດ ?

ທ່ານ Jason ເລົ່າວ່າລາວເຕີບໂຕຈາກບໍລິສັດຜະລິດ Chip ຈຶ່ງເບິ່ງເຫັນມາໂດຍຕະຫຼອດວ່າຜູ້ຜະລິດ Chip ໃນໂລກນີ້ມີພຽງ 2-3 ເຈົ້າ ແລະ ຜູ້ຜະລິດ PC ກໍໃຊ້ Chip  ໂຕດຽວກັນຈາກ Intel,AMD,NVIDIA ຄືໆກັນຈຶ່ງເປັນຄຳຖາມຄາໃຈຂອງລາວມາໂດຍຕະຫຼອດວ່າຈະສ້າງຄວາມແຕກຕ່າງໄດ້ແບບໃດ ?

ເມື່ອລາວຍ້າຍຝັ່ງມາຄຸມທິດທາງຂອງບໍລິສັດຜູ້ຜະລິດ PC ລາວຈຶ່ງເດິນໜ້າຕອບຂໍ້ສົງໄສນີ້ ແລະ ໄດ້ຄຳຕອບວ່ານະວັດຕະກຳທີ່ສ້າງຄວາມແຕກຕ່າງຄືລະບົບລະບາຍຄວາມຮ້ອນ ( System thermal )

ໃນໂລກທີ່ຜູ່ຜະລິດ PC ທຸກຄົນໃຊ້ Chip ໂຕດຽວກັນ,ຜູ້ທີ່ສາມາດລະບາຍຄວາມຮ້ອນໄດ້ດີທີ່ສຸດ ຍິ່ງເຮັດໃຫ້ໄດ້ເຄື່ອງທີ່ມີປະສິດທິພາບສູງສຸດໃນຂະໜາດທີ່ນ້ອຍທີ່ສຸດ ເຮັດໃຫ້ລາວປັບຂັ້ນຕອນ R&D ພາຍໃນບໍລິສັດ, ຈຸດທີ່ເນັ້ນຢ່າງຊັດເຈນຄື: ພັດລົມລະບາຍຄວາມຮ້ອນ.

Acer ເປັນເຈົ້າທຳອິດທີ່ໃຊ້ພັດລົມໂລຫະແທນພລາສຕິກຢ່າງທີ່ໃຊ້ກັນທົ່ວໄປ ການທີ່ພັດລົມເປັນໂລຫະທີ່ແຂງແຮງກວ່າພລາສຕິກເຮັດໃຫ້ໃບພັດສາມາດມີຂະໜາດນ້ອຍລົງໄດ້ຫຼາຍກວ່າເກົ່າ ເພີ່ມຈຳນວນໃບພັດໄດ້ເປັນ 2 ເທົ່າ ລະບາຍຄວາມຮ້ອນໄດ້ດີກວ່າເກົ່າ.

ປັດຈຸບັນພັດລົມໂລຫະແບຣນ Aeroblade 3D ພັດທະນາມາຈົນເຖິງຍຸກທີ່ 4 ແລ້ວ ແລະ ມີປະສິດທິພາບດີກວ່າພັດລົມພລາສຕິກເກືອບໆ 29%.

ນະວັດຕະກຳດ້ານການລະບາຍຄວາມຮ້ອນອີກໂຕຄືການແກ້ບັນຫາໃຊ້ພັດລົມໄປດົນໆ ແລ້ວຝຸ່ນຈັບເຮັດໃຫ້ລະບາຍຄວາມຮ້ອນໄດ້ຍາກ ທາງແກ້ຂອງ Acer ຄືອອກແບບໃຫ້ພັດລົມໝຸນກັບທິດ (reverse direction) ເພື່ອເປົ່າຝຸ່ນອອກໄດ້ເຊິ່ງ Acer ເອີ້ນເທັກໂນໂລຢີນີ້ວ່າ DustDefender.

ຊ່ວງຫຼັງ Acer ຍັງພັດທະນາເທັກໂນໂລຢີລະບາຍຄວາມຮ້ອນໃໝ່ໆເຊັ່ນ: LiquidLoop ຫຼື ລະບົບລະບາຍຄວາມຮ້ອນດ້ວຍຂອງແຫຼວ (liquid cooling pipe) ເພື່ອລົດການໃຊ້ງານພັດລົມ ຜົນຄືອຸປະກອນສາຍບາງເບົາສາມາດຍັດ Core i7 ແລະ CPU ລົງໄປໄດ້ໂດຍບໍ່ຕ້ອງມີພັດລົມເລີຍ ເທັກໂນໂລຢີນີ້ຍັງຖືກນຳໄປໃຊ້ກັບ  PC ຕັ້ງໂຕະ All-in-one ທີ່ມີພື້ນທີ່ລະບາຍຄວາມຮ້ອນຈຳກັດໄດ້ອີກດ້ວຍບໍ່ໄດ້ໃຊ້ພຽງແຕ່ Notebook ພຽງຢ່າງດຽວ.

ເທັກໂນໂລຢີລະບາຍຄວາມຮ້ອນເຫຼົ່ານີ້ເຮັດໃຫ້ສິນຄ້າກຸ່ມ Gaming ແລະ Notebook ສາຍບາງເບົາ (thin & light) ຂອງ Acer ແຕກຕ່າງຈາກຄູ່ແຂ່ງ. ປັດຈຸບັນ Acer ໄປໄດ້ດີໃນຕະຫຼາດ Gaming ຍອດຂາຍເຕີບໂຕສູງກວ່າຄ່າສະເລ່ຍຂອງຕະຫຼາດ Gaming ໃນຮູບຮວມ ແລະ ເປັນອັນດັບ 1 ຫຼື 2 ໃນຕະຫຼາດ Gaming 33 ປະເທດ ເຊິ່ງຮວມເຖິງປະເທດສຳຄັນຄືສະຫະລັດອາເມຣິກາ, ເອີຣົບ, ອອດສະເຕເລຍ ແລະ ອາຊີຕາເວັນອອກສ່ຽງໃຕ້.

ເມື່ອຖາມວ່າເທັກໂນໂລຢີໃດສຳຄັນທີ່ສຸດຕໍ່ Acer ໃນຕອນນີ້ທ່ານ Jason ກໍຕອບໄດ້ແບບບໍ່ລັງເລວ່າເປັນເທັກໂນໂລຢີດ້ານລະບາຍຄວາມຮ້ອນນີ້ແຫຼະ.

R&D ຢ່າງດຽວໜ້າຈະບໍ່ພໍ ການຕະຫຼາດກໍສຳຄັນ.

ນອກຈາກປັດໄຈດ້ານການວິໄຈ ແລະ ພັດທະນາຜະລິດຕະພັນແລ້ວ ທ່ານ Jason ໄດ້ຍ້ຳວ່າການຕະຫຼາດກໍສຳຄັນຄືກັນ ໂດຍລາວໃຊ້ຄຳວ່າຕ້ອງສ້າງ “ເຄື່ອງຈັກດ້ານການຕະຫຼາດທີ່ຊົງພະລັງ” (powerful marketing engine) ເພື່ອຂັບເຄື່ອນແບຣນໃຫ້ເປັນທີ່ຮູ້ຈັກ.

Jason ເລົ່າທຸກມື້ນີ້ວ່າ Acer ເລືອກຈັດງານຖະແຫຼງຂ່າວເປີດໂຕສິນຄ້າໃໝ່ພຽງປີລະ 2 ຄັ້ງ ແບ່ງເປັນງານຢູ່ທີ່ນິວຢອກໃນຊ່ວງເດືອນເມສາ-ພຶດສະພາ ແລະ ເວທີງານ IFA ທີ່ເບີລິນຊ່ວງປະມານເດືອນສິງຫາ-ກັນຍາ ເຊິ່ງງານຫຼ້າສຸດຄື IFA 2018 ທີ່ຫາກໍຈັດໄປໃໝ່ໆໝາດໆ ແລະ ຕ້ອງແຂ່ງສ້າງຄວາມສົນໃຈກັບແບຣນອື່ນໆ ທີ່ຖະແຫຼງຂ່າວໃນມື້ດຽວກັນອີກດ້ວຍ ຜົນຄື: Acer ກໍປະສົບຄວາມສຳເລັດໃນດ້ານການເປັນທີເວົ້າເຖິງ (ຈາກ Twitter). ແນວທາງການອອກສິນຄ້າຂອງ Acer ໃນຊ່ວງຫຼັງຈຶ່ງເປັນ First to Market ຫຼື ການອອກສິນຄ້າໃນກຸ່ມໃໝ່ໆໄດ້ເປັນຄົນທຳອິດ ຫຼື ເປັນຜູ້ບຸກເບີກຕະຫຼາດນັ້ນໆໃຫ້ເປັນທີ່ຮູ້ຈັກ ຕົວຢ່າງທີ່ຄົນຈົດຈຳໄດ້ດີຄື Acer Predator21X Gaming Notebook ຈໍຍັກ 21 ນິ້ວ, ໜັກ 8.5 ກິໂລກຣັມ, ຜະລິດອອກມາ 10,000 ຕົວກໍຂາຍໄດ້ໝົດ.

ສ່ວນສິນຄ້າໃໝ່ທີ່ເປີດໂຕໃນປີ 2018 ແລະ ໄດ້ຮັບຄວາມສົນໃຈສູງໄດ້ແກ່ Prodator Trition 900 ທີ່ເປັນ Gaming Notebook Convertible ໂຕທຳອິດ ແລະ Predator Thronos ຕັ່ງຫຼິ້ນເກມທີ່ບໍ່ໄດ້ເປັນ VR ແຕ່ກໍໃຫ້ປະສົບການສົມຈິງ.

ແຜນການຕະຫຼາດດ້ານ Gaming ກໍໃຊ້ແບຣນ  Predator ເຮັດຕະຫຼາດຢ່າງຕໍ່ເນື່ອງໃນຫຼາຍປະເທດ ໃນເຂດອາຊີປາຊີຟິກເອງກໍເປັນສະປອນເຊີ້ຈັດການແຂ່ງຂັນ E-sports ສຳຫຼັບຜູ້ຫຼິ້ນກຸ່ມໂປຣ, ລາຍການ Asia Pacific Predator League 2019 ທີ່ເທື່ອນີ້ມາຈັດທີ່ກຸງເທບ (ປະເທດໄທ).

ສ່ວນສິນຄ້າທີ່ບໍ່ແມ່ນຝັ່ງເກມມິ່ງກໍມີ Notebook ຕະກູນ Swift ທີ່ເນັ້ນຄວາມບາງເບົາລະດັບ “ທີ່ສຸດໃນໂລກ” ທັງ Swift 7 ທີ່ເນັ້ນຄວາມບາງ ແລະ Swift 5 ທີ່ເນັ້ນຄວາມເບົາ ຫຼື ສິນຄ້າກຸ່ມ Chromebook ທີ່ Acer ກໍເຮັດໄດ້ດີຄືກັນ ເຕີບໂຕໄປພ້ອມກັບກະແສຄວາມນິຍົມ Chromebook ໃນພາກການສຶກສາ.

ກ້າວຕໍ່ໄປຂອງ Acer ຂະຫຍາຍປີກສ້າງກຸ່ມທຸລະກິດທີ່ຫຼາກຫຼາຍຢູ່ໄດ້ແບບຍືນຍົງ.

ທ່ານ Jason ເລົ່າເຖິງແຜນການເຕີບໂຕຂອງ Acer ໃນຂັ້ນຖັດໄປໄອເດຍຫຼັກຄືຄຳວ່າ Multiple Business Engine for Long-term Sustainability ຫຼື ການມີທຸລະກິດຫຼາກຫຼາຍປະເພດເພື່ອໃຫ້ທຸລະກິດຢູ່ໄດ້ແບບຍືນຍົງໃນໄລຍະຍາວ.

ລາວຍ້ຳວ່າ Acer ຈະຍັງເຮັດທຸລະກິດ PC ຕໍ່ໄປຄືເກົ່າເພາະເປັນທຸລະກິດຫຼັກຂອງບໍລິສັດ ແລະ ຢືນຢັນວ່າຕໍ່ໃຫ້ຕະຫຼາດ PC ລົ້ມລະລາຍລົງໄປ Acer ຈະເປັນລາຍສຸດທ້າຍທີ່ຍັງຢືນຢັດຢູ່ໃນຕະຫຼາດນີ້.

ສ່ວນຕະຫຼາດເກມມິ່ງທີ່ໄປໄດ້ດີກໍຈະຕໍ່ຍຶດດ້ວຍທຸລະກິດກ່ຽວເນື່ອງກັນໄດ້ແກ່ທຸລະກິດດ້ານ VR ແລະ ທຸລະກິດດ້ານ content ເຊິ່ງ Acer ໃຊ້ວິທີເຂົ້າໄປລົງທຶນໃນບໍລິສັດ StarVR ແລະ ຈັບມືເປັນພັນທະມິດກັບ IMAX ລົງທຶນດ້ານ VR ໃນຕະຫຼາດຮູບເງົາບາງເລື່ອງ.

ທ່ານ Jason ບອກວ່າແນວທາງໃນການເປີດຕະຫຼາດໃໝ່ຂອງ Acer ມີຢູ່ 2 ປັດໄຈຄື: ຕ້ອງເລືອກຕະຫຼາດທີ່ໃຫຍ່ພໍທີ່ຈະຄຸ້ມກັບການເຮັດທຸລະກິດ (bigger enough to matter) ແຕ່ໃນອີກດ້ານຕ້ອງນ້ອຍພໍທີ່ຈະໄປແຂ່ງແລ້ວເປັນຜູ້ຊະນະ (small enough to win).

ອີກຕະຫຼາດທີ່ Acer ກຳລັງພະຍາຍາມເຂົ້າໄປຄື loT ກັບ Smart City ທີ່ເປັນຄຳໃຫຍ່ໆ ແລະ ຕ້ອງເລືອກວ່າຈະເຈາະ Segment ໃດຈາກຫຼັກການເບື້ອງຕົ້ນຕະຫຼາດທີ່ບຸກເຂົ້າໄປແລ້ວໄດ້ແກ່:

  • AOPEN ບໍລິສັດດ້ານ Digital Signage ຫຼື ປ້າຍ Digital ເປັນບໍລິສັດລູກທີ່ແຍກໄປຂາຍຫຸ້ນໃນຕະຫຼາດຫຼັກຊັບ ແລະ Acer ທີ່ຫາກໍໄປຊື້ກິດຈະການກັບມາເມື່ອປີ 2017 ແລ້ວພິກຟື້ນທຸລະກິດໃຫ້ກັບມາມີກຳໄລໄດ້ສຳເລັດ.
  • Pawbo ອຸປະກອນ Smart Home ສຳຫຼັບບ້ານທີ່ມີສັດລ້ຽງເພາະເບິ່ງວ່າຄົນຍຸກນີ້ຮັກສັດຫຼາຍ ກຳລັງຊື້ສູງ ສິນຄ້າກ່ຽວກັບສັດລ້ຽງຂາຍດີ ບໍລິສັດນີ້ເປັນ Start Up ທີ່ Acer ໄປຊື້ກິດຈະການ ແລະ ຊ່ວຍເຮັດການຕະຫຼາດໃຫ້ (Pawbo ເຂົ້າມາເຮັດຕະຫຼາດໃນປະເທດໄທແລ້ວ).
  • Smart Parking ບໍລິການຊ່ວຍທີ່ຈອດລົດຢູ່ຂ້າງຖະໜົນ ຕອນນີ້ເປີດບໍລິການສະເພາະໃນໄຕ້ຫວັນ ເປັນ Start Up ອີກເຈົ້າທີ່ຊື້ກິດຈະການມາໂດຍ Acer ນຳເທັກໂນໂລຢີ IoT ມາໃຊ້ຮ່ວມກັບແອັບໃນມືຖື ເຫັນວ່າເທັກໂນໂລຢີນີ້ໃຊ້ບໍ່ຍາກ ແຕ່ເຮັດເງິນໂດຍກົງຈາກຄອນຊູເມີໄດ້ຍາກ Acer ຈຶ່ງຊື້ບໍລິສັດນີ້ມາແລ້ວປ່ຽນໄປເຊັນສັນຍາກັບລັດຖະບານຫາເງິນຈາກສ່ວນແບ່ງລາຍໄດ້ຄ່າຈອດລົດແທນເປັນຄວາມໄດ້ປຽບຂອງບໍລິສັດໃຫຍ່ທີ່ເຮັດໂຄງການລະດັບນີ້ໄດ້.
  • Start City ເນັ້ນເລື່ອງການສົ່ງຂໍ້ມູນຈາກອຸປະກອນ loT ກັບຂຶ້ນ cloud ໂດຍໃຊ້ເທັກໂນໂລຢີ LoRa, ຕົວຢ່າງທີ່ຊັດເຈນຄື Smart meter ທັງໄຟຟ້າ ແລະ ນໍ້າປະປາ ເພື່ອລົດການໃຊ້ແຮງຄົນໄປຈົດ Meter ທຸກເດືອນ.

ສິນຄ້າທີ່ໜ້າສົນໃຈທີ່ Jason ນຳມາໂຊຄື: ລູກປັດຄຳ Digital ທີ່ເກີດຈາກການທີ່ລາວສັ່ງເລີກເຮັດ Smart Phone ແບຣນ Acer ເພາະບໍ່ສາມາດສ້າງຄວາມແຕກຕ່າງໄດ້ ແລະ ມອບໝາຍໃຫ້ໄປສຶກສາຕະຫຼາດໃໝ່ໆທີ່ໜ້າສົນໃຈ ຈາກນັ້ນທີມວິໄຈຂອງ Acer ໃນໄຕ້ຫວັນພົບວ່າ “ວັດ” ມີຄວາມຕ້ອງການໃຊ້ລູກປັດຄຳເພື່ອນັບ ແລະ ເຮັດສະມາທິ ຈຶ່ງພັດທະນາລູກປັດຄຳທີ່ໃຊ້ເຊັນເຊີໄຈໂລ ຊ່ວຍນັບຈຳນວນລູກປັດຄຳທີ່ນັບໄດ້ ແລະ ເຊື່ອມໂຍງກັບ Smart Phone ໄດ້ (ສາກແບັດແບບໄຮ້ສາຍໄດ້​ ).

ສິນຄ້າໂຕນີ້ Acer ບໍ່ໄດ້ຂາຍຍ່ອຍແຕ່ໃຊ້ວິທີເຮັດໂຕເປັນຜູ້ຜະລິດ OEM ຂາຍໃຫ້ກັບວັດໃນໄຕ້ຫວັນແທນ ໂດຍແຕ່ລະວັດສາມາດມີແບຣນດິ້ງຂອງໂຕເອງໄດ້ເລືອກວັດສະດຸເອງໄດ້, ພົບວ່າທຸລະກິດນີ້ດີກວ່າ Smart Phone ຫຼາຍ. ເຫດຜົນເພາະແກ້ບັນຫາໄດ້ຖືກຈຸດ ແລະ ໃຊ້ຄວາມຊ່ຽວຊານດ້ານການຜະລິດສິນຄ້າອີເລັກໂທນິກຂອງ Acer ມາເປັນຈຸດແຂງຕໍ່ຍອດໄດ້.

ທ່ານ  Jason ສະຫຼຸບເປົ້າໝາຍຂອງ Acer Group ວ່າໃນອີກ 5 ປີຂ້າງໜ້າຈະຕ້ອງມີບໍລິສັດລູກຂາຍຫຸ້ນ IPO ເຂົ້າໄປຢູ່ໃນຕະຫຼາດຫຼັກຊັບໃຫ້ໄດ້ຫຼາຍໆບໍລິສັດ ແລະ ແຕ່ລະບໍລິສັດຕ້ອງມີຄວາມເຊື່ອມໂຍງຕ້ອງມີ synergy ລະຫວ່າງກັນ. ເອີ້ນວ່າ Acer ຕ້ອງເປັນ company generates companies ສ້າງບໍລິສັດລູກໃໝ່ໆຂຶ້ນມາໄດ້ຢ່າງຕໍ່ເນື່ອງ.

ລາວຍັງຍ້ຳວ່າຄວາມຍືນຍົງ (Sustainability) ເປັນສິ່ງສຳຄັນຫຼາຍ ເພາະທຸລະກິດເທັກໂນໂລຢີໄດນາມິກສູງ ມີຄວາມປ່ຽນແປງຢ່າງວ່ອງໄວ ເຖິງວ່າຈະຢູ່ໃນທຸລະກິດມາຍາວນານແຕ່ຖ້າຮອບເທັກໂນໂລຢີປ່ຽນ ກໍອາດລົ້ມຕາຍໄປໄດ້ຢ່າງວ່ອງໄວໄດ້ຄືກັນ. ດັ່ງນັ້ນ Acer Group ຕ້ອງເບິ່ງເລື່ອງຄວາມຫຼາກຫຼາຍຂອງທຸລະກິດເພື່ອສ້າງຄວາມຍືນຍົງໃຫ້ກັບກຸ່ມບໍລິສັດໄດ້ໃນໄລຍະຍາວ.