CJ ENM ເຜີຍ Wanna One ອາດກັບມາຮວມໂຕກັນອີກຄັ້ງໃນງານ 2020 MAMA.


ໃນວັນທີ 5 ພະຈິກ 2020 ທີ່ຜ່ານມາ CJ ENM ຄ່າຍເພງໃນ ສ.ເກົາຫຼີ ຢືນຢັນວ່າພວກເຂົາກຳລັງປຶກສາຫາລືກ່ຽວກັບການກັບມາຮວມໂຕອີກຄັ້ງຂອງ Wanna One ກັບງານໂຊພິເສດໃນງານ 2020 MAMA ຫຼື 2020 Mnet Asian Music Awards ງານປະກາດຮາງວັນຍິ່ງໃຫຍ່ຂອງຊ່ອງ Mnet ໂທລະທັດຊື່ດັງໃນ ສ.ເກົາຫຼີ.

ສຳນັກຂ່າວບັນເທີງໃນ ສ.ເກົາຫຼີ ເປີດເຜີຍວ່າແຫຼ່ງຂ່າວຈາກຕົ້ນສັງກັດ CJ ENM ໄດ້ສະເໜີການກັບມາຮວມຕົວກັນໃນໂຊພິເສດຂອງ 11 ໜຸ່ມ Wanna One ໃນງານ 2020 MAMA, ເຊິ່ງຂໍ້ສະເໜີນີ້ໄດ້ຮັບແຮງບັນດານໃຈມາຈາກໂຊພິເສດຂອງອະດີດສະມາຊິກວົງ Wanna One ຕົວຢ່າງ ຄິມແຈຮວານ, ຮາຊອງອຸນ, ພັກຈີຮຸນ, ອີແດຮວີ ແລະ ພັກອູຈິນ ທີ່ມີໂອກາດໄດ້ກັບມາຮ່ວມເຮັດໂຊພິເສດໃນງານ KCON:TACT Season 2 ໃນເດືອນທີ່ຜ່ານມາ.

ຂະນະດຽວກັນທາງຕົ້ນສັງກັດຄື CJ ENM ໄດ້ອອກມາຢືນຢັນວ່າເປັນຄວາມຈິງທີ່ທາງເຮົາກຳລັງຫາລືກ່ຽວກັບການກັບມາຮວມຕົວອີກຄັ້ງຂອງ Wanna One ໃນງານໂຊພິເສດແຕ່ຂະນະນີ້ຍັງຄົງບໍ່ໄດ້ມີການຕັດສິນໃຈໃດໆ.

Wanna One ເປັນອະດີດບອຍແບນ ສ.ເກົາຫຼີ ທີ່ CJ ENM ກໍ່ຕັ້ງຂຶ້ນຜ່ານການແຂ່ງຂັນລາຍການ Produce 101 Season 2 ເມື່ອປີ 2017 ເຊິ່ງຄັດຈາກຜູ້ເຂົ້າແຂ່ງຂັນກວ່າ 101 ຄົນເຫຼືອພຽງ 11 ຄົນທີ່ມີໂອກາດໄດ້ Debut ໃນນາມວົງ Wanna One ເປັນເວລາປະມານ 1 ປີກວ່າໆ. ເຊິ່ງ 11 ຄົນປະກອບໄປດ້ວຍ Kang Daniel, Park Ji Hoon, Lee Dae Hwi, Kim Jae Hwan, Park Woo Jin, Bae Jin Young, Yoon Ji Sung, Lai Kwan Lin, Ong Sung Woo, Hwang Min Hyun ແລະ Ha Sung Woon  ເປີດໂຕເມື່ອວັນທີ່ 7 ສິງຫາ 2017 ແລະ ສິ້ນສຸດສັນຍາໃນວັນທີ 31 ທັນວາ 2018, ກິດຈະກຳສຸດທ້າຍຄື ຄອນເສີດອຳລາເມື່ອວັນທີ 24-27 ມັງກອນ 2019.

ທີ່ມາ: https://m.facebook.com/workpointTODAY/photos/a.153956988306921/1455425844826689/?type=3&source=48