ການວິໄຈບົ່ງບອກວ່າ ຜູ່ຍິງທີ່ຍ້ອມສີຜົມ ສ່ຽງເປັນມະເຮັງເຕົ້ານົມ ຫຼາຍຂຶ້ນ 60%.


ວັນທີ 4 ທັນວາ 2019 ສຳນັກຂ່າວ Fast Company ລາຍງານການວິໄຈໃໝ່ເຊິ່ງບົ່ງບອກວ່າ ແມ່ຍິງທີ່ຍ້ອມສີຜົມມີຄວາມກ່ຽວເນື່ອງກັບການເປັນໂຣກມະເຮັງ! ການເຜີຍແຜ່ຜ່ານທາງ Journal of Cancer ຈາກກຸ່ມຕົວຢ່າງ ແມ່ຍິງອາຍຸລະຫວ່າງ 35-74 ປີ ຈຳນວນ 46,709 ຄົນ, ວິໄຈເປັນເວລາ 8 ປີ ພົບວ່າ ແມ່ຍິງທີ່ໃຊ້ ສີຍ້ອມຜົມຖາວອນ ຢ່າງໜ້ອຍ 5-8 ອາທິດ ມີຄວາມສ່ຽງທີ່ຈະເປັນໂຣກມະເຮັງເຕົ້ານົມ ຫຼາຍກວ່າຄົນທີ່ບໍ່ໄດ້ໃຊ້ເຖິງ 60%. ຍິ່ງໄປກວ່ານັ້ນ ແມ່ຍິງຜິວຂາວມີຄວາມສ່ຽງທີ່ຈະເປັນມະເຮັງເຕົ້ານົມຫຼາຍກວ່າຄົນຜິວສີຫຼາຍເຖິງ 8%.

ນອກຈາກນີ້ ນັກວິໄຈພົບວ່າ ນ້ຳຢາຍືດຜົມ ກໍເປັນບັນຫາເຊັ່ນກັນ ເນື່ອງຈາກແມ່ຍິງທີ່ໃຊ້ນ້ຳຢາຢືດຜົມທຸກໆ 5-8 ອາທິດ ມີຄວາມສ່ຽງທີ່ຈະເປັນມະເຮັງເຕົ້ານົມຫຼາຍກວ່າ 30%.

ນ້ຳຢາຍ້ອມຜົມນັ້ນເປັນທີ່ຮູ້ກັນດີຢູ່ແລ້ວວ່າ ມີສານປະກອບຫຼາຍຊະນິດທີ່ເຂົ້າໄປລົບກວນຕ່ອມໄຮ້ທໍ່ ແລະ ເປັນສານກໍ່ມະເຮັງ. ນັກວິໄຈຍັງມີການຕັ້ງສົມມຸດຖານອີກວ່າ ສູດນ້ຳຢາຍ້ອມຜົມທີ່ໃຊ້ກັບຜົມສີດຳ ອາດຈະມີສານອອກລິດທາງຮໍໂມນຫຼາຍກວ່າ ຮວມທັງຜົມໜາໆ ຫຼື ຜົມຫຍາບ ກໍອາດຈະດູດຊຶມເອົາສີຍ້ອມຜົມໄດ້ຫຼາຍກວ່ານຳອີກ.

“ເຖິງແມ່ນວ່າຈະໄວເກີນໄປທີ່ຈະຢືນຢັນ ແຕ່ການຫຼີກເວັ້ນສານເຄມີເປັນສິ່ງທີ່ແມ່ຍິງສາມາດເຮັດໄດ້ ເພື່ອລົດຄວາມສ່ຽງໃນການເປັນໂຣກມະເຮັງເຕົ້ານົມ” ເດວ ແຊນເລີ (Dale Sandler) ຜູ່ອຳນວຍການສະຖາບັນອະນາໄມສິ່ງແວດລ້ອມແຫ່ງຊາດຂອງສະຫະລັດອາເມຣິກາ (NIEHS) ໄດ້ກ່າວໄວ້.

ໝາຍຄວາມວ່າ ການປ່ອຍໃຫ້ຜົມຫງອກຂາວຕາມທຳມະຊາດ ໂດຍບໍ່ຕ້ອງຍ້ອມຜົມໃຫ້ດຳພຽງເພື່ອບໍ່ໃຫ້ເບິ່ງຄືແກ່ເຖົ້າ ກໍເປັນວິທີໜຶ່ງທີ່ຈະຊ່ວຍໃຫ້ແມ່ຍິງທັງຫຼາຍບໍ່ຕ້ອງພົບກັບໂຣກຮ້າຍທີ່ໃຜໆກໍບໍ່ຢາກເປັນໃນອະນາຄົດ.

ທີ່ມາ: https://www.flagfrog.com/hair-dyes-are-heavily-associated-with-cancer/