ງານວິໄຈພົບ ກ້ວຍດິບ ຊ່ວຍຫຼຸດຄວາມສ່ຽງມະເຮັງໄດ້ເຖິງ 60%


ກ້ວຍ ເປັນອີກໝາກໄມ້ຊະນິດໜຶ່ງທີ່ມີວິຕາມິນ ແລະ ແຮ່ທາດຫຼາຍຊະນິດທີ່ຮ່າງກາຍຕ້ອງການ ແລະ ເມື່ອບໍ່ດົນມານີ້ມີ​ຜົນ​ການ​ວິໄຈພົບວ່າ ກ້ວຍ​ດິບ ຫຼື​ ກ້ວຍ​ຂຽວ ສາມາດຫຼຸດຄວາມສ່ຽງເປັນມະເຮັງຫຼາຍຊະນິດໄດ້ເຖິງ 60% ເຊິ່ງນີ້ເປັນການສະທ້ອນໃຫ້ເຫັນວ່າໝາກໄມ້ຊະນິດນີ້ຄວນມີໄວ້ຢູ່ເຮືອນ ແລະ ກິນທຸກມື້.

ໂດຍການສຶກສາມີຊື່ເອີ້ນວ່າ “CAPP2” ທົດລອງກັບກຸ່ມຕົວຢ່າງ 1000 ຄົນ ເຊິ່ງກຸ່ມຄົນເຫຼົ່ານີ້ມີຄວາມສ່ຽງສູງໃນການເປັນມະເຮັງປະເພດຕ່າງໆ ແລະ ໄດ້ພົບວ່າກຸ່ມຄົນທີ່ຮັບປະທານແປ້ງທົນທານຕໍ່ການຍ່ອຍ ຫຼື “Resistant Starch” ທີ່ມາຈາກ “ໝາກກ້ວຍດິບ” ເປັນເວລາ 2 ປີບໍ່ເປັນມະເຮັງລຳໄສ້ ແລະ ຫຼຸດຜ່ອນການເກີດມະເຮັງອື່ນໆໃນຮ່າງກາຍເກີນກວ່າເຄິ່ງ.

ນອກນັ້ນ, ຍັງມີຜົນການສຶກສາຕີພິມໃນວາລະສານການຄົ້ນຄວ້າ “Cancer Prevention” ທີ່ຕິດຕາມຄົນເຈັບມະເຮັງເປັນເວລາເຖິງ 10 ປີ ແລະ ໄດ້ລວບລວມຂໍ້ມູນສະຖິຕິຂອງຄົນເຈັບຄວບຄຸມຍາວເຖິງ 20 ປີ ຈາກຜູ້ເຂົ້າຮ່ວມ 369 ຄົນ ເຮັດໃຫ້ຮູ້ວ່າປະໂຫຍດຂອງໝາກກ້ວຍດິບຈະເຫັນຜົນຊັດເຈນໃນ​ການ​ປ້ອງ​ກັນ​ມະ​ເຮັງ​ຫຼອດອາຫານທາງເດີນນໍ້າດີ, ມະເຮັງຕັບອ່ອນ ແລະ ລຳໄສ້ນ້ອຍເປັນຕົ້ນ ເຊິ່ງປະສິດທິພາບໃນການປ້ອງກັນໂຣກສາມາດຢູ່ໄດ້ເຖິງ 10 ປີ.

ການຄົ້ນພົບຄັ້ງນີ້ຖືເປັນປະໂຫຍດທາງການແພດຫຼາຍ ໂດຍ John Mathers, ອາຈານຂອງໂພຊະນາການຂອງມະນຸດຢູ່ມະຫາວິທະຍາໄລ Newcastle ກ່າວວ່າ ແປ້ງທົນຕໍ່ການຍ່ອຍຊ່ວຍຫຼຸດການເກີດມະເຮັງໄດ້ຫຼາຍກວ່າ 60%, ໂດຍສະເພາະໃນສ່ວນເທິງຂອງລໍາໄສ້. ດັ່ງນັ້ນ, ການຄົ້ນພົບນີ້ຈຶ່ງມີຄວາມສໍາຄັນຫຼາຍ ຍ້ອນວ່າມະເຮັງກະເພາະລໍາໄສ້ເທິງແມ່ນຍາກທີ່ຈະກວດວິນິດໄສ ແລະ ມັກຈະກວດບໍ່ເຫັນງ່າຍ.

ຢ່າງໃດກໍຕາມ, ໃນປັດຈຸບັນນັກຄົ້ນຄວ້າກໍາລັງທົດລອງໂຄງການ “CAPP3” ເພື່ອສຶກສາຕື່ມອີກກ່ຽວກັບປະລິມານຂອງການໃຊ້ຢາສັງເຄາະແອສໄພລິນ (ຢາຫຼຸດຜ່ອນອາການປວດອັກເສບ) ໃນການປິ່ນປົວຄົນເຈັບເພື່ອໃນປະລິມານທີ່ນ້ອຍທີ່ສຸດ ແລະ ປອດໄພກວ່າ ກໍລະນີຕ້ອງໃຊ້ຢາເພື່ອຊ່ວຍຫຼຸດຜ່ອນຄວາມສ່ຽງຂອງມະເຮັງ.

ອ້າງອີງຈາກ:

https://cutt.ly/awgWMkF7

https://cutt.ly/CwgW1fSI

https://cutt.ly/1wgW2ou5

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/