ອຸ່ນອາຫານດ້ວຍ ໄມໂຄເວຟ ອັນຕະລາຍຕໍ່ສຸຂະພາບຫຼືບໍ່?


ໄມໂຄເວຟ ແມ່ນເຄື່ອງເຮັດຄວາມຮ້ອນອຸ່ນອາຫານທີ່ມີຢູ່ເກືອບທຸກຄົວບ້ານ ແລະ ຫຼາຍຄົນມັກຊົມໃຊ້ ເນື່ອງຈາກຄວາມສະດວກສະບາຍ, ປະຢັດເວລາອຸ່ນອາຫານ, ໃຊ້ງານງ່າຍ, ລາຄາບໍ່ສູງຫຼາຍ ຈຶ່ງເປັນທີ່ຖືກໃຈຂອງໃຜຫຼາຍໆຄົນ.

ໄມໂຄເວຟ ເປັນລັງສີແມ່ເຫຼັກໄຟຟ້າເຊັ່ນດຽວກັນກັບຄື້ນວິທະຍຸ ມີຄວາມຍາວຄື້ນຕໍ່າ. ລັງສີໄມໂຄເວຟຈະມີຜົນຕໍ່ໂມເລກຸນນ້ຳ ແລະ ຂອງແຫຼວ ເຮັດໃຫ້ໂມເລກຸນຂອງນໍ້າໃນອາຫານເກີດການສັ່ນສະເທືອນ ແລະ ເກີດເປັນພະລັງງານຄວາມຮ້ອນ. ສົ່ງຜົນໃຫ້ອາຫານຮ້ອນຂຶ້ນໃນເວລາສັ້ນໆ ແລະ ສັງເກດເຫັນວ່າອາຫານທີ່ມີສ່ວນປະກອບເປັນນໍ້າຈະຮ້ອນໄວກວ່າ. ໄມໂຄເວຟ ແມ່ນປະເພດຂອງລັງສີທີ່ບໍ່ທໍາລາຍຈຸລັງ ຫຼື ເນື້ອເຍື່ອຂອງສິ່ງທີ່ມີຊີວິດ. ຈາກການລາຍງານຂອງອົງການອະນາໄມໂລກກ່າວວ່າ ເຕົາອົບໄມໂຄເວຟບໍ່ເປັນອັນຕະລາຍຈາກການແຜ່ລັງສີ ຫາກໃຊ້ຢ່າງຖືກຕ້ອງ.

ໄມໂຄເວຟທໍາລາຍຄຸນຄ່າທາງໂພຊະນາການຂອງອາຫານບໍ?

ບັນດາວິຕາມິນ ແລະ ສານອາຫານຈໍານວນຫຼາຍ ເຊັ່ນ: ວິຕາມິນ B, ວິຕາມິນ C, ໂຟເລດ ແລະ ອື່ນໆ ຈະບໍ່ທົນທານຕໍ່ຄວາມຮ້ອນ. ສະນັ້ນ, ການອຸ່ນອາຫານດ້ວຍໄມໂຄເວຟຈຶ່ງທຳລາຍວິຕາມິນຊີໃຫ້ໜ້ອຍລົງ ແລະ ສານອາຫານອື່ນໆສະຫຼາຍຕົວລົງ. ໃນປີ 2019 ມີການສຶກສາພົບວ່າ: ການຕົ້ມບຣັອກໂຄລີ່ໃນເວລາ 1 ນາທີ ຈະຮັກສາຄຸນຄ່າທາງໂພຊະນາການໄດ້ຫຼາຍກວ່າວິທີການຕົ້ມແບບອື່ນ ຫຼື ຈືນດ້ວຍນ້ຳມັນ ເຊັ່ນດຽວກັນກັບຜັກຫົມ, ໝາກເຜັດ, ຖົ່ວຂຽວຈະສູນເສຍສານອາຫານຈາກໄມໂຄເວຟໜ້ອຍກວ່າການຕົ້ມ, ຈືນ ຫຼື ໃນຮູບແບບອື່ນໆ.

ການອຸ່ນອາຫານໃນເຕົາໄມໂຄເວຟເປັນອັນຕະລາຍຕໍ່ສຸຂະພາບບໍ່?

ອີງ​ຕາມ​ການ​ສຶກສາ​ຂອງ Timothy Jorgensen ຈາກ​ສູນ​ການ​ແພດ​ມະຫາວິທະຍາ​ໄລ Georgetown, ອາ​ເມ​ຣິ​ກາ ​ໄດ້​ພົບ​ເຫັນ​ວ່າລັງສີ​ໄມ​ໂຄຣ​ເວຟ​ບໍ່​ມີ​ພະລັງ​ພຽງພໍ​ທີ່​ຈະ​ທຳລາຍ​ທາດ​ເຄມີ​ໃນ​ສານ​ອິນຊີ​ຕ່າງໆ ຈຶ່ງບໍ່ເປັນອັນຕະລາຍຕໍ່ເຊລ ຫຼື DNA ບໍ່ກໍ່ໃຫ້ເກີດການກາຍພັນ ແລະ ບໍ່ເປັນມະເຮັງ ລັງສີໄມໂຄເວຟຈະບໍ່ສະສົມຢູ່ໃນອາຫານ. ດັ່ງນັ້ນ, ບໍ່ຕ້ອງກັງວົນໄປວ່າຈະມີລັງສີຕົກຄ້າງປົນຢູ່ໃນອາຫານ.

ແຕ່ອັນຕະລາຍຂອງການອຸ່ນອາຫານຄືນໃໝ່ໃນໄມໂຄເວຟມັກຈະເກີດຈາກສາເຫດ ພາຊະນະທີ່ໃຊ້ບັນຈຸອາຫານໃນເຕົາໄມໂຄເວຟຫຼາຍກວ່າ ສຳລັບພາຊະນະບັນຈຸທີ່ເໝາະສົມສຳລັບເຕົາໄມໂຄເວຟປະກອບມີເຄື່ອງແກ້ວ, ເຊລາມິກ, ບັນຫາຖ້ວຍ, ຈານດິນ, ເຄື່ອງປັ້ນດິນເຜົາທີ່ບໍ່ມີໂລຫະປະສົມ ເພາະວ່າໂລຫະນັ້ນຈະສະທ້ອນເຖິງລັງສີ  ດອກໄຟ ຫຼື ເຮັດໃຫ້ເກີດໄຟໄໝ້ກໍ່ໃຫ້ເກີດຄວາມເສຍຫາຍຕໍ່ເຕົາ ຫຼື ເປັນອັນຕະລາຍຕໍ່ຊີວິດໄດ້.

ການອຸ່ນອາຫານຄືນໃໝ່ຊ້ຳໆດ້ວຍໄມໂຄເວຟບໍ່ກໍ່ໃຫ້ເກີດສານມະເຮັງຍ້ອນວ່າເຕົາອົບຜະລິດອຸນຫະພູມຕ່ຳາກວ່າການຈືນ ຫຼື ປີ້ງ. ຢ່າງໃດກໍຕາມ, ເນື່ອງຈາກວ່າເຊື້ອແບັກທີເຣັຍສາມາດເຕີບໂຕໄດ້ທຸກຄັ້ງທີ່ອາຫານເຢັນລົງ.  ສະນັ້ນ, ບໍ່ຄວນອຸ່ນອາຫານຊ້ຳໆ ເພາະອາດເຮັດໃຫ້ເກີດການປົນເປື້ອນຂອງເຊື້ອພະຍາດທີ່ເກີດຈາກອາຫານ.

ຂໍ້ຄວນລະວັງ

ຢ່າເອົາໜ້າເຂົ້າໃກ້ອາຫານທີ່ຫາກໍເອົາອອກຈາກເຕົາອົບ, ຫ້າມອຸ່ນໄຂ່ໄກ່ໝົດໜ່ວຍ, ສຳລັບນົມແມ່ນບໍ່ຄວນໃຊ້ພລາສຕິກອາດຈະລະລາຍ, ຄວນຕັ້ງຄວາມຮ້ອນ ແລະ ເວລາທີ່ໃຊ້ໃຫ້ເໝາະສົມກັບປະເພດອາຫານ.

ອ້າງອີງຈາກ:

https://cutt.ly/RwgmoQ3Z

https://cutt.ly/UwgmoSGq

https://cutt.ly/pwgmoV8d

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/