ກິນແປ້ງນົວຫຼາຍ ອາດສ່ຽງເປັນໂຣກຕຸ້ຍ


ແປ້ງນົວຖືເປັນເຄື່ອງປຸງຣົດຊາດທີ່ມີຢູ່ໃນເຮືອນທຸກໆຫຼັງຢ່າງຂາດບໍ່ໄດ້ ເນື່ອງຈາກວ່າມັນຄືຜົງທີ່ຊູຣົດຊາດອາຫານໃຫ້ແຊບຂຶ້ນ, ຍິ່ງໃສ່ຫຼາຍຍິ່ງແຊບຫຼາຍ. ແຕ່ຮູ້ບໍ່ວ່າ ຫາກຮັບປະທານໃນປະລິມານຫຼາຍເກີນໄປອາດເກີດໂຣກຕຸ້ຍດ້.

ແປ້ງນົວ ມີສານສໍາຄັນ Monosodium Glutamate (MSG) ເຊິ່ງປະກອບດ້ວຍໂຊດຽມ (ເກືອ) ແລະ ອາຊິດ Glutamic (ສ່ວນປະກອບຂອງໂປຣຕີນ). ອາຊິດ Glutamic ເປັນແຫຼ່ງພະລັງງານໃຫ້ແກ່ຮ່າງກາຍເຮັດໃຫ້ຮ່າງກາຍສ້າງອາຊິດ amino ຈຳເປັນຕົວອື່ນ. ສະນັ້ນ, ອົງການອາຫານ ແລະ ຢາສະຫະລັດອາເມຣິກາ ໄດ້ຈັດປະເພດ MSG ເປັນສານທີ່ປອດໄພ.

ແຕ່ຫຼາຍທ່ານອາດສົງໄສວ່າມັນກ່ຽວຫຍັງກັບນໍ້າໜັກທີ່ເພີ່ມຂຶ້ນແມ່ນບໍ່?

ໂດຍມີນັກຄົ້ນຄວ້າພົບວ່າຜູ້ທີ່ກິນແປ້ງນົວຫຼາຍມີໂອກາດນ້ຳໜັກເພີ່ມຂຶ້ນງ່າຍກວ່າຄົນທີ່ບໍ່ກິນແປ້ງນົວ ເຊິ່ງໄດ້ແບ່ງເຫດຜົນອອກເປັນ 2 ຢ່າງຄື:

•ເຫດຜົນໂດຍກົງ ແມ່ນເວລາທີ່ອາຫານແຊບ ຄົນເຮົາມັກຈະຮັບປະທານອາຫານຫຼາຍຂຶ້ນເປັນເຫດໃຫ້ນໍ້າໜັກເພີ່ມຂຶ້ນນັ້ນເອງ.

•ເຫດຜົນທາງອ້ອມ ຫາກກິນແປ້ງນົວປະລິມານຫຼາຍອາດໄປຂັດຂວາງການເຮັດວຽກຂອງຮໍໂມນ leptin ເຊິ່ງເປັນຮໍໂມນທີ່ຄວບຄຸມຄວາມຫິວ. ດັ່ງນັ້ນ, ມັນຈຶ່ງສົ່ງຜົນໃຫ້ເຮົາກິນອາຫານຫຼາຍຂຶ້ນ.

ອີງຕາມການວິໄຈໃນສາທາລະນະລັດປະຊາຊົນຈີນ ປີ 2002, ໄດ້ເຮັດການສຶກສາໂດຍມີຜູ້ເຂົ້າຮ່ວມເປັນເພດຊາຍ 445 ຄົນ ແລະ ແມ່ຍິງ 611 ຄົນ ທີ່ມີນິດໄສມັກກິນອາຫານປຸງແຕ່ງດ້ວຍແປ້ງນົວ ຜົນການວິໄຈເຫັນວ່າການການຮັບປະທານແປ້ງນົວຈຳນວນຫຼາຍມີຄວາມສຳພັນກັບພາວະນໍ້າຕານໃນເລືອດ ທັງມີຄວາມສ່ຽງຕໍ່ການດື້ອິນຊູລິນ ສົ່ງຜົນຕໍ່ການຄວບຄຸມລະດັບນໍ້າຕານໃນຮ່າງກາຍ.

ນອກນີ້, ມັນຍັງເຊື່ອມໂຍງກັບຫຼາຍໆປັດໄຈເຊັ່ນ: ຫາກບໍ່ມັກອອກກຳລັງກາຍ, ສູບຢາ ຫຼື ກິນຂອງຈືນໄຂມັນສະສົມກໍຈະສົ່ງຜົນຕໍ່ລະບົບການເຜົາຜານ ແລະ ນໍ້າໜັກຕົວເພີ່ມຂຶ້ນເຊັ່ນກັນ.

ສະນັ້ນ, ເຮົາຄວນຫຼຸດຜ່ອນ ຫຼື ຈຳກັດປະລິມານການຮັບປະທານແປ້ງນົວຢ່າງເໝາະສົມ, ປຸງແຕ່ງອາຫານດ້ວຍຕົວເອງ, ເລືອກກິນເມນູທີ່ໃສ່ແປ້ງນົວໜ້ອຍ ເພື່ອຫຼຸດຜ່ອນຄວາມສ່ຽງຂອງໂຣກຕ່າງໆແກ່ຮ່າງກາຍ.

ອ້າງອີງຈາກ:

https://cutt.ly/uwgmb4KO

https://cutt.ly/TwgmbQDn

https://cutt.ly/hwgmbL3A

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/