ຈາກກັນດ້ວຍຮອຍຍິ້ມ ສາວປ່ວຍເປັນມະເຮັງຈັດງານສົບໃຫ້ຕົນເອງ ກ່ອນຈາກໄປໃນ 10 ມື້ຕໍ່ມາ


ຍິງສາວຊາວສິງກະໂປ ອາຍຸ 29 ປີ ໄດ້ປ່ວຍເປັນໂຣກມະເຮັງໄລຍະສຸດທ້າຍ ໄດ້ຕັດສິນໃຈຈັດງານສົບໃຫ້ຕົນເອງ ເພື່ອກ່າວຄຳອຳລາ ແລະ ກ່າວຂອບໃຈບັນດາຍາດຕິພີ່ນ້ອງ ພ້ອມໝູ່ເພື່ອນອີກປະມານ 30 ຄົນ ກ່ອນຍິງສາວຈະເສຍຊີວິດໃນອີກ 10 ມື້ຕໍ່ມາ.

ໂດຍຍິງສາວມີຊື່ວ່າ ມິເຊວ ໃນວັນທີ 23 ທັນວາ 2023 ຍິງສາວໄດ້ຖືກວິນິດໄສວ່າເປັນໂຣກມະເຮັງຮັງໄຂ່ໃນຕອນອາຍຸພຽງ 27 ປີ ກ່ອນທີ່ມະເຮັງຈະລຸກລາມໄປໃນສ່ວນອື່ນໆຂອງຮ່າງກາຍ ໂດຍແຕ່ກ່ອນ ມິເຊວ ເປັນນັກຖີບ ແລະ ນັກແລ່ນ ພ້ອມກັບມີທຸລະກິດເປັນຂອງຕົນເອງ ແຕ່ເມື່ອສຸຂະພາບບໍ່ດີຈຶ່ງໄດ້ຕັດສິນໃຈຢູ່ເຮືອນ ແລະ ໃຊ້ເວລາຮ່ວມກັບຄອບຄົວ.

ຈາກຂໍ້ມູນ ງານສົບຂອງມິເຊວໄດ້ຈັດຂຶ້ນຢ່າງອົບອຸ່ນ, ມີການລ້ຽງອາຫານ ແລະ ນັກດົນຕີ ບໍ່ຕ່າງຈາກງານວັນເກີດເລີຍ ໂດຍມິເຊວໄດ້ສົ່ງບັດເຊີນໃຫ້ໝູ່ ພ້ອມກັບຈົດໝາຍສະບັບສຸດທ້າຍທີີ່ມີຂໍ້ຄວາມວ່າ “ ຂ້ອຍຢາກແບ່ງປັນຄວາມຮັກ, ອາຫານ, ດົນຕີ ແລະ ປຶ້ມໃຫ້ກັບໝູ່”.

ແລະ ພາຍໃນງານ ມິເຊວ ເອງຍັງໄດ້ກ່າວຄຳວ່າ “ຂ້ອຍຢາກຈະເອີ້ນງານນີ້ວ່າງານສົບທີ່ມີຊີວິດ ຂ້ອຍຄິດວ່າຄວາມຕາຍຢູ່ໃກ້ໃຈເຮົາຫຼາຍ ແລະ ບໍ່ແມ່ນສິ່ງທີ່ເປັນຕາຢ້ານ ຂອບໃຈທຸກຄົນທີ່ເຮັດໃຫ້ຂ້ອຍມີຄວາມສຸກໃນມື້ນີ້ ຂອບໃຈທີ່ມາຫາ ຂ້ອຍຂອບໃຈທຸກສຽງຫົວທີ່ໄດ້ຍິນ ແລະ ຮອຍຍິ້ມຂອງທຸກຄົນທີ່ຂ້ອຍໄດ້ເຫັນ” ຫຼັງຈາກນັ້ນມິເຊວ ກໍໄດ້ເສຍຊີວິດລົງໃນວັນທີ 2 ມັງກອນ 2024 ທີ່ຜ່ານມາ ຫຼັງຈາກຈັດງານສົບຕົນເອງພຽງ 10 ມື້.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/