ຄົນຂ້າຕົວຕາຍຫຼາຍຂຶ້ນ ເມື່ອຄຸນະພາບອາກາດຫຼຸດລົງ


ງານວິໄຈກ່ອນໜ້ານີ້ ພົບວ່າການປ່ຽນແປງທາງອາກາດເຮັດໃຫ້ສຸຂະພາບຈິດຮ້າຍແຮງຂຶ້ນ ຄວບຄຸມອາລົມໄດ້ໜ້ອຍລົງ ແລະ ຈັດການກັບຄວາມຄຽດໄດ້ຍາກຂຶ້ນ ເຊິ່ງທັງໝົດນີ້ອາດຈະເປັນສາເຫດໃຫ້ຄົນຂ້າຕົວຕາຍຫຼາຍຂຶ້ນ.
ໃນຂະນະທີ່ມີການຕັ້ງຄຳຖາມຢ່າງແຜ່ຫຼາຍເຖິງຄວາມກ່ຽວຂ້ອງຂອງສະພາບອາກາດ ແລະ ສຸຂະພາບຈິດ ການວິເຄາະນີ້ ໄດ້ຊ່ວຍຮຽກຮ້ອງໃຫ້ມີນະໂຍບາຍມາຄວບຄຸມມົນລະພິດທົ່ວໂລກ.
ປະເທດຈີນ ເປັນປະເທດທີ່ມີມົນລະພິດທາງອາກາດຫຼາຍທີ່ສຸດໃນໂລກ ມີປະຊາກອນຫຼາຍລ້ານຄົນອາໄສຢູ່ ແລະ ມີອັດຕາການຂ້າຕົວຕາຍເຖິງ 16% ຂອງການຂ້າຕົວຕາຍທົ່ວໂລກ ຂໍ້ມູນຈາກການກວດວັດແທກຄຸນະພາບອາກາດປະມານ 1,400 ແຫ່ງທົ່ວປະເທດຈີນ ລະບຸວ່າ ເມື່ອປີ 2013 ຈີນຕ້ອງພົບກັບບັນຫາໃຫຍ່ຫຼວງກ່ຽວກັບການຄວບຄຸມມົນລະພິດທາງອາກາດ ບໍ່ວ່າຈະເປັນແຫຼ່ງທີ່ມາຂອງມົນລະພິດໃນອຸດສາຫະກຳ ການສັນຈອນ ແລະ ເພີ່ມພະລັງງານລົມ ແລະ ແສງຕາເວັນ ເຊິ່ງເຮັດໃຫ້ອາກາດສະອາດຂຶ້ນຢ່າງຊັດເຈນ
ໃນຂະນະດຽວກັນກໍມີລາຍງານວ່າອັດຕາການຂ້າຕົວຕາຍຫຼຸດລົງທົ່ວປະເທດຢ່າງໄວວາ ໂດຍໃນປີ 2021 ມີການຂ້າຕົວຕາຍຕໍ່ປີຫຼຸດລົງ 10.88 ຄົນໃນ 100,000 ຄົນ ເຫຼືອ 5.25 ຄົນໃນ 100,000 ຄົນ
ເມື່ອທີມວິໄຈໄດ້ລວບລວມຂໍ້ມູນທັງໝົດມາໄດ້ ພວກເຂົາຄົ້ນພົບວ່າ ພາຍໃນໜຶ່ງອາທິດທີ່ພື້ນທີ່ນັ້ນຄຸນະພາບອາກາດຫຼຸດລົງ ອັດຕາການຕາຍຈະເພີ່ມຂຶ້ນຢ່າງໄວວາ ພວກເຂົາສັນນິດຖານວ່າ ຝຸ່ນລະອອງທີ່ຢູ່ໃນມົນລະພິດອາດຈະໄປເຮັດປະຕິກິລິຍາກັບເຄມີໃນສະໝອງຄົນກໍເປັນໄດ້.

https://www.nature.com

https://www.sciencealert.com

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/