ສາວຮັບລ້ຽງແມວສາມຂາ ທີ່ປ່ວຍເປັນມະເຮັງໄລຍະສຸດທ້າຍ ແຕ່ດ້ວຍພະລັງແຫ່ງຮັກ ສຸດທ້າຍປາຕິຫານກໍເກີດຂຶ້ນ


ເມື່ອເວົ້າເຖິງການລ້ຽງແມວ ຫຼາຍຄົນກໍຢາກໄດ້ແມວທີ່ໜ້າຮັກ ແລະ ແຂງແຮງ ແຕ່ສາວຄົນນີ້ຮັບລ້ຽງແມວພິການ ທີ່ມີພຽງສາມຂາ ແລະ ມັນກໍປ່ວຍເປັນມະເຮັງໄລຍະສຸດທ້າຍ ທີ່ຢູ່ໄດ້ອີກ 6 ເດືອນເທົ່ານັ້ນ.

ສາວຄົນນີ້ໄດ້ເຜີຍແຜ່ເລື່ອງລາວຂອງລາວກັບແມວສີດຳໂຕໜຶ່ງເທິງໂລກອອນລາຍ ໂດຍເລີ່ມຈາກເລົ່າວ່າ ຕົວລາວເອງໄດ້ຮັບລ້ຽງແມວໂຕໜຶ່ງທີ່ມີຊີວິດເຫຼືອຢູ່ພຽງ 6 ເດືອນ.

ນ້ອງແມວປ່ວຍເປັນມະເຮັງ ແລະ ມັນໄດ້ເຮັດໃຫ້ນ້ອງສູນເສຍຂາໄປ, ສັດຕະວະແພດບອກວ່າ ມະເຮັງອາດຈະກັບມາ ກ່ອນໜ້ານີ້ແມວອາໄສຢູ່ແຄມທາງ ລາວຮູ້ສຶກວ່າມັນໂຫດຮ້າຍ ທີ່ປ່ອຍໃຫ້ແມວກັບຄືນໄປຢູ່ບ່ອນເກົ່າ ລາວຈຶ່ງຕັດສິນໃຈທີ່ຈະຮັບນ້ອງມາລ້ຽງ.

ໃນແຕ່ລະມື້ ລາວມຸ່ງໝັ້ນທີ່ຈະເຮັດໃຫ້ຊີວິດທີ່ເຫຼືອຢູ່ຂອງແມວເປັນຊີວິດທີ່ດີ ແລະ ລາວໃຊ້ເວລາເຖິງສາມເດືອນເພື່ອສ້າງຄວາມໄວ້ວາງໃຈ ແລະ ຄວາມລຶ້ງເຄີຍກັບນ້ອງ ຈົນໃນທີ່ສຸດແມວກໍເປີດໃຈໃຫ້ລາວ.

ຕໍ່ມາ ຫຼັງຈາກທີ່ແມວເຊື່ອໃຈລາວແລ້ວ ລາວກໍໄດ້ພາແມວໄປຫຼິ້ນກັບໝາພັນປອມເມີເຣນຽນ ທີ່ລາວລ້ຽງຢູ່ ໃຊ້ເວລາຢູ່ໄລຍະໜຶ່ງ ແຕ່ສຸດທ້າຍແລ້ວ ພວກເຂົາກໍເຂົ້າກັນໄດ້.

ລາວບອກວ່າ ຂໍພຽງໃຫ້ນ້ອງມີຄວາມສຸກກໍພໍ ດ້ວຍຄວາມຫວັງພຽງເລັກນ້ອຍທີ່ນ້ອງຈະດີຂຶ້ນ ແລະ ຫາຍຈາກມະເຮັງ.

ຈົນເວລາຜ່ານໄປປີໜຶ່ງ ຈາກຕອນທີ່ລາວຕັດສິນໃຈຮັບນ້ອງມາລ້ຽງ ແລະ ນ້ອງກໍຫາຍປ່ວຍເັນມະເຮັງແລ້ວ! ສັດຕະວະແພດບອກວ່າ ມັນເປັນເລື່ອງເລິກລັບທາງດ້ານການແພດ ທີ່ພວກເຂົາກໍບໍ່ອາດຮູ້ໄດ້ວ່າມັນເກີດຂຶ້ນໄດ້ແນວໃດ ແຕ່ລາວຮູ້ ວ່ານີ້ມັນເປັນຍ້ອນພະລັງແຫ່ງຮັກ!

ທີ່ມາ: https://twitter.com/ShouldHaveCat/status/1760303884147261829

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/