ທະນາຄານກາງຢູໂຣບຢືນຢັນວ່າ Bitcoin ຍັງຄົງບໍ່ມີຄ່າ ເຖິງວ່າກອງທຶນ Bitcoin ETF ຈະໄດ້ຮັບຄວາມນິຍົມ


ຫຼັງຈາກທີ່ຄະນະກໍາມະການຫຼັກຊັບ ແລະ ການແລກປ່ຽນ (SEC) ໄດ້ອະນຸມັດ ກອງທຶນ bitcoin spot ETFs 11 ກອງທຶນໃນເດືອນມັງກອນທີ່ຜ່ານມາ, ກໍໄດ້ເຮັດໃຫ້ເກີດກະແສທີ່ດີຕໍ່ກັບຕະຫຼາດ crypto ຢ່າງຫຼວງຫຼາຍ. ສົ່ງຜົນໃຫ້ກອງທຶນມີກະແສເງິນໄຫຼວຽນເຂົ້າ​ສຸດ​ທິ​ຫຼາຍ​ກວ່າ 3 ຕື້​ໂດ​ລາ ແລະ ມີເງິນຝາກເຂົ້າຫຼາຍກວ່າ 1 ຕື້ໂດລາໃນໜຶ່ງອາທິດ, ກາຍເປັນແຮງຊຸກຍູ້ໃຫ້ເກີດມີການຄາດການວ່າກອງທຶນ ETF ຂອງ Ethereum ອາດຈະໄດ້ຮັບອະນຸຍາດເປັນລາຍຕໍ່ໄປ.

ແຕ່ເບິ່ງຄືວ່າ ການອະນຸມັດກອງທຶນໃນຄັ້ງນີ້ຈະບໍ່ແມ່ນເລື່ອງທີ່ດີສຳລັບທຸກຄົນ, ເນື່ອງຈາກເຈົ້າໜ້າທີ່ທະນາຄານກາງຢູໂຣບສອງຄົນ Ulrich Bindseil ແລະ Jurgen Schaaf ບໍ່ມີຄວາມຮູ້ສຶກຕື່ນເຕັ້ນຕໍ່ກັບການອະນຸມັດ Spot Bitcoin ETF ໃນສະຫະລັດ ແລະ ໄດ້ອອກມາສະແດງຄວາມຄິດເຫັນຜ່ານ blog ໂພສວ່າ ພວກເຂົາຍັງບໍ່ເຫັນດີກັບການອະນຸມັດໃນຄັ້ງນີ້ ແລະ ໄດ້ເນັ້ນໜັກວ່າມູນຄ່າຂອງ Bitcoin ຍັງຄົງເປັນສູນ

ພວກເຂົາໄດ້ເນັ້ນໜັກວ່າ Bitcoin ໄດ້ລົ້ມເຫຼວເປັນສະກຸນເງິນດິຈິຕອນແບບ decentralized, ລວມທັງຍັງບໍ່ຄ່ອຍຖືກນໍາມາໃຊ້ສໍາລັບການໂອນທີ່ຖືກຕ້ອງຕາມກົດໝາຍ ແລະ ເຖິງແມ່ນວ່າ ETF ໄດ້ຮັບການອະນຸມັດ, ແຕ່ມັນບໍ່ປ່ຽນແປງຄວາມຈິງທີ່ວ່າ Bitcoin ນັ້ນບໍ່ເໝາະສົມທີ່ຈະເປັນວິທີການຊໍາລະເງິນ ຫຼື ການລົງທຶນ.

ນອກຈາກນີ້, ພວກເຂົາຍັງໄດ້ກ່າວຕື່ມອີກວ່າ Bitcoin ເປັນສິນຊັບທີ່ໄດ້ຮັບຄວາມນິຍົມມາຈາກການຄວບຄຸມລາຄາ ແລະ ການສໍ້ໂກງ. ແລະການທີ່ລາຄາຂອງ Bitcoin ເພີ່ມຂຶ້ນນັ້ນໄດ້ສະແດງໃຫ້ເຫັນເຖິງຄວາມເສຍຫາຍຂອງສັງຄົມທີ່ນັບມື້ນັບເພີ່ມຂຶ້ນ.

ເຊິ່ງຫຼັງຈາກທີ່ຂໍ້ຄວາມດັ່ງກ່າວໄດ້ຖືກເຜີຍແຜ່ອອກໄປ ກໍໄດ້ເຮັດໃຫ້ຊຸມຊົນ crypto ເກີດຄວາມບໍ່ພໍໃຈຫຼາຍ ແລະ ກໍໄດ້ມີບາງຄົນອອກມາເວົ້າຕະຫຼົກວ່າ “ຖ້າຫາກ Bitcoin ບໍ່ມີມູນຄ່າທີ່ແທ້ຈິງ ເງິນຢູໂຣກໍບໍ່ແຕກຕ່າງຫຍັງຈາກເຈ້ຍ”. ໃນຂະນະທີ່ບາງຄົນກັບເຫັນວ່ານີ້ເປັນສັນຍານຂອງຕະຫຼາດ bull.

ໃນເວລາທີ່ຂຽນ, Bitcoin ມີມູນຄ່າຕະຫຼາດ 1 ພັນຕື້ໂດລາ ແລະ BTC ແມ່ນມີການຊື້ຂາຍກັນຢູ່ທີ່ 51,095 ໂດລາ, ເຊິ່ງຫຼຸດລົງ 1.40% ໃນ 24 ຊົ່ວໂມງທີ່ຜ່ານມາ.

ທີ່ມາ:

decrypt

twitter

coinmarketcap

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/