ສາລະໜ້າຮູ້ກ່ຽວກັບ ສະຫະພາບເອີຣົບ


ສະຫະພາບເອີຣົບ ແມ່ນຫຍັງ?

ສະຫະພາບເອີຣົບ ອາດເປັນຄຳທີ່ບໍ່ຄ່ອຍຄຸ້ນຫູເຮົາພໍປານໃດ ເພາະຫຼາຍຄົນອາດລຶ້ງກັບຄຳວ່າ ອີຢູ (EU) ຫຼື European Union ຫຼາຍກວ່າ, ແຕ່ເຖິງຢ່າງໃດກໍຕາມ ທັງສາມຄຳນີ້ ມີຄວາມໝາຍອັນດຽວກັນ.

ແລ້ວຄຳວ່າ ສະຫະພາບເອີຣົບ ກັບ ເອີຣົບ ຄືກັນບໍ່, ໃຊ້ແທນກັນໄດ້ບໍ່? ຕອບໄດ້ເລີຍວ່າ ບໍ່ໄດ້, ເພາະຄໍາວ່າ ເອີຣົບ ທີ່ເປັນຄໍາດ່ຽວນີ້ແມ່ນຊື່ເອີ້ນຂອງທະວີບເອີຣົບ ຄ້າຍຄືເວລາທີ່ເຮົາເວົ້າວ່າ ອາຊີ ຫຼື ທະວີບອາຊີ.

Ukrainians can now enter the European Union visa-free | News | DW |  11.06.2017

ຄວາມໝາຍຂອງສະຫະພາບເອີຣົບ

ສະຫະພາບເອີຣົບ ຫຼື ອີຢູ ແມ່ນການຮວມກຸ່ມທາງດ້ານເສດຖະກິດ ແລະ ການເມືອງ ຂອງບັນດາປະເທດທີ່ຢູ່ໃນທະວີບເອີຣົບ, ມີຖານະເປັນອົງການຈັດຕັ້ງລະຫວ່າງລັດຖະບານ (intergovernmental organization) ທັງເປັນສະຫະພາບເໜືອຊາດ (supranational) ໂດຍມີເນື້ອທີ່ປະມານ 4,233,255.3 km2 ແລະ ປະຊາກອນ 446 ລ້ານຄົນ. ປັດຈຸບັນ ມີສະມາຊິກ 27 ປະເທດ ເຊິ່ງລົດລົງຈາກເມື່ອກ່ອນ 28 ປະເທດ (ໃນປີ 2020 ສະຫະລາຊະອານາຈັກຖອນຕົວອອກຈາກ ອີຢູ ຫຼື ທີ່ເອີ້ນວ່າ ເບຣັກຊິດ – Brexit).

27 ປະເທດສະມາຊິກ ມີປະເທດໃດແນ່?

  1. ອັອສເຕຣຍ – 1995
  2. ເບວຢຽມ – 1958
  3. ບາວແກເຣຍ – 2007
  4. ໂຄຣເອເຊຍ – 2013
  5. ໄຊປຣັສ – 2004
  6. ສາທາລະນະລັດເຊັກ – 2004
  7. ເດັນມາກ – 1973
  8. ແອັດສ໌ໂຕເນຍ – 2004
  9. ຟິນແລນ – 1995
  10. ຝຣັ່ງ – 1958
  11. ເຢຍລະມັນ – 1958
  12. ກຣີດຊ໌ – 1981
  13. ຮັງກາຣີ – 2004
  14. ໄອຣ໌ແລນ – 1973
  15. ອີຕາລີ – 1958
  16. ລັດເວຍ – 2004
  17. ລີຕົວເນຍ – 2004
  18. ລຸກຊຳບວກ – 1958
  19. ມານຕາ – 2004
  20. ເນເທີແລນ – 1958
  21. ໂປແລນ – 2004
  22. ໂປຕູເກດ- 1986
  23. ໂຣມາເນຍ – 2007
  24. ສະໂລວາເກຍ – 2004
  25. ສະໂລເວເນຍ – 2004
  26. ສະເປນ – 1986
  27. ສະວີເດັນ – 1995

ປະໂຫຍດຂອງ ອີຢູ ຕໍ່ກັບປະຊາຊົນ ອີຢູ

  • ຕັ້ງແຕ່ມີ ອີຢູ ກໍບໍ່ມີສົງຄາມໃນເອີຣົບກາງ ແລະ ຕາເວັນຕົກ. ປະຊາຊົນອີຢູກໍພົວພັນກັນຫຼາຍຂຶ້ນທັງດ້ານການຄ້າ ແລະ ວັດທະນະທຳ ແລະ ກໍຍັງຄົງຄວາມເປັນປະຊາທິປະໄຕໄວ້.
  • ຕະຫຼາດດຽວຂອງ ອີຢູ ຖືກສ້າງຂຶ້ນບົນພື້ນຖານຫຼັກການດ້ານການເຄື່ອນທີ່ຢ່າງເສລີ 4 ຢ່າງ ແລະ ເຮັດໃຫ້ປະຊາຊົນອີຢູ ສາມາດ ອາໄສ ຫຼື ເຮັດວຽກຢູ່ປະເທດໃດກໍໄດ້ພາຍໃນ ອີຢູ, ເຄື່ອນຍ້າຍເງິນໄດ້ຢ່າງເສລີ, ຂາຍສິນຄ້າຢ່າງບໍ່ມີຂໍ້ຈຳກັດ, ໃຫ້ການບໍລິການ ຢ່າງເທົ່າທຽມກັນ.
  • ອີຢູ ມີມາດຕະຖານດ້ານອາຫານ ແລະ ສິ່ງແວດລ້ອມສູງ ຖືວ່າເປັນມາດຕະຖານອັນດັບຕົ້ນໆຂອງໂລກ. ຫົວໜ່ວຍທຸລະກິດຈະບໍ່ສາມາດຂາຍອາຫານທີ່ປົນເປື້ອນສານພິດ ຫຼື ສ້າງມົນລະພິດໃຫ້ແກ່ສິ່ງແວດລ້ອມ.
  • ຜົນປະໂຫຍດຕໍ່ກັບຜູ້ບໍລິໂພກ: ຜູ້ບໍລິໂພກພາຍໃນອີຢູ ມີຄວາມໝັ້ນໃຈທີ່ຈະໄດ້ຮັບເງິນຄືນ ເວລາສົ່ງສິນຄ້າຄືນ ຫຼື ຫາກປີ້ຍົນ ຫຼື ລົດໄຟ ຖືກເລື່ອນ ຫຼື ຍົກເລີກ ທັງຍັງໝັັ້ນໃຈທາງດ້ານມາດຕະຖານ ແລະ ຄວາມປອດໄພຂອງສິນຄ້າ ຂອງ ອີຢູ.
  • ປະຊາຊົນສາມາດນຳໃຊ້ສັນຍານໂທລະສັບເຄືອຂ່າຍດຽວໃນບັນດາປະເທດສະມາຊິກໄດ້ໂດຍບໍ່ເສຍຄ່າໃຊ້ຈ່າຍເພີ່ມ ແລະ ບໍ່ຈຳເປັນຕ້ອງປ່ຽນເວລາອອກນອກປະເທດຕົນເອງ. ບັດຮັກສາສຸຂະພາບກໍໃຊ້ໄດ້ໃນທຸກປະເທດສະມາຊິກ ແລະ ອື່ນໆ.

 ສາລະໜ້າຮູ້ ກ່ຽວກັບ ອີຢູ

  • ອີຢູ ໄດ້ຮັບຮາງວັນໂນເບວສາຂາສັນຕິພາບໃນປີ 2012 ຍ້ອນ ອີຢູ ມີຄວາມພະຍາຍາມທີ່ຈະສົ່ງເສີມສັນຕິພາບ ແລະ ປະຊາທິປະໄຕໃນເອີຣົບ.
  • ອີຢູ ມີ ທຸງ ແລະ ເພງ ປະຈຳສະຫະພາບຂອງຕົນເອງ. ທຸງອີຢູ ປະກອບດ້ວຍ ດາວສີເຫຼືອງ 12 ດວງ ປະກອບກັນເປັນວົງກົມ ຢູ່ເທິງພື້ນທຸງສີຟ້າ ເຊິ່ງໝາຍເຖິງ ຄວາມເປັນໜຶ່ງດຽວ, ຄວາມສາມັກຄີ ແລະ ຄວາມປອງດອງ. ສ່ວນເພງນັ້ນ ແມ່ນ ເພງທີ່ມີແຕ່ທຳນອງ ຖືກແຕ່ງຂຶ້ນໂດຍນັກແຕ່ງເພງ ສັນຊາດ ເຢຍລະມັນ ລຸດວິກ ແວນ ບີໂທເວັນ (Ludwig van Beethoven) ໃນປີ 1823.
  • ຄຳຂວັນຂອງ ອີຢູ ແມ່ນ “ຮວມກັນຢູ່ໃນຄວາມຫຼາກຫຼາຍ” (United in Diversity) ເຊິ່ງເລີ່ມຖືກນຳໃຊ້ມາແຕ່ປີ 2000.
  • ປະເທດທີ່ໃຫຍ່ທີ່ສຸດ ໃນ ອີຢູ ທາງດ້ານເນື້ອທີ່ ແມ່ນ ປະເທດຝຣັ່ງ ແລະ ທາງດ້ານຈຳນວນປະຊາກອນ ແມ່ນ ປະເທດເຢຍລະມັນ.
  • ປະເທດທີ່ນ້ອຍທີ່ສຸດ ທັງທາງດ້ານເນື້ອທີ່ ແລະ ປະຊາກອນ ແມ່ນ ປະເທດມານຕາ.
  • ນະຄອນຫຼວງທີ່ໃຫຍ່ທີ່ສຸດ ໃນອີຢູ ແມ່ນ ນະຄອນຫຼວງ ເບີລິນ, ປະເທດ ເຢຍລະມັນ (ກ່ອນ Brexit ແມ່ນ ນະຄອນຫຼວງ ລອນດອນ).
  • ປະເທດທີ່ລວຍທີ່ສຸດ ແມ່ນ ປະເທດ ລຸກຊໍາບວກ ແລະ ປະເທດທີ່ທຸກທີ່ສຸດ ແມ່ນ ບາວແກເຣຍ.
  • ອີຢູ ມີພາສາທາງການ 24 ພາສາ ຄື: ພາສາ ບາວແກເຣຍ, ໂຄຣເອເຊຍ, ເຊັກ, ເດັນມາກ, ດັຊ໌, ອັງກິດ, ແອັດສ໌ໂຕເນຍ, ຟິນແລນ, ຝຣັ່ງ, ເຢຍລະມັນ, ກຣີດຊ໌, ຮັງກາຣີ, ໄອຣິຊ໌, ອີຕາລີ, ລັດເວຍ, ລີທົວເນຍ, ມານຕາ, ໂປແລນ, ໂປຕູເກດ, ໂຣມາເນຍ, ລະໂລວາເກຍ, ສະໂລເວເນຍ, ສະເປນ ແລະ ສະວີເດັນ.
  • 4 ຕົວເມືອງໃຫຍ່ ທີ່ມີຄວາມສໍາຄັນໃນອີຢູ: ບຣັດເຊວ, ປະເທດເບວຢຽມ ແມ່ນ ນະຄອນຫຼວງຂອງສະຫະພາບເອີຣົບ; ສະທຣັດສ໌ບວກ, ປະເທດຝຣັ່ງ ແມ່ນ ບ່ອນທີ່ມີສະພາປະຊາຊົນອີຢູ (European Parliament); ແຟຣັງເຟີດ, ປະເທດເຢຍລະມັນ ມີ ທະນາຄານກາງອີຢູ ແລະ ນະຄອນ ລຸກຊໍາບວກ, ປະເທດລຸກຊຳບວກ ມີ ສານຍຸຕິທຳຂອງ ອີຢູ.
  • ວັນ ອີຢູ ແມ່ນ ວັນທີ 9 ເດືອນ ພຶດສະພາ ຂອງທຸກໆປີ ເຊິ່ງບໍ່ໄດ້ຖືວ່າເປັນວັນພັກທາງລັດຖະການ ແຕ່ກໍມີການສະເຫຼີມສະຫຼອງໂດຍຈັດກິດຈະກຳຫຼາຍຢ່າງ, ຄອນເສີດ ແລະ ງານຕ່າງໆ ສຳລັບຄົນທີ່ມີຄວາມສົນໃຈໄດ້ເຂົ້າຮ່ວມ.
  • ສະໜາມບິນທີ່ໃຫຍ່ສຸດໃນອີຢູ ແມ່ນ ສະໜາມບິນ ຊາກເລິ ເດີ ໂກຍເຢິ, ປະເທດຝຣັ່ງ (ກ່ອນມີ ເບຣັກຊິດ ແມ່ນ ສະໜາມບິນ ລອນດອນ ຮີດໂທຣ).
  • ທະນາຄານກາງອີຢູສ້າງຕັ້ງຂຶ້ນໃນປີ 1998 ແລະ ມີສະກຸນເງິນ ອີຢູ ທີ່ຖືກເລີ່ມນໍາໃຊ້ມາແຕ່ປີ 2002 ນັ້ນຄື ສະກຸນເງິນ ເອີໂຣ ຫຼື ຢູໂຣ ເຊິ່ງນຳໃຊ້ໂດຍ 19 ປະເທດສະມາຊິກ ສ່ວນປະເທດສະມາຊິກອື່ນ ຍັງນຳໃຊ້ສະກຸນເງິນຂອງຕົນເອງ ເຊັ່ນ ເດັນມາກ, ສະວີເດັນ, ໂຄຣເອເຊຍ.
European Central Bank keeps interest rates constant
  • 19 ປະເທດ ທີ່ນໍາໃຊ້ເງິນເອີໂຣ ຫຼື ເອີ້ນອີກຢ່າງໜຶ່ງວ່າ Euro Zone ມີ ອັອສເຕຣຍ, ເບວຢຽມ, ແອັດສ໌ໂທເນຍ, ຟິນແລນ, ຝຣັ່ງ, ເຢຍລະມັນ, ກຣີດຊ໌, ໄອແລນ, ອີຕາລີ, ລັດເວຍ, ລີທົວເນຍ, ລັກຊຳເບີກ, ມານຕາ, ເນເທີແລນ, ໂປຕູໂກ, ສະໂລວາເກຍ, ສະໂລເວເນຍ ແລະ ສະເປນ.
  • ອັດຕາການວ່າງງານທີ່ຕໍ່າສຸດແມ່ນຢູ່ປະເທດ ເຊັກ, ເຢຍລະມັນ, ມານຕາ ແລະ ເນເທີແລນ ສ່ວນຫຼາຍສຸດແມ່ນຢູ່ ປະເທດຝຣັ່ງ, ອີຕາລີ, ສະເປນ ແລະ ກຣີດຊ໌ ໂດຍສະເພາະ ແມ່ນການວ່າງງານ ໃນກຸ່ມຄົນ ອາຍຸ 20-64 ປີ.
  • ປະເທດໃນທະວີບເອີຣົບທີ່ຕ້ອງການເຂົ້າເປັນສະມາຊິກອີຢູ ແລະ ກຳລັງປັບປຸງກົດໝາຍພາຍໃນໃຫ້ສອດຄ່ອງກັບກົດໝາຍຂອງ ອີຢູ ມີ ອານບາເນຍ, ມອນເຕເນໂກຣ, ມາເຊໂດເນຍເໜືອ, ເຊີເບຍ ແລະ ຕວກກີ.
  • ປະເທດທີ່ຕ້ອງການເຂົ້າເປັນສະມາຊິກອີຢູ ແຕ່ຍັງມີເງື່ອນໄຂບໍ່ຄົບ ມີ ບັອດສ໌ເນຍ ແລະ ເຮີເຊໂກນີວາ ແລະ ໂກໂຊໂວ.

ຄວາມເປັນມາຂອງການຮວມກຸ່ມປະເທດຂອງສະຫະພາບເອີຣົບ

ເລີ່ມຈາກການສ້າງຕັ້ງ ສະມາຄົມຖ່ານຫີນ ແລະ ເຫຼັກກ້າເອີຣົບຂຶ້ນ ໃນປີ 1951 ໂດຍການຮ່ວມມືກັນລະຫວ່າງ 6 ປະເທດສະມາຊິກຕົ້ນ (ແບນຊິກ, ຝຣັ່ງ, ອີຕາລີ, ລຸກຊຳບວນ, ເນເທີແລນ ແລະ ເຢຍລະມັນ). ຈຸດປະສົງແມ່ນເພື່ອສ້າງສັນຕິພາບ ຫຼັງຈາກສົງຄາມໂລກຄັ້ງທີ 2 ສິ້ນສຸດ.

ຫຼັງຈາກນັ້ນ, ກໍມີການສ້າງຕັ້ງ ສະມາຄົມພະລັງງານອາຕອມມິກເອີຣົບ ແລະ ສະມາຄົມເສດຖະກິດເອີຣົບຂຶ້ນ ໃນປີ 1957 (ໂດຍສັນຍາສ້າງຕັ້ງມີຜົນສັກສິດໃນປີ 1958), ທັງ 6 ປະເທດໄດ້ລົບລ້າງອັດຕາພາສີລະຫວ່າງກັນ ໃນປີ 1968 ແລະ ໄດ້ປະຕິບັດນະໂຍບາຍຮ່ວມກັນ ໂດຍສະເພາະນະໂຍບາຍທາງດ້ານການຄ້າ ແລະ ກະສິກໍາ.

ໃນປີ 1992 ຄວາມຫວັງທີ່ຢາກສ້າງເອີຣົບໃຫ້ເປັນຕະຫຼາດດຽວກໍກາຍເປັນຈິງ. ປີ 1993 ແມ່ນໄດ້ສ້າງຕັ້ງ ສະຫະພາບເອີຣົບຂຶ້ນຢ່າງເປັນທາງການ ໂດຍສັນຍາສ້າງຕັ້ງ ແມ່ນ ສັນຍາແມຊ໌ທຣິດ. ໃນປີ 2002 ປະເທດສະມາຊິກບາງສ່ວນກໍໄດ້ຫັນມານຳໃຊ້ສະກຸນເງິນດຽວກັນ ກໍຄື ສະກຸນເງິນເອີໂຣ.

ຮອດປີ 2004 ມີປະເທດສະມາຊິກເພີ່ມຂຶ້ນເປັນ 25 ປະເທດ ແລະ ຮອດ 2013 ໄດ້ເພີ່ມເປັນ 28 ປະເທດ.

ກົງຈັກການເຮັດວຽກຂອງອີຢູ

ອີຢູ ສຸມໃສ່ ການປົກຄອງທີ່ໂປ່ງໃສ ແລະ ປະຊາທິປະໄຕ. ສະນັ້ນ ຈຶ່ງມີການສ້າງຕັ້ງຫຼາຍອົງກອນທີ່ສຳຄັນ ທີ່ເຮັດໜ້າທີ່ແຕກຕ່າງກັນ ເພື່ອໃຫ້ສາມາດກວດສອບກັນໄດ້ ເປັນຕົ້ນ ແມ່ນອົງກອນຫຼັກ ເຫຼົ່ານີ້: The European Council: ເປັນອົງກອນທີ່ກຳນົດບູລິມະສິດລວມຂອງ ອີຢູ ທີ່ປະກອບດ້ວຍ ຜູ້ຕາງໜ້າຂອງປະເທດສະມາຊິກ ແລະ ຜູ້ນຳຂອງ ອີຢູ; The European Parliament (ສະພາປະຊາຊົນອີຢູ): ມີສະມາຊິກສະພາທີ່ເປັນຜູ້ຕາງໜ້າໃຫ້ປະຊາຊົນສະຫະພາບເອີຣົບ ແລະ ເລືອກຕັ້ງໂດຍປະຊາຊົນສະຫະພາບເອີຣົບ; The European Commission: ອົງກອນທີ່ສົ່ງເສີມຜົນປະໂຫຍດສ່ວນລວມຂອງ ອີຢູ ເຊິ່ງປະກອບດ້ວຍຜູ້ຕາງໜ້າທີ່ຖືກແຕ່ງຕັ້ງໂດຍລັດຖະບານປະເທດສະມາຊິກ; The Council of the European Union: ແມ່ນອົງກອນທີ່ລັດຖະບານປະເທດສະມາຊິກເຮັດວຽກເພື່ອປົກປ້ອງຜົນປະໂຫຍດຂອງປະເທດຕົນເອງ. ປະທານຂອງອົງກອນນີ້ ມາຈາກແຕ່ລະປະເທດສະມາຊິກ ໂດຍປ່ຽນກັນໄປຕາມລະບົບຮອບວຽນ ທຸກໆ 6 ເດືອນ; The Court of Justice (ສານຍຸຕິທໍາ): ເປັນອົງການຕຸລາການທີ່ສົ່ງເສີມການເຄົາລົບ ແລະ ປະຕິບັດກົດລະບຽບຂອງສະຫະພາບເອີຣົບ ແລະ The Court of Auditors: ເປັນໜ່ວຍງານທີ່ກວດສອບການນໍາໃຊ້ເງິນເຂົ້າໃນການຈັດຕັ້ງປະຕິບັດກິດຈະກໍາຕ່າງໆຂອງອີຢູ.

The FINANCIAL - The European Court of Auditors examine EU ecodesign and  energy labels


ໂດຍລວມແລ້ວ ອີຢູ ແມ່ນ ການຈັດຕັ້ງທາງເສດຖະກິດ ແລະ ການເມືອງ ທີ່ມີຂະໜາດໃຫຍ່ໃນອັນດັບຕົ້ນໆຂອງໂລກ ໃນຂະນະທີ່ການຮວມກຸ່ມທາງພາກພື້ນຂອງກຸ່ມອື່ນແມ່ນຍັງເນັ້ນໃສ່ທາງດ້ານເສດຖະກິດເປັນຫຼັກ. ອີຢູ ໄດ້ຍົກລະດັບຄຸນະພາບຊີວິດຂອງປະຊາຊົນອີຢູ, ມີການນຳໃຊ້ສະກຸນເງິນດຽວກັນ ໃນ 19 ປະເທດ, ປະຊາຊົນສາມາດເຮັດວຽກ, ອາໄສຢູ່ ຫຼື ທ່ອງທ່ຽວໃນບັນດາປະເທດສະມາຊິກໄດ້ຢ່າງເສລີ ເພາະປະເທດສະມາຊິກຕ້ອງປະຕິບັດຕໍ່ປະຊາຊົນອີຢູຢ່າງເທົ່າທຽມຄືກັນກັບປະຊາຊົນຂອງປະເທດຕົນເອງ ທັງໃນດ້ານການຈ້າງງານ, ສະຫວັດດີການສັງຄົມ ແລະ ພາສີອາກອນ. ທາງດ້ານການຄ້າ ອີຢູ ແມ່ນອົງກອນທີ່ມີຄວາມສຳຄັນຫຼາຍ ເປັນຜູ້ສົ່ງອອກລາຍໃຫຍ່ສຸດຂອງໂລກທາງດ້ານສິນຄ້າ ແລະ ການບໍລິການ ແລະ ເປັນຕະຫຼາດການນຳເຂົ້າທີ່ໃຫຍ່ທີ່ສຸດ ສຳລັບຫຼາຍກວ່າ 100 ປະເທດທົ່ວໂລກ. ກົນຈັກຫຼັກທາງດ້ານເສດຖະກິດຂອງ ອີຢູ ແມ່ນການສ້າງຕະຫຼາດດຽວ ເພາະເຮັດໃຫ້ສິນຄ້າ, ການບໍລິການ ແລະ ປະຊາຊົນ ສາມາດເຄື່ອນທີ່ໄດ້ຢ່າງເສລີ.

ຫາກໃຜສົນໃຈຮຽນຮູ້ກ່ຽວກັບ ສະຫະພາບເອີຣົບ ເພີ່ມຕື່ມ ກໍຍັງມີຫຼາຍເອກະສານທີ່ທ່ານສາມາດສຶກສາ ຫຼື ເຂົ້າເບິ່ງໄດ້ທີ່ເວັບໄຊ: https://europa.eu/european-union/index

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/