ສສ ຫວຽດນາມໄດ້ຮັບວັກຊີນ 500.000 ໂດສ ຈາກ ສປ ຈີນ


ໃນວັນທີ 21 ມິຖຸນາ 2021 ທີ່ຜ່ານມານີ້ ຫວຽດນາມໄດ້ຮັບວັກຊີນ Sinopharm ຈຳນວນ 500.000 ໂດສ ຈາກ ສປ ຈີນ ເຊິ່ງທາງຈີນໄດ້ບໍລິຈາກເປັນທີ່ຮຽບຮ້ອຍ ໂດຍຫວຽດນາມຈະນຳມາໃຊ້ສັກໃຫ້ແກ່ປະຊາຊົນ 3 ກຸ່ມຄື: ປະຊາຊົນຈີນທີ່ຢູ່ໃນປະເທດຫວຽດນາມ, ປະຊາຊົນຫວຽດນາມທີ່ມີຈຸດປະສົງໄປສຶກສາ ຫຼື ເຮັດວຽກໃນຈີນ ແລະ ປະຊາຊົນຫວຽດນາມທີ່ຢູ່ໃກ້ຊາຍແດນຈີນ.

ຕັ້ງແຕ່ ເດືອນເມສາທີ່ຜ່ານມາ ຫວຽດນາມກໍໄດ້ພົບຜູ້ຕິດເຊື້ອໂຄວິດ-19 ພາຍໃນປະເທດເພີ່ມຂຶ້ນເລື້ອຍໆ ເຊິ່ງບັນຫາດັ່ງກ່າວກໍໄດ້ເຮັດໃຫ້ລັດຖະບານຫວຽດນາມໄດ້ອອກຄຳສັ່ງ ລັອກດາວຕາມຈຸດຕ່າງໆທີ່ພົບຄົນຕິດເຊື້ອໃນທົ່ວປະເທດ ໂດຍຍອດລວມຫວຽດນາມມີຜູ້ຕິດເຊື້ອສະສົມ 13,258 ຄົນ ແລະ ເສຍຊີວິດອີກ 66 ຄົນ.

ໃນເວລາດຽວກັນ ໂຄງການສັກວັກຊີນໃນຫວຽດນາມ ກໍກຳລັງຂຸ້ນຂ້ຽວສັກວັກຊີນໃຫ້ແກ່ປະຊາຊົນທົ່ວປະເທດຢູ່ເຊັ່ນກັນ ເຊິ່ງຍອດລວມມີຜູ້ໄດ້ວັກຊີນເຂັມທຳອິດແລ້ວ 2.4 ລ້ານຄົນ ແລະ ຜູ້ໄດ້ຮັບວັກຊີນຄົບ 2 ເຂັມແລ້ວ 115,315 ຄົນ.

ຂອບໃຈທີ່ມາ: https://www.prachachat.net/world-news/news-695014

ພາບ: prachachat, vietnam news

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/