ພົບ Bug ใນ iOS ເມື່ອຕັ້ງຊື່ Wi-Fi ວ່າ %p%s%s%s%s%n ຈະເຮັດໃຫ້ບໍ່ສາມາດໃຊ້ Wi-Fi ໄດ້


ມີເລື່ອງແປກໆເກີດຂຶ້ນກັບລະບົບ iOS ອີກແລ້ວ ເມື່ອມີຜູ້ໃຊ້ຊື່ Carl Schou ເຊິ່ງເປັນນັກວິໄຈທາງດ້ານຄວາມປອດໄພ ໄດ້ອອກມາເປີດເຜີຍວ່າ ຖ້າຫາກໃຊ້ iPhone ຫຼື ອຸປະກອນທີ່ໃຊ້ລະບົບ iOS ເຊື່ອມຕໍ່ເຂົ້າກັບລະບົບ Wi-Fi ທີ່ຕັ້ງຊື່ວ່າ %p%s%s%s%s%n ຈະເຮັດໃຫ້ອຸປະກອນເຄື່ອງນັ້ນບໍ່ສາມາດໃຊ້ Wi-Fi ໄດ້ອີກເລີຍ.

Carl Schou ໄດ້ອອກມາໂພສວີດີໂອເຫດການທີ່ພົບ Bug ດັ່ງກ່າວຜ່ານທາງ Twitter ສັງເກດເຫັນວ່າເມື່ອເຄີຍເຊື່ອມຕໍ່ກັບ Wi-Fi ທີ່ຊື່ວ່າ “%p%s%s%s%s%n” ແລ້ວ ຈະເຮັດໃຫ້ iPhone ຂອງລາວບໍ່ສາມາດເປີດໃຊ້ Wi-Fi ໄດ້ ເມື່ອເລື່ອນສະວິດຈະເປີດ Wi-Fi ກໍມີການເດັ້ງກັບໄປເປັນປິດ, ນອກຈາກ Wi-Fi ກໍຍັງພົບວ່າລະບົບ AirDrop ກໍບໍ່ສາມາດໃຊ້ງານໄດ້ເຊັ່ນກັນ, ເຖິງຈະ Reboot ໂທລະສັບກໍບໍ່ສາມາແກ້ໄຂບັນຫາໄດ້, ຕ້ອງໄດ້ “Reset Network Setting” ເທົ່ານັ້ນເພື່ອໃຫ້ Wi-Fi ສາມາດກັບຄືນມາໃຊ້ໄດ້.

ເມື່ອມີເຫດການດັ່ງກ່າວເກີດຂຶ້ນທາງຜູ້ໃຊ້ Android ກໍລອງທົດສອບເບິ່ງກໍພົບວ່າເກີດບັນຫາຂຶ້ນເຊັ່ນກັນເມື່ອເຊື່ອມຕໍ່​ Wi-Fi ກັບຊື່ “%p%s%s%s%s%n”.

ສາເຫດທີ່ເຮັດໃຫ້ເກີດ Bug ເຊັ່ນນີ້ຂຶ້ນ ໄດ້ມີການຄາດເດົາກັນວ່າ “%p%s%s%s%s%n” ເປັນສະຕິງທີ່ຕົວະໃຫ້ລະບົບ iOS ຕີຄວາມເປັນການ format string ໃນພາສາ C ເຊິ່ງເຮັດໃຫ້ຄ່າຂອງລະບົບມີການຜັນແປ ແລະ ເກີດຄວາມຜິດພາດໃນການປະມວນຜົນ.

Bug ດັ່ງກ່າວໄດ້ຖືກພົບໃນອຸປະກອນທີ່ຣັນລະບົບ iOS 14.4.2 ຈົນຮອດ iOS 14.6 ທີ່ເປັນເວີຊັນຫຼ້າສຸດ.

ຂໍຂອບໃຈຂໍ້ມູນ : https://www.blognone.com/node/123299

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/