ອາຍຸ 63 ປີ ແຕ່ຍັງຫຼິ້ນສະເກັດບອດໄດ້ແບບສະບາຍໆ


ປ້າຈ໊ຽບ ອາຍຸ 63 ປີ ຈາກທີ່ເປັນໂຣກມະເຮັງກາຍມາເປັນນັກສະເກັດບອດທີມຊາດໄທ ຕົວແທນປະເທດໄປແຂ່ງກິລາຊີເກມ.

ປັດຈຸບັນ ເປັນນັກກິລາເອັກຕຣີມປະເພດ Longboard ທີມຊາດໄທ, ກວ່າຈະມາຮອດໃນຈຸດນີ້ ເຄີຍຕໍ່ສູ້ກັບໂຣກຮ້າຍມາແລ້ວນັ້ນກໍຄືໂຣກມະເຮັງເຕົ້ານົມ ແຕ່ຕັດສິນໃຈເຮັດໃນສິ່ງທີ່ຮັກ ລອງຫຼິ້ນ Longboard ຈົນກ້າວເຂົ້າສູ່ຕົວແທນຂອງປະເທດ.

ໃນລະຫວ່າງການຮັກສາໂຣກມະເຮັງ ປ້າຄິດຢາກອອກເຮືອນ ເມື່ອມີກຳລັງແຮງ ກໍໄດ້ອອກໄປນຳລູກ ໄປຫຼິ້ນສະເກັດບອດໃນສວນສາທາລະນະ ແຕ່ອອກໄປຍ່າງຫຼິ້ນທຳມະດາບາງຄັ້ງກໍເບື່ອ, ຫຼັງຈາກນັ້ນ ຈຶ່ງລອງມາຫຼິ້ນສະເກັດບອດເປັນບາງຄັ້ງຄາວແບບເບົາໆ. ຈາກນັ້ນ ໄດ້ບອກລູກສອນໃຫ້ ແລ້ວກໍຫຼິ້ນມາເລື້ອຍໆ ຈົນຮ່າງກາຍແຂງແຮງຂຶ້ນນັບມື້ ແລະ ຫຼິ້ນຕອນນີ້ກໍໜ້າຈະ 6-7 ປີແລ້ວ ພ້ອມຮູ້ສຶກວ່າອາການໂຣກມະເຮັງດີຂຶ້ນ, ມະເຮັງ, ເບົາຫວານ, ຄວາມດັນ, ໂຣກຄົນເຖົ້າກໍບໍ່ມີ.

ນອກຈາກນີ້ກໍຍັງໄດ້ປະກວດ World Skateboard .ເຊິ່ງໃຫ້ນັກສະເກັດບອດມາຫຼິ້ນທີ່ຕົວເມືອງ ໃຜໄດ້ເຫັນປ້າຈ໊ຽບຫຼິ້ນຕ່າງກໍພາກັນຍ້ອງໄປຕາມໆກັນ. ຍັງບໍ່ໝົດເທົ່ານີ້ ປ້າຍັງຖືກປະກາດຄັດຕົວໄປແຂ່ງໂອແລມປິກທີ່ຍີ່ປຸ່ນອີກດ້ວຍ.

ຖືໄດ້ວ່າເປັນຜູ້ຍິງຄົນໜຶ່ງທີ່ຫຼາຍຄົນເອົາເປັນແບບຢ່າງຫຼາຍດ້ານ ພ້ອມທັງພິສູດໃຫ້ຫຼາຍຄົນໄດ້ເຫັນວ່າອາຍຸກໍເປັນພຽງໂຕເລກ ຄວາມສາມາດເທົ່ານັ້ນທີ່ສຳຄັນ.

ຂອບໃຈຂໍ້ມູນຈາກ:
https://www.posttoday.com/social/goodstory/596195
https://www.facebook.com/brandthink.me/videos/477941056565644/

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/