ສາຍຄໍກັນໄວຣັສບໍ່ໄດ້ປ້ອງກັນ COVID-19!


ຫຼັງຈາກການລະບາດຂອງເຊື້ອ COVID–19 ກໍໄດ້ມີການຂາຍສິນຄ້າຕ່າງໆອອກມາຢູ່ເລື້ອຍໆ  ພ້ອມອ້າງວ່າສາມາດຂ້າເຊື້ອ ຫຼື ປ້ອງກັນເຊື້ອໄດ້. ໂດຍສ່ວນໃຫຍ່ແລ້ວແມ່ນບໍ່ໄດ້ຮັບການຢືນຢັນ ຫຼື ອະນຸມັດວ່າປອດໄພຈາກອົງການກ່ຽວຂ້ອງ ແຕ່ຫຼາຍຄົນກໍຍັງສັ່ງຊື້ສິນຄ້າພວກນີ້ຢູ່, ໜຶ່ງໃນນັ້ນກໍຄືສາຍຄໍປ້ອງກັນໄວຣັສ ເຊິ່ງເປັນທີ່ນິຍົມສັ່ງກັນຫຼາຍໃນສະຫະລັດອາເມຣິກາ ແລະ ຮົງກົງ.

ສາຍຄໍຂ້າເຊື້ອ ຫຼື Virus Shut Out necklace ໄດ້ຖືກຫ້າມຂາຍທົ່ວເອເຊຍ ແຕ່ກໍຍັງພົບເຫັນວາງຂາຍຕາມຮ້ານຄ້າທົ່ວຮົງກົງ ແລະ ທາງອອນລາຍ. ໃນສະຫະລັດອາເມຣິກາ, ໄດ້ມີການນຳເຂົ້າສິນຄ້າດັ່ງກ່າວມາເຕັມລົດບັນທຸກກວ່າ 30,000 ຊຸດ. ເຊິ່ງໄດ້ເດີນທາງອອກໄປທີ່ດ່ານເມັກຊິໂກ ແຕ່ທາງພາສີກໍໄດ້ຢຸດໄວ້ກ່ອນ ເຊິ່ງມູນຄ່າລາຄານັ້ນສູງເຖິງ 500,000 ໂດລາສະຫະລັດ.

ຜູ້ຂາຍຈະອ້າງວ່າ ພຽງແຕ່ໃສ່ສາຍຄໍດັງກ່າວ, ກໍຈະສາມາດປົກປ້ອງຕົວເຮົາຈາກການຕິດເຊື້ອ COVID-19 ໄດ້ແລ້ວ. ຫຼືບາງຄົນກໍຈະເວົ້າວ່າ ມັນຊ່ວຍປ້ອງກັນເຮົາໃນຂອບເຂດ 1.80 ແມັດ.

ສິນຄ້າຍີ່ປຸ່ນນີ້ໄດ້ອ້າງວ່າ “ຜ່ານການທົດລອງ ແລະ ພິສູດວ່າມີປະສິດທິຜົນໃນການປ້ອງກັນບໍ່ໃຫ້ເຊື້ອໄວຣັສທາງອາກາດເຂົ້າມາໄດ້ ລວມໄປເຖິງເຊື້ອໄວຣັສທີ່ກຳລັງເປັນທີ່ລະບາດພ້ອມ. ມັນຈະຊ່ວຍຫຼຸດຜ່ອນໂອກາດຕິດເຊື້ອ ຫຼື ໄປແຜ່ເຊື້ອແກ່ຜູ້ອື່ນ.” ນອກຈາກນີ້ຍັງບອກວ່າມັນເໝາະສົມແກ່ຜູ້ທີ່ມີອາການປ່ວຍ, ຜູ້ສູງອາຍຸ, ເດັກ ແລະ ຜູ້ທີ່ມີລະບົບພູມຕ້ານທານຕ່ຳ.

ເຊິ່ງທາງໜ່ວຍງານຢືນຢັນການບັງຄັບ ແລະ ນຳໃຊ້ຜະລິດຕະພັນຈາກອົງການປ້ອງກັນສິ່ງແວດລ້ອມ ທີ່ສະຫະລັດອາເມຣິກາ ໄດ້ອອກມາບອກວ່ານັ້ນບໍ່ແມ່ນຄວາມຈິງ. ນອກຈາກຈະບໍ່ມີຫຼັກຖານວ່າສິນຄ້າດັ່ງກ່າວນັ້ນມີປະສິດທິຜົນແລ້ວ, ມັນຍັງອາດເປັນອັນຕະລາຍຕໍ່ຜູ້ໃຊ້. ເຊິ່ງກົງກັບການໃຫ້ຂໍ້ມູນຂອງ ດຣ. ເອດຣຽນ ເອວິດຊັນ ນັກໄວຣັສ ແລະ ພູມຕ້ານທານວິທະຍາ. ກ່າວຄື ຜະລິດຕະພັນນັ້ນມີ ຄລໍລີນ ໄດອັອກໄຊດ໌ (Chlorine Dioxide) ສານເຄມີທີ່ບໍ່ໄດ້ປ້ອງກັນເຮົາຈາກໄວຣັສ ພ້ອມທັງຍັງມີຜົນລະຄາຍເຄືອງການຫາຍໃຈຂອງເຮົາ. ຜູ້ຂາຍແນະນຳວ່າໃຫ້ໃສ່ຫ້ອຍຄໍ ເຊິ່ງບໍ່ໄດ້ໃກ້ກັບປາກ ຫຼື ດັງ ທີ່ເປັນປັດໄຈຫຼັກແກ່ໄວຣັສໂຄວິດ ທີ່ເຂົ້າມາຕິດເຊື້ອໃນຮ່າງກາຍເຮົາ. ແຕ່ຖ້າຈະຍ້າຍໃຫ້ເຂົ້າມາໃກ້ກັບໜ້າ, ສານເຄມີດັ່ງກ່າວກໍຈະສ້າງບັນຫາທາງການຫາຍໃຈສາຫັດ, ການລະຄາຍເຄືອງຕາ ແລະ ໄໝ້ຜິວໜັງໄດ້. ໂດຍທົ່ວໄປແລ້ວຈະໃຊ້ ຄລໍລີນ ໄດອັອກໄຊດ໌ ໃນການຂ້າເຊື້ອໃນພື້ນຜິວທີ່ແຂງ, ມັນບໍ່ຄວນຢູ່ໃກ້ກັບໜ້າຄົນ. ສະນັ້ນ, ສິນຄ້ານີ້ບໍ່ມີປະໂຫຍດຫຍັງເລີຍໃນການປ້ອງກັນຈາກ COVID-19.

ໃນປັດຈຸບັນ, ການຂາຍສິນຄ້າທີ່ກ່ຽວກັບເຊື້ອ COVID–19 ອອນລາຍນັ້ນມີຫຼາຍເກີນທີ່ຈະກວດຈັບໄດ້ໝົດ ເຊິ່ງຜູ້ທີ່ໄດ້ປະໂຫຍດຈາກມັນກໍແມ່ນຜູ້ຂາຍເທົ່ານັ້ນ. ເມື່ອຜູ້ຊື້ບໍ່ໄດ້ມີຄວາມຮູ້ສະເພາະທາງຕໍ່ເຄມີໃນຜະລິດຕະພັນ ຖ້າຫາກເກີດບັນຫາມາ, ກໍແມ່ນຜູ້ຊື້ທີ່ຕ້ອງຮັບຜິດຊອບຕົນເອງ. ເພື່ອປ້ອງກັນບໍ່ໃຫ້ເກີດບັນຫາ, ຄວນປະຕິບັດຕາມຂັ້ນຕອນຂອງເຈົ້າໜ້າທີ່ຢ່າງເຄັ່ງຄັດ ຕິດຕາມຂໍ້ມູນຈາກທາງການ ແລະ ນຳໃຊ້ສິນຄ້າທາງສຸຂະພາບທີ່ໄດ້ຮັບການອະນຸມັດເທົ່ານັ້ນ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/