ນະວັດຕະກຳໃໝ່ຄວາມຫວັງຂອງໂລກ! ຕົ້ນໄມ້ທຽມ ທີ່ສາມາດດູດຊຶມຄາບອນໄດ້ຫຼາຍເທົ່າຕົ້ນໄມ້ແທ້ 368 ຕົ້ນ!!!


ຕົ້ນໄມ້ ເປັນສິ່ງສຳຄັນຂອງໂລກ ແລະ ທຳມະຊາດ ມັນດູດຊຶມເອົາຄາບອນ ແລະ ປ່ອຍອັອກຊີເຈນອອກມາ ຍິ່ງມີຕົ້ນໄມ້ຫຼາຍສິ່ງແວດລ້ອມຍິ່ງດີ.

ແຕ່ປັດຈຸບັນການຕັດໄມ້ທຳລາຍປ່າກໍຍັງເປັນບັນຫາລະດັບໂລກທີ່ຫຼາຍພາກສ່ວນເອົາໃຈໃສ່ແກ້ໄຂບັນຫານີ້ ເຊິ່ງເປັນບັນຫາທີ່ເຮັດໃຫ້ຕົ້ນໄມ້ລົດລົງເລື້ອຍໆ, ບໍລິສັດສະຕາດອັບ Biomitech ໃນປະເທດເມັກຊິໂກ ເຫັນເຖິງບັນຫາດັ່ງກ່າວ ຈຶ່ງເກີດແນວຄວາມຄິດຜະລິດຕົ້ນໄມ້ທຽມ ທີ່ສາມາດດູດຊຶມເອົາຄາບອນຂຶ້ນມາທົດແທນ.

ຕົ້ນໄມ້ທຽມດັ່ງກ່າວ ສາມາດດູດຊຶມເອົາມົນລະພິດ, ຄາບອນ ແລະ ສາມາດປ່ອຍອັອກຊີເຈນຄືນສູ່ທຳມະຊາດໄດ້ທຽບເທົ່າກັບຕົ້ນໄມ້ 368 ຕົ້ນ ຜ່ານສາຫຼ່າຍ Micro algee.

ເທັກໂນໂລຢີທີ່ໃຊ້ຟອກອາກາດນີ້ຊື່ວ່າ Biourban 2.0 ນອກຈາກຈະດູດຊຶມເອົາຄາບອນໄດ້ດີແລ້ວ ມັນຍັງສາມາດດູດຊຶມເອົາ PM 10 ແລະ PM 2.5 ໄດ້ອີກດ້ວຍ. ມັນສັງເຄາະໄດ້ດ້ວຍການໃຊ້ລະບົບປ້ຳອາກາດດ້ວຍສາຫຼ່າຍ Microalgae ທີ່ມີຄຸນສົມບັດສະຫຼາຍມົນລະພິດໄດ້ໄວກວ່າຕົ້ນໄມ້ ແລະ ຜະລິດອັອກຊີເຈນໄດ້ຫຼາຍກວ່າຫຼາຍເທົ່າ.

ຕົ້ນໜຶ່ງສູງເຖິງ 4.2 ແມັດ ແລະ ເສົາຂອງມັນສາມາດປູກຕົ້ນໄມ້ໄດ້ຫຼາຍເຖິງ 300 ຕົ້ນ, ມີເຊັນເຊີວັດແທກຄຸນະພາບອາກາດ ແຖມໃຊ້ພະລັງງານແສງຕາເວັນໃນການເຮັດວຽກ. ນອກຈາກນັ້ນ ຕົ້ນໄມ້ທຽມດັ່ງກ່າວຍັງສະດວກ ເໝາະກັບສະພາບໃນເມືອງທີ່ຫາພື້ນທີ່ໃນການປູກຕົ້ນໄມ້ຍາກ.

ຢ່າງໃດກໍຕາມ ການສ້າງຕົ້ນໄມ້ທຽມຂຶ້ນມາ ບໍ່ໄດ້ໝາຍຄວາມວ່າຈະມີເປົ້າໝາຍທົດແທນ ແຕ່ເປັນການເພີ່ມປະລິມານສີຂຽວໃຫ້ໂລກນີ້ຫຼາຍຂຶ້ນ, ບັນຫາການຕັດໄມ້ທຳລາຍປ່າກໍຍັງຕ້ອງເອົາໃຈໃສ່ຢູ່ຄືເກົ່າ.

ຂອບໃຈທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/