ຍີ່ປຸ່ນຈະແຈກເງິນໃຫ້ເດັກນ້ອຍທີ່ອາຍຸຕ່ຳກວ່າ 18 ປີທຸກຄົນ ຜູ້ລະ 100,000 ເຢນ ເພື່ອກະຕຸ້ນເສດຖະກິດ ແລະ ສູ້ໄພ COVID-19


ທີ່ໂຕກຽວ, ປະເທດຍີ່ປຸ່ນ ລັດຖະບານໄດ້ປະກາດແຈກເງິນ 100,000 ເຢນ ໃຫ້ແກ່ເດັກນ້ອຍອາຍຸຕ່ຳກວ່າ 18 ປີ ທຸກຄົນ ໂດຍຈະເປັນການກະຕຸ້ນເສດຖະກິດ ເຊິ່ງຢູ່ໃນແຜນການຮັບມືກັບການລະບາດ COVID-19.

ຍີ່ປຸ່ນຈະໃຊ້ງົບປະມານ 18 ພັນລ້ານໂດລາສະຫະລັດ ໃນການແຈກຈ່າຍເງິນສົດໃຫ້ແກ່ເຮືອນທີ່ມີເດັກຕ່ຳກວ່າ 18 ປີ. ໃນແຜນດັ່ງກ່າວນັ້ນ, ທາງລັດຈະໃຫ້ແຕ່ລະແຂວງປະຕິບັດໜ້າທີ່ແຈກເງິນສົດໃຫ້ຄົວເຮືອນຕ່າງໆ ເຊິ່ງຈະໄດ້ຮັບເງິນ 100,000 ເຢນ ຕາມຈຳນວນເດັກອາຍຸຕ່ຳກວ່າ 18 ປີໃນຄອບຄົວ. ໂດຍແຜນນີ້ຈະເລີ່ມໃນປີໜ້າໂດຍບໍ່ຈຳເປັນຕ້ອງຢືນຢັນທີ່ມາ.

ຈຸດປະສົງໃນການແຈກເງິນກໍເພື່ອຊ່ວຍປະຊາຊົນຈາກການແຜ່ລະບາດຂອງໂຄວິດ ລວມໄປເຖິງການຟື້ນຟູການທ່ອງທ່ຽວພາຍໃນປະເທດໃຫ້ເສດຖະກິດເຕີບໃຫຍ່ ພ້ອມກັບແຈກຈ່າຍລາຍໄດ້ໃຫ້ທົ່ວ.

ແຜນດັ່ງກ່າວນັ້ນແມ່ນຂອງພັກໂຄເມໂຕ (Komeito), ເຊິ່ງເປັນໜຶ່ງໃນພັກຮອງພາຍໃນການຮ່ວມພັກກັບພັກເສລີປະຊາທິປະໄຕຂອງປະທານາທິບໍດີ ຟູມິໂອະ ຄິຊິດະ Liberal Democratic Party (LDP) ໃຫ້ເປັນລັດຖະບານເປັນໜຶ່ງດຽວຂອງຍີ່ປຸ່ນ ທີ່ຈັດຕັ້ງຂຶ້ນຫຼັງຈາກເລືອກຕັ້ງວັນທີ 30 ຕຸລາ 2021.

ນອກຈາກນີ້ ປະທານາທິບໍດີຄົນໃໝ່ ຟູມິໂອະ ຄິຊິດະ ກຳລັງມີການພິຈາລະນາສະເໜີແຈກເງິນສົດໃຫ້ແກ່ຄົວເຮືອນທີ່ມີລາຍໄດ້ຕ່ຳ ແລະ ແຮງງານທີ່ໄດ້ເຮັດວຽກແບບຊົ່ວຄາວ ເຊິ່ງລາຍລະອຽດແມ່ນກຳລັງປຶກສາຫາລືກັນພາຍໃນພັກ. ພ້ອມດ້ວຍໃຫ້ຄຳໝັ້ນສັນຍາວ່າຈະລວມວິທີທາງການກະຕຸ້ນເສດຖະກິດໃນວົງກວ້າງພາຍໃນເດືອນນີ້ ໂດຍຕັ້ງໃຈວ່າມັນຈະໄດ້ຮັບການອະນຸມັດຈາກຄະນະສະມາຊິກສະພາພາຍໃນທ້າຍປີນີ້.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/