ພົບແລ້ວ! ເຫດຜົນທີ່ຄົນຍຸກໃໝ່ສູງຂຶ້ນ ແລະ ໃຫຍ່ໄວ


ບາງຄົນອາດຈະບໍ່ແປກໃຈ ເນື່ອງຈາກກໍເຄີຍເຫັນຄົນຍຸກກ່ອນໜ້າສູງເຊັ່ນກັນ ຫຼື ບາງຄົນອາດຄິດວ່າເນື່ອງຈາກໄດ້ຮັບສານອາຫານທີ່ຄົບຖ້ວນ ເຊິ່ງໄປຊ່ວຍໃຫ້ເດັກຍຸກໃໝ່ນັ້ນສູງໃຫຍ່ເຂົ້າສູ່ໄວໜຸ່ມໄວຂຶ້ນ. ຄວາມເຫັນນີ້ແມ່ນກົງກັບຂໍ້ສັນນິຖານຂອງນັກວິທະຍາສາດ. ເມື່ອສ່ວນສູງໂດຍສະເລ່ຍຂອງຄົນໃນສະຫະລາຊະອານະຈັກເພີ່ມຂຶ້ນ 10 ຊັງຕີແມັດ ໃນສະຕະວັດທີ 20 ແລະ ໃນບາງປະເທດສ່ວນສູງໂດຍສະເລ່ຍເພີ່ມຂຶ້ນເຖິງ 20 ຊັງຕີແມັດ ເນື່ອງດ້ວຍສຸຂະພາບທາງດ້ານໂພຊະນາການພັດທະນາຂຶ້ນ. ການທີ່ຄົນຍຸກກ່ອນກໍມີຄົນສູງນັ້ນກໍບໍ່ຜິດ ພຽງແຕ່ເຮົາກຳລັງເວົ້າເຖິງປະຊາກອນໂດຍລວມ ຫຼື ກໍຄືຕົວເລກສະເລ່ຍຂອງຄົນຍຸກໃໝ່ ທີ່ກຳລັງເຕີບໃຫຍ່ເຂົ້າສູ່ໄວໜຸ່ມສາວໄວຂຶ້ນ. ເຖິງວ່າຂໍ້ສັນນິຖານດັ່ງກ່າວຈະເປັນທີ່ຮູ້ຈັກກັນໄປທົ່ວ, ແຕ່ກໍບໍ່ເຄີຍມີໃຜເຂົ້າໃຈ ວ່າມັນເກີດຂຶ້ນຍ້ອນຫຍັງ. ຜ່ານການວິໄຈຫຼ້າສຸດ, ນັກວິທະຍາສາດໄດ້ພົບຄຳຕອບໃຫ້ກັບມັນຮຽບຮ້ອຍ.

ແຕ່ໃດມາ, ນັກວິທະຍາສາດນັ້ນຮູ້ຢູ່ແລ້ວວ່າການມີໂພຊະນາການທີ່ດີ ແລະ ການເຂົ້າເຖິງອາຫານໄດ້ງ່າຍນັ້ນ ມະນຸດຈະສາມາດສູງຂຶ້ນ ແລະ ເຕີບໃຫຍ່ (ເປັນຜູ້ໃຫຍ່) ໄວຂຶ້ນ.

ຍົກຕົວຢ່າງທີ່ເຫັນໄດ້ຊັດເຈນແມ່ນ ສ.ເກົາຫຼີ, ສ່ວນສູງຂອງຜູ້ໃຫຍ່ໃນປະເທດໄດ້ເພີ່ມຢ່າງໄວວາໃນຂະນະທີ່ປະເທດໄດ້ປ່ຽນຮູບແບບຈາກທຸກຍາກ ສູ່ສັງຄົມພັດທະນາ. ແຕ່ໃນປະເທດຈາກກຸ່ມເອເຊຍໃຕ້ ແລະ ອາຟຣິການັ້ນ, ປະຊາກອນສູງຂຶ້ນພຽງເລັກນ້ອຍໃນເວລາ 100 ປີ.

ປັດຈຸບັນ, ຜົນການສຶກສາໄດ້ຖືກຕີພິມລົງໃນວາລະສານ Nature ກ່າວວ່າ ພວກເຂົາພົບກັບຕ່ອມຮັບໃນສະໝອງເຊິ່ງເຮັດວຽກເປັນເດືອຍໝຸນຮອບການເຊື່ອມຕໍ່ລະຫວ່າງ ອາຫານ, ການເຂົ້າສູ່ໄວໜຸ່ມ ແລະ ການເຕີບໃຫຍ່ ໂດຍຕັ້ງຊື່ວ່າ MC3R

ສາສະດາຈານ ສະຕີເຟນ (Stephen O’Rahilly) ຜູ້ເປັນນັກວີໄຈທີ່ມະຫາວິທະຍາໄລແຄມບຣິດ (University of Cambridge) ແລະ ເປັນໜຶ່ງໃນຜູ້ຂຽນປຶ້ມທີ່ເວົ້າເຖິງຕົວຮັບໃນສະໝອງດັ່ງກ່າວນີ້. ນອກຈາກນີ້ຍັງມີຊ່ຽວຊານຫຼາຍທ່ານຈາກທັງມະຫາວິທະຍາໄລຄວີນແມຣີ (Queen Mary University of London), ມະຫາວິທະຍາໄລບຣິສໂທ (University of Bristol), ມະຫາວິທະຍາໄລມິຊິແກນ (University of Michigan) ແລະ ມະຫາວິທະຍາໄລແວນເດີບິລ (Vanderbilt University). ຜ່ານການສຶກສາມານັ້ນ, ພວກເຂົາທັງໝົດໄດ້ພົບວ່າ ຖ້າຕ່ອມຮັບນີ້ບໍ່ສາມາດປະຕິບັດໜ້າທີ່ໃນສະພາບທີ່ດີທີ່ສຸດ ມະນຸດກໍສາມາດເຕ້ຍລົງ ແລະ ເລີ່ມເຕີບໃຫຍ່ເຂົ້າໄວໜຸ່ມຊ້າລົງ.

ຜ່ານການສຶກສາໃນກຳມະພັນຂອງອາສາສະໝັກ 500,000 ຄົນ ພົບວ່າຈຳນວນເດັກນ້ອຍທີ່ມີການປ່ຽນແປງຢີນທີ່ກະທົບຕໍ່ຕ່ອມຕົວຮັບໃນສະໝອງ ຈະເຕ້ຍ ແລະ ນ້ຳໜັກເບົາກວ່າເດັກຄົນອື່ນ

ການຄົ້ນພົບຄັ້ງນີ້ແມ່ນການສະແດງໃຫ້ເຫັນວ່າຍັງມີອີກຫຼາຍຢ່າງທີ່ພວກເຮົາຍັງບໍ່ຮູ້ ແຕ່ມັນກໍເປັນຈຸດເລີ່ມຕົ້ນໃຫ້ພວກເຮົາໄດ້ພັດທະນາຢາທີ່ຈະຊ່ວຍໃຫ້ເດັກທີ່ພົບບັນຫາການຈະເລີນເຕີບໃຫຍ່ຊ້າ ຫຼື ເລີ່ມເຂົ້າໄວໜຸ່ມຊ້າ.

ເຖິງແມ່ນວ່າຈະສາມາດເຂົ້າໃຈການປະຕິບັດວຽກຂອງຕ່ອມຮັບ MC3R ໄດ້ ກໍບໍ່ໄດ້ໝາຍຄວາມວ່າເຮົາຈະເຮັດໃຫ້ຕົນເອງສູງຂຶ້ນໄດ້. ໃນການເຕີບໃຫຍ່ຂອງແຕ່ລະຄົນກໍຈະມີຂີດຈຳກັດຂອງໃຜລາວ ເນື່ອງຈາກມັນກໍຍັງຕ້ອງຂຶ້ນກັບກຳມະພັນຂອງພວກເຮົາ.

ປັດໄຈຢ່າງສຸຂະພາບ ແລະ ອາຫານ ແມ່ນມີຜົນກະທົບຢ່າງຍິ່ງໃຫຍ່ໃນຕົວເຮົາ. ເມື່ອເດັກຈາກຄອບຄົວທີ່ທຸກຍາກໄດ້ຮັບອາຫານ ແລະ ແຄລໍຣີທີ່ພຽງພໍ, ພວກເຂົາກໍສາມາດເຕີບໃຫຍ່ຂຶ້ນຕາມກຳມະພັນທີ່ໄດ້ຮັບຈາກພໍ່ແມ່ ແລະ ພໍ່ເຖົ້າແມ່ເຖົ້າ.

ຄົນທີ່ສູງກວ່າ ໂດຍທົ່ວໄປກໍຈະສາມາດຢູ່ໄດ້ດົນກວ່າ ແລະ ເປັນໄປໄດ້ໜ້ອຍທີ່ຈະມີບັນຫາສຸຂະພາບທາງຫົວໃຈ. ເຖິງຢ່າງນັ້ນ, ມະນຸດກໍບໍ່ສາມາດເຕີບໃຫຍ່ໄປໄດ້ຕະຫຼອດ. ເຊັ່ນດຽວກັບປະເທດໃນຢູໂຣບທີ່ມີປະເທດເນເທີແລນ ເປັນປະເທດທີ່ມີປະຊາກອນໂດຍສະເລ່ຍສູງທີ່ສຸດໃນໂລກນັ້ນ ຫຼາຍໆປະເທດໃນທະວີບດຽວກັນກໍມີຕົວເລກທີ່ເພີ່ມສູງຂຶ້ນຢ່າງໄວວາພາຍໃນສະຕະວັນທີ່ຜ່ານມາ. ແຕ່ເມື່ອຜ່ານມາຮອດ 10 ປີ ຫຼ້າສຸດ ຕົວເລກກໍເທົ່າເກົ່າມາແຕ່ໃດ.

ສາສະດາຈານ ສະຕີເຟນກ່າວວ່າການວິໄຈໃນອະນາຄົດນັ້ນ ຄວນຈະແມ່ນການກວດສອບພັດທະນາຢາສະເພາະໃນການເປີດໃຊ້ງານຕ່ອມຮັບ MC3R ທີ່ອາດຊ່ວຍຍ້າຍແຄລໍຣີໄປໃສ່ໃນກ້າມຊີ້ນແລະ ເຍື່ອຫຸ້ມຫໍ່ຕ່າງໆ ເພື່ອຄວາມກ້າວໜ້າ ໃນການພັດທະນາຄວາມສາມາດທາງກາຍະພາບໃຫ້ແກ່ຜູ້ປ່ວຍທີ່ກ່ຽວຂ້ອງເຊັ່ນໂຣກຊຳເຮື້ອຕ່າງໆ ທີ່ຕ້ອງການສ້າງກ້າມຊີ້ນ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/