ທົ່ວນະຄອນຫຼວງວຽງຈັນ ມີໂຮງງານສະເໜີຂໍເປີດຄືນ 108 ແຫ່ງ


ໂຮງຈັກໂຮງງານທົ່ວນະຄອນຫຼວງວຽງຈັນ ຂໍສະເໜີເປີດໂຮງງານຄືນເຖິງ 108 ແຫ່ງ ດ້ວຍກັນ, ໂຮງງານທີ່ໄດ້ຮັບອະນຸຍາດມີພຽງ 66 ແຫ່ງ.

ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງອຸດສາຫະກຳການຄ້າ ໄດ້ຊີ້ແຈງໃຫ້ໄດ້ຮັບຮູ້ວ່າ: ພາຍຫຼັງທີ່ມີການແຈ້ງປິດໂຮງງານ ເນື່ອງຈາກມີການລະບາດເປັນວົງກວ້າງ ບັນດາໂຮງງານບໍ່ວ່າຈະຂະໜາດນ້ອຍ ແລະ ຂະໜາດກາງ ຕ່າງກໍໄດ້ຮັບຜົນກະທົບຂາດເຂີນທາງດ້ານການເງິນ ສ່ຽງຕໍ່ການຍົກເລີກການສັ່ງສິນຄ້າ ຫຼື ຕ້ອງໄດ້ປິດ ກ້າວໄປສູ່ການເລີກຈ້າງ ແລະ ເຫດຜົນນີ້ກໍເກີດຜົນກະທົບໃຫ້ກັບພະນັກງານກຳມະກອນ ແລະ ຍັງມີຜົນກະທົບຕໍ່ການອ່ອນຄ່າຂອງເງິນກີບ.

ຕໍ່ກັບການປິດກິດຈະການຊົ່ວຄາວ ກໍມີມາດຕະການຊ່ວຍເຫຼືອກຳມະກອນເຊັ່ນ: ຮັບຜິດຊອບຕໍ່ບ່ອນພັກເຊົາ ແລະ ອາຫານການກິນຂອງພະນັກງານກຳມະກອນ, ໂຮງງານບາງແຫ່ງໃນນະຄອນຫຼວງວຽງຈັນ ກໍໄດ້ຈ່າຍຄ່າແຮງ 10/100 ຂອງເງິນເດືອນພື້ນຖານ ແລະ ຈຳນວນໜຶ່ງຈ່າຍຄ່າແຮງງານເປັນ 100/100 ພ້ອມກັນນັ້ນກໍໄດ້ເອົາໃຈໃສ່ສັກຢາປ້ອງກັນພະຍາດໂຄວິດ-19 ເພື່ອໃຫ້ພະນັກງານກຳມະກອນ ໄດ້ຮັບວັກຊີນຄົບຈຳນວນເຂັມ ແລະ ສາມາດດຳເນີນທຸລະກິດຢ່າງເປັນປົກກະຕິ.

ຂອບໃຈຂໍ້ມູນຈາກ: https://bit.ly/3qsqTke

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/